ເພີ່ມທະວີຄວາມເຂັ້ມງວດ ສະກັດກັ້ນການຫຼິ້ນກິນຟຸມເຟືອຍຂອງນັກຮຽນ

0
33

ປັດຈຸບັນ, ທຸລະກິດຮ້ານກິນດື່ມ, ຮ້ານບັນເທີງ, ຮ້ານຄາຣາໂອເກະ ຢູ່ໃນນະຄອນຫຼວງວຽງຈັນ ເຫັນວ່າມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີການແຂ່ງຂັນທາງດ້ານທຸລະກິດໃນຮູບແບບຕ່າງໆ ດຶງດູດເອົາລູກຄ້າທຸກຊົນຊັ້ນເຂົ້າ ໃຊ້ບໍລິການກີນດື່ມໃຫ້ຫຼາຍຂຶ້ນ ເພື່ອຫວັງຜົນກຳໄລ, ເຊິ່ງເປັນສາເຫດໜຶ່ງທີ່ພາໃຫ້ເກີດມີຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມມາ ໂດຍສະເພາະການເປີດເພງສຽງດັງສ້າງຄວາມລົບກວນບໍລິເວນອ້ອມຂ້າງ ແລະ ເປັນຈຸດສ່ຽງໃນການກໍ່ອາລະວາດຕີກັນຂອງກຸ່ມໄວລຸ້ນ. ຈາກສະພາບການປ່ຽນແປງທາງວັດທະນະທຳ-ສັງຄົມ ທີ່ເປັນຢູ່ນີ້ເຫັນໄດ້ວ່າສະຖານທີ່ບັນເທີງດັ່ງກ່າວ ມີນັກດື່ມເສື້ອຂາວເຂົ້າໃຊ້ບໍລິການຫຼາຍຂຶ້ນ ແລະ ອາຍຸສະເລ່ຍຂອງ ນັກດື່ມກໍຕໍ່າລົງເລື້ອຍໆ.

ສະພາບດັ່ງກ່າວນີ້, ຫາກມີແຂກຕ່າງດ້າວຊາວຕ່າງປະເທດມາພົບເຫັນແລ້ວນຳໄປວິພາກ ວິຈານຕ່າງໆນາໆ ອາດສົ່ງຜົນກະທົບຕໍ່ການທ່ອງທ່ຽວກໍເປັນໄປໄດ້. ດ້ວຍເຫດນີ້, ທຸກພາກສ່ວນທີ່ກ່ຽວຂ້ອງຄວນ ເພີ່ມທະວີເຂັ້ມງວດກວດກາ ແນໃສ່ປ້ອງກັນບໍ່ໃຫ້ນັກຮຽນເຂົ້າສະຖານທີ່ກິນດື່ມມຶນເມົາ ເພື່ອສະກັດກັ້ນການຫຼິ້ນ ກິນຟຸມເຟືອຍຂອງນັກຮຽນ.

ເມື່ອເວົ້າເຖິງເລື່ອງນີ້. ໃນຊຸມປີຜ່ານມາ, ເຫັນວ່າຫຼາຍພາກສ່ວນໄດ້ສຸມໃສ່ແກ້ໄຂຕາມລະບຽບການຕ່າງໆ. ໃນນີ້, ໃນທ້າຍ ປີ 2013 ທີ່ຜ່ານມາ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຄໍາສັ່ງແນະນໍາ ເລກທີ 009/ຈນວ, ລົງວັນທີ 29 ກັນຍາ 2013 ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດທຸລະກິດບັນເທີງ, ໂຮງແຮມ, ເຮືອນພັກ ແລະ ຮ້ານກິນດື່ມ ຢູ່ໃນນະຄອນຫຼວງວຽງຈັນ ໂດຍອີງຕາມຄຳສັ່ງແນະນຳ ເລກທີ 27/ນຍ, ລົງວັນທີ 5/10/2011 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຄຳສັ່ງແນະ ນຳ ສະບັບເລກທີ 002/ຈນວ, ລົງວັນທີ 1/6/2012 ວ່າດ້ວຍການແກ້ໄຂ 6 ປະກົດການຫຍໍ້ທໍ້ທາງສັງຄົມ ໃນນະ ຄອນຫຼວງວຽງຈັນ; ເຊິ່ງໃນຄຳສັ່ງແນະນຳສະບັບດັ່ງກ່າວນັ້ນໄດ້ລະບຸໄວ້ວ່າ: ຫ້າມບໍ່ໃຫ້ເປີດບໍລິການກາຍ 23:30 ໂມງ (ສຳລັບຕອນຄ່ຳວັນສຸກ, ວັນເສົາ ແລະ ວັນອາທິດ ແມ່ນບໍ່ໃຫ້ກາຍ 00:30 ໂມງ) ຢ່າງເດັດຂາດ; ຕ້ອງຖື ຄວາມສຳຄັນໃນການປັບປຸງສ້ອມແປງສະຖານທີ່ບໍລິການໃຫ້ຖືກຕ້ອງຕາມມາດຕະຖານທີ່ວາງໄວ້ ເພື່ອບໍ່ໃຫ້ມີ ສຽງດັງລົບກວນສັງຄົມອ້ອມຂ້າງຢ່າງເດັດຂາດ; ຫ້າມເດັດຂາດບໍ່ໃຫ້ສວຍໃຊ້ສະຖານທີ່ບັນເທີງ, ຮ້ານກິນດື່ມ, ຮ້ານອາຫານ, ຮ້ານອົບນວດ, ຮ້ານເສີມສວຍທຸກປະເພດ ເປັນບ່ອນມົ້ວສຸມສິ່ງເສບຕິດ ແລະ ການຄ້າປະເວນີ; ຜູ້

ປະກອບການທຸລະກິດວັດທະນະທຳ ແລະ ທ່ອງທ່ຽວທຸກປະເພດ ຕ້ອງເປັນເຈົ້າການ ແນະນໍາພະນັກງານປ້ອງກັນ ຄວາມສະຫງົບໃນຮ້ານຂອງຕົນໃຫ້ເອົາໃຈໃສ່ກວດກາຄວາມເປັນລະບຽບຮຽບຮ້ອຍ, ບໍ່ອະນຸຍາດໃຫ້ເດັກທີ່ມີອາຍຸ ບໍ່ເຖິງ 18 ປີ ເຂົ້າໃຊ້ບໍລິການຢູ່ຕາມຮ້ານບັນເທີງ ແລະອື່ນໆ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານສະກັດ ກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ. ມາຮອດປັດຈຸບັນນີ້ ເຫັນວ່າ ບັນດາເຈົ້າຂອງຜູ້ປະກອບການທຸລະ ກິດບັນເທີງ, ໂຮງແຮມ, ເຮືອນພັກ ແລະ ຮ້ານກິນດື່ມ ຢູ່ໃນນະຄອນຫຼວງວຽງຈັນ ຕ່າງກໍພາກັນເປັນເຈົ້າການປະ ຕິບັດຄໍາສັ່ງແນະນຳດັ່ງກ່າວໄດ້ດີສົມຄວນ.

ຄຽງຄູ່ກັນນີ້, ກໍຍັງມີຮ້ານອາຫານ, ຮ້ານກິນດື່ມຈຳນວນໜຶ່ງທີ່ຍັງບໍ່ ສາມາດປະຕິບັດໄດ້ດີເທົ່າທີ່ຄວນ, ເຊິ່ງມັນສະແດງໃຫ້ເຫັນຈາກການທີ່ມີນັກຮຽນ, ນັກສຶກສາຈຳນວນໜຶ່ງເຂົ້າ ກິນດື່ມສິ່ງມຶນເມົາຕາມຮ້ານກິນດື່ມຫຼາຍສົມຄວນ. ບັນຫານີ້, ຫຼາຍຄົນຕ່າງກໍໃຫ້ທັດສະນະວ່າ: ການທີ່ນັກຮຽນ ເຂົ້າກິນດື່ມສິ່ງມືນເມົາຕາມຮ້ານບັນເທີງນັ້ນແມ່ນສິດທິສ່ວນບຸກຄົນ ແລະ ຖ້າຫາກຈະສະກັດກັ້ນ ເພື່ອບໍ່ໃຫ້ລູກ ຫຼານຫຼີກລ່ຽງຕາມສະພາບດັ່ງກ່າວ ກໍຕ້ອງແມ່ນຜູ້ປົກຄອງເປັນຜູ້ສັ່ງສອນກ່າວເຕືອນ ແລະ ສະຖາບັນການຮຽນ, ການສອນກໍຕ້ອງສຶກສາອົບຮົມໃຫ້ພວກເຂົາຮັບຮູ້ໄດ້ຜົນຮ້າຍ ແລະ ຜົນເສຍຈາກບັນຫາດັ່ງກ່າວ ໃຫ້ຢ່າງເລິກເຊິ່ງ.

ເພາະມີບາງກຸ່ມຄົນໃນເມືອງເຂົ້າໃຈວ່າການກິນດື່ມສິ່ງມືນເມົາບໍ່ຄ່ອຍເປັນບັນຫາເນື່ອງ ຈາກວ່າບັນຫາທີ່ເຂົາມີ ຄວາມກັງວົນໃຈນັ້ນແມ່ນການມົ້ວສຸມຢາເສບຕິດ. ແຕ່ກໍມີບາງທັດສະນະທີ່ແຕກຕ່າງກັນວ່າ: ນັກດື່ມທີ່ພວມ ຢູ່ໃນໄວຮຽນ-ໄວສຶກສາຫາຄວາມຮູ້. ກຸ່ມຄົນເຫຼົ່ານີ້ກໍຍັງບໍ່ມີລາຍຮັບຈາກປະກອບວິຊາອາຊີບ ແລະ ໂດຍສ່ວນຫຼາຍ ກໍລ້ວນແລ້ວແຕ່ແບມືຂໍເງິນນຳພໍ່-ແມ່ເພື່ອໃຊ້ຈ່າຍ ແຕ່ການໃຊ້ຈ່າຍແບບນີ້ ກໍເປັນການໃຊ້ຈ່າຍທີ່ສີ້ນເປືອງ ແລະ ມີບາງທັດສະນະຄະຕິວ່າ ເມື່ອມາເວົ້າເຖິງເລື່ອງນີ້ກໍຄືດັ່ງງົວຂີ້ລາມຫາງ ເພາະວ່າບໍ່ມີແຕ່ນັກຮຽນໃສ່ ຊຸດນັກຮຽນ ເຂົ້າກິນດື່ມໃນຮ້ານບັນເທີງເທົ່ານັ້ນແຕ່ຍັງມີພະນັກງານລັດຖະກອນຫຼາຍກະຊວງ, ຫຼາຍອົງການຈັດຕັ້ງເປັນຈຳ ນວນບໍ່ໜ້ອຍຍັງຖືເບົານຸ່ງເຄື່ອງແບບໃສ່ເຕັມຊຸດຕິດຊັ້ນຕິດລຶບເຂົ້າຮ້ານກິນດື່ມກໍມີໃຫ້ເຫັນເປັນປະຈຳ.

ຢ່າງໃດກໍຕາມ. ເຖິງແມ່ນວ່າຈະມີກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າທີ່ໄດ້ຖືກຮັບຮອງເອົາໃນ ວາລະກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ VII ທີ່ ຜ່ານມາ ກໍເພື່ອແນໃສ່ໃຫ້ການ ຜະລິດ, ການນຳເຂົ້າ, ການຈຳໜ່າຍ, ການໂຄສະນາ, ພັນທະ ແລະ ການອຸປະຖຳຂອງຜູ້ຜະລິດໃຫ້ຢູ່ໃນຄວາມ ເໝາະສົມ ລວມເຖິງກຳນົດມາດຕະການຕໍ່ຜູ້ລະເມີດ ເພື່ອປົກປ້ອງສຸຂະພາບ, ຊີວິດ ແລະ ຊັບສິນຂອງພົນລະເມືອງ ສິ່ງສຳຄັນແມ່ນຫຼຸດຜ່ອນຜົນຮ້າຍທີ່ເກີດຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ, ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແລະ ຟູມເຟືອຍຂອງສັງຄົມ. ແຕ່ສິ່ງສຳຄັນ ບັນດາພໍ່ແມ່ຜູ້ປົກຄອງຕ້ອງໄດ້ ເພີ່ມທະວີໃນການສຶກສາອົບລູກຫຼານ ໃຫ້ມີຄວາມເຂົ້າໃຈຢ່າງເລິກ, ເຊິ່ງຕໍ່ບັນຫາດັ່ງກ່າວ.

ພ້ອມກັນນີ້, ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ເພີ່ມທະວີເຂັ້ມ ງວດໃນການກວດກາ ເພື່ອປ້ອງກັນບໍ່ໃຫ້ນັກຮຽນເຂົ້າສະຖານທີ່ບັນເທີງກິນດື່ມຂອງມຶນເມົາ ແນໃສ່ສະກັດກັ້ນ ການຫຼິ້ນ ກິນຟຸມເຟືອຍຂອງນັກຮຽນ, ນັກສຶກສາ. ເນື່ອງຈາກວ່າບັນຫາເຫຼົ່ານີ້, ເປັນອີກປັດໄຈໜຶ່ງທີ່ພາໃຫ້ເກີດ ມີສະພາບການກໍ່ອາລະວາດຕີກັນ, ການປຸ້ນຈີ້-ຊິງຊັບ, ການມົ້ວສຸມຢາເສບຕິດ, ການຄ້າປະເວນີ ແລະອື່ນໆ ທີ່ຈະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍຕາມມາ.

ພາບ-ຂ່າວ: ນສພ ຄວາມສະຫງົບ