
ບູຮານລາວກ່າວໄວ້ ໃນສະໄໝພະຍາບູລິຈັນ
ຜູ້ໄດ້ສ້າງເມືອງທີ່ມີນາມ ວ່າວຽງຈັນ
ສີ່ຮ້ອຍຫ້າສິບປີ ກ່ອນນີ້ມີເຈົ້າໄຊຍະເສດຖາ
ພົງສາວາດານເຮົາກ່າວໄວ້ວ່າ ໄດ້ຍ້າຍເອົາເມືອງຫລວງຈາກຫລວງພະບາງ ມາຕັ້ງຢູ່ວຽງຈັນ
ຈົນເປັນທີ່ເລົ່າຂານ ນະຄອນວຽງຈັນ ຢູ່ທຸກວັນນີ້
ຖຶງແມ່ນໄດ້ຖືກໃຜມາຮຸກຮານ ຜ່ານຍຸກສົງຄາມກ້າວສູ່ວັນໃໝ່
ດ້ວຍເລືອດນັກສູ້ກູ້ຊາດເອົາໄວ້ ວຽງຈັນຈຶ່ງໄດ້ຢືນຢູ່ຄູ່ຟ້າ
ນະຄອນຫລວງວຽງຈັນສີ່ຮ້ອຍຫ້າສິບປີ ນະຄອນຫລວງວຽງຈັນວັນນີ້ສວຍງາມ ຮຸ່ງເຮື່ອງວິໄລ
ພາຍໃຕ້ການນຳພັກອັນສ່ອງໃສ ກ້າວໄປສູ່ໂລກກ້ວາງໃຫຍ່ ໂອ໋....
ນະຄອນຫລວງວຽງຈັນສີ່ຮ້ອຍຫ້າສິບປີ ນະຄອນຫລວງວຽງຈັນວັນນີ້ສວຍເດັ່ນ ມີສະເໜ່ໜັກໜາ
ທົ່ວທັງໂລກາເຂົ້າມາຢ້ຽມຢາມ...ວຽງຈັນ...ນະຄອນຫລວງວຽງຈັນ...ສີ່ຮ້ອຍຫ້າສິບປີ
ແດດຝົນພົ້ນຜ່ານໄປ ຈົນໄດ້ສີ່ຮ້ອຍຫ້າສິບປີ
ວຽງຈັນເຮົາມີຄວາມສີວິໄລ ມີຫົນທາງຍາວໄກສົມໃຊ້ສະບາຍ
ພັດທະນາຈົນໄດ້ ເປັນເຈົ້າພາບຊີເກມ
ໃຫ້ຕ່າງຊາດເຫັນ ວ່າຄົນລາວເຮັດໄດ້
ວຽງຈັນກ້າວໄປໃນໂລກຍຸກໃໝ່ ແຕ່ຍັງສືບໄວ້ຮີດຄອງດີງາມ
ວັດວາອາຄານບູຮານສະຖານ ວຽງຈັນເອກອ້າງດ້ວຍຄວາມພູມໃຈ
ນະຄອນຫລວງວຽງຈັນສີ່ຮ້ອຍຫ້າສິບປີ ນະຄອນຫລວງວຽງຈັນວັນນີ້ສວຍງາມ ຮຸ່ງເຮື່ອງວິໄລ
ພາຍໃຕ້ການນຳພັກອັນສ່ອງໃສ ກ້າວໄປສູ່ໂລກກ້ວາງໃຫຍ່ ໂອ໋....
ນະຄອນຫລວງວຽງຈັນສີ່ຮ້ອຍຫ້າສິບປີ ນະຄອນຫລວງວຽງຈັນວັນນີ້ສວຍເດັ່ນ ມີສະເໜ່ໜັກໜາ
ທົ່ວທັງໂລກາເຂົ້າມາຢ້ຽມຢາມ...ວຽງຈັນ...ນະຄອນຫລວງວຽງຈັນ...ສີ່ຮ້ອຍຫ້າສິບປີ
ນະຄອນຫລວງວຽງຈັນ ມີຄວາມສີວິໄລ ສະຫວ່າງສະໄຫວ ບ້ານເມືອງສະຫງົບ ສະອາດຈົບງາມ
ທ້າມກາງຄວາມຮົ່ມເຢັນ ຂອງຕົ້ນໄມ້ສີຂຽວ ເປັນສະເຫນ່ເຮັດໃຫ້ຜູ້ຄົນ ເຂົ້າມາຢ້ຽມຍາມນະຄອນຫລວງວຽງຈັນ...
ນະຄອນຫລວງວຽງຈັນສີ່ຮ້ອຍຫ້າສິບປີ ນະຄອນຫລວງວຽງຈັນວັນນີ້ສວຍງາມ ຮຸ່ງເຮື່ອງວິໄລ
ພາຍໃຕ້ການນຳພັກອັນສ່ອງໃສ ກ້າວໄປສູ່ໂລກກ້ວາງໃຫຍ່ ໂອ໋....
ນະຄອນຫລວງວຽງຈັນສີ່ຮ້ອຍຫ້າສິບປີ ນະຄອນຫລວງວຽງຈັນວັນນີ້ສວຍເດັ່ນ ມີສະເໜ່ໜັກໜາ
ທົ່ວທັງໂລກາເຂົ້າມາຢ້ຽມຢາມ...ວຽງຈັນ...ນະຄອນຫລວງວຽງຈັນ...ສີ່ຮ້ອຍຫ້າສິບປີ
ນະຄອນຫລວງວຽງຈັນ...
ນະຄອນຫລວງວຽງຈັນ...ສີ່ຮ້ອຍຫ້າສິບປີ
Comments:


Special 

