“ຕຳນານພະພຸດທະຮູບໃຫ່ຍໃຕ້ນຳຂອງ“

0
25

ຕຳນານພະພູດທະຮູບໃຫ່ຍໃຕ້ນຳ້ຂອງ ສະຖານທີ່ ສຸຂະຫັດຖີນາກ ແລະ ສັງຂະລານາກ ອາໃສຢູ່ໃນຖຳ້ພື້ນບາດານ ຕຳນານກ່າວຂານມາວ່າ ສະໄໝສາສະໜາຂອງພະພູດທະເຈົ້າ ກັດສະປະ ໃດ້ສະເດັດທ່ຽວເທດສະໜາໂຜດສັດໂລກ ລົງມາຕາມລຳແມ່ນຳ້ຂອງ ພະອົງໃດ້ສະເດັດມາປະທັບຢູ່ໃກ້ຖຳ້ນຳ້ລອດເວິນໂພນສັນ ມະນູດສາທັງຫຼາຍຜູ້ທີ່ອາໃສບໍລິເວນນັ້ນໃດ້ເຫັນ ພະພູດທະເຈົ້າ ກໍ່ມີຄວາມເຫຼື້ອມໄສໃນພະອົງ ຂື່ງໃດ້ພາກັນນຳອາຫານມະຖວາຍ ເມື່ອພະອົງສັນອາຫານລຳເລັດແລ້ວ ມະນູດສາທັງຫຼາຍກໍ່ອາຣາທະນາ ນິມົນໃຫ້ພະອົງເທດສະໜາທຳ, ໃນເມື່ອພະອົງສະແດງທຳມະເທດສະໜາຈົບລົງ ຜູ້ຄົນທັງຫຼາຍ ກໍ່ຍິ້ງເຫຼື້ອມໄສ ອະນູໂມທະນາທູນຂໍສັນຍາລັກ ກໍ່ຄືຮູບປັ້ນຂອງພະອົງເພື່ອໄວ້ສັກກາລະແທນອົງພະສຳມາສຳພູດທະເຈົ້າ ພະອົງກໍ່ອະນູຍາດໃຫ້ປັ້ນຫຼໍ່ສັນຍາລັກພະພູດທະອົງໃວ້ສະຖານທີ່ ທີ່ພະອົງປະທັບສັນເຂົ້ານັ້ນ ຜູ້ຄົນຊາວບ້ານທັງຫຼາຍກໍ່ຮີບໂຮມ ເງິນ,ທອງ ມາປັ້ນຫຼໍ່ພພູດທະຮູບໃຫ່ຍ ເທົ່າກັບອົງພະພູດທະເຈົ້າ. ສະຖານທີ່ຫຼໍ່ພະພູດທະຮູບໃຫ່ຍນັ້ນ ແມ່ນຢຸ່ທາງທິດຕາເວັນອອກ ຫຼື ທິດໃຕ້ ຕາມທາງນຳ້ໄຫຼລົງ ໄກຈາກສະຖານທີ່ພະອົງສັນເຂົ້າ ປະມານ 500ວາ ຫຼື 1000 ແມັດກ ດິນເບົ້າຫຼໍ່ ທີ່ຫຼໍ່ແລ້ວທີ່ຖືກທູບອອກນັ້ນເອີ້ນວ່າ ແກ້ງນາງ.


ເມື່ອສຳເລັດການປັ້ນຫຼໍ່ອົງພະພູດທະຮູບໃຫ່ຍສົມບູນແບບແລ້ວ ຊາວບ້ານກໍ່ໃດ້ພາກັນສ້າງແພລຳໃຫ່ຍເພື່ອອັງເຊີນພະພູດທະຮູບທວນກະແສນຳ້ຂື້ນມາຕາມລຳນຳ້ຂອງ ມາປະດິດສະຖານໄວ້ທີ່ ສະຖານທີ່ພະອົງສັນເຂົ້າ ເມືອມາຮອດທ່າເວີນໃຫ່ຍ ພະຍາສຸຂະຫັດຖີນາກ ແລະ ພາຍາສັງຂະລານາກ ທີ່ອາໃສໃນຖຳ້ຄູຫາໃຫ່ຍ ຢາກໃດ້ໄວ້ສັກກາລະບູຊາ ຈື່ງບັນດານໃຫ້ເກີດ ຝົນພາຍຸ ເຮັດໃຫ້ເກີດຄື້ນຟອງໃປກະທົບໃຫ່ຍແພ ໃຫ້ແຕກອອກຈາກກັນ ພະພູດທະຮູບໃຫ່ຍຈົມລົງໃຕ້ບາດານ, ພະຍານາາກທັງສອງໃດ້ອັງເຊີນພະພູດທະຮູບອົງໃຫ່ຍໄປະດີດສະຖານໃວ້ໃນຖຳ້ໃຕ້ເມືອງບາດານ ເຊິ່ງມີສູນກາງເຄິ່ງກັບ ຮອຍພະບາດ. ໃນເມືອເກີດເຫດການແບບນັ້ນເກີດຂື້ນຊາວບ້ານກໍ່ຍັງບໍ່ລົດລະໃນຄວາມເຫຼື້ອໃສໃນພະສຳມາສຳພຸດທະເຈົ້າ ຈື່ງໃດ້ພາກັນນຳເອົາດິນຫນຽວ ມາປັ້ນແຕ່ງເປັນພະພູດທະຮູບອົງໃຫ່ຍໂອບນຳ້ຄຳ ປະດິດສະຖານໃວ້ສະຖານທີ່ ທີ່ພະພຸດທະເຈົ້າສັນເຂົ້າ. ພະພຸດທະຮູບທອງອົງໃຫ່ຍນັ້ນນາມວ່າພະສູກ, ເວິນນຳ້ນັ້ນເອີ້ນວ່າເວີນນຳ້ລອດ ສະໄໝກ່ອນເອີ້ນວ່າເວິນເພນ ຝັ່ງປະເທດເພື່ອນບ້ານເອີ້ນວ່າເວີນພະສຸກ.


ThaphabathReview