Submit news to Vientianehour Free | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Services Submit

Submit news to Vientianehour Free

E-mail Print PDF
submit_vh
ເວັບໄຊທ໌ Vientianehour ໄດ້ມີນະໂຍບາຍເປັນສື່ຫລັກໃນການສະຫນັບສະຫນູນການເຜີຍແຜ່ ຂໍ້ມູນຂ່າວສານ ຕ່າງໆ ໃຫ້ສັງຄົມລາວໄດ້ຮັບຮູ້ ຢ່າງເປັນວົງກ້ວາງທົ່ວເຖິງ ແລະ ເພື່ອໃຫ້ແທດເໝາະ ກັບຍຸກສື່ສັງຄົມກຳລັງມາແຮງ ເຊິ່ງຂ່າວສານສ່ວນໃຫຍ່ຖືກ ກະຈ່າຍດ້ວຍສື່ສັງຄົມເປັນຫລັກນັ້ນ ທາງພວກເຮົາມີຈຸດປະສົງຢາກ ໃຫ້ເນື້ອຫາຂ່າວສານໃນເວັບແຫ່ງນີ້ເກີດຂຶ້ນຈາກປະຊາຊົນເອງ ເພື່ອມາບອກເລົ່າແບ່ງປັນແລະ ກະຈ່າຍຂ່າວສານທີ່ຢາກນຳສະເຫນີ

ທາງພວກເຮົາຈະເປັນສື່ຫລັກໃນການເຜີຍແຜ່ຄວາມຄິດຄວາມເຫັນ ຫຼື ຂ່າວສັ້ນໆ ທີ່ທ່ານຢາກໃຫ້ສັງຄົມລາວໄດ້ຮັບຮູ້ ຢ່າງສ້າງສັນ ແລະ ມີສາລະ ທີມງານພວກເຮົາຍິນດີທີ່ຈະບໍລິການໃຫ້ທ່ານສາມາດສົ່ງຂໍ້ມູນ ຂ່າວສານຕ່າງໆເພື່ອລົງຂ່າວໃສ່ເວັບນີ້ຕາມລາຍລະອຽດລຸ່ມນີ້

ລັກສະນະຂ່າວຕ່າງໆທີ່ສາມາດສົ່ງເຂົ້າມາໄດ້:

1. ຂ່າວສານ ເປັນຂ່າວສານທົ່ວໄປ ທີ່ຫນ້າສົນໃຈ ບໍ່ວ່າຈະເປັນຂ່າວການເມືອງ ສັງຄົມ ບັນເທີງ ທຸລະກິດ ເສດຖະກິດ ແລະ ອື່ນໆ ເຊິ່ງເປັນຂ່າວທີ່ຂຽນຂຶ້ນມາເອງ ຫຼື ເອົາມາຈາກບ່ອນແຕ່ຕ້ອງບອກແຫຼ່ງທີ່ມາຂອງຂ່າວນຳ

2. ປະກາດ ເປັນການປະກາດທົ່ວໆໄປ ເຊັ່ນ ເປີດໂຄງການໃຫມ່ ສະຫມັກງານເຮັດວຽກ ແນະນຳຜະລິດຕະພັນ ໂປຣໂມຊັ້ນ ຕະຫລາດນັດ ແລະ ອື່ນໆ

3. ເລົ່າເລື່ອງ (blog) ເປັນເລື່ອງທີ່ທ່ານຢາກເລົ່າເຊັ່ນ ການດຳລົງຊີວິດ ບົດຄວາມສັ້ນ ເຫດການຕື່ນເຕັ້ນໂສກເສົ້າແລະເສຍໃຈ ທີ່ສຸດຂອງຊີວິດ ເພື່ອເອົາມາເປັນບົດຮຽນຊີວິດໃຫ້ກັບຄົນອື່ນ

4. ຮູບພາບ ຂໍເປັນຮູບພາບທົ່ວໄປທີ່ຖ່າຍໃນປະເທດລາວ ບໍ່ວ່າຈະເປັນ ເຫດການເດັ່ນປະຈຳວັນ ທ່ອງທ່ຽວ ຖະຫນົນຫົນທາງ ຕຶກອາຄານໃຫຍ່ ຫຼື ມູມຕ່າງໆທີ່ຍັງບໍ່ເຄີຍເຫັນມາກ່ອນ ສົ່ງມາພ້ອມຄຳອະທິບາຍຂອງຮູບຢ່າງຊັດເຈນ ສາມາດສົ່ງຮູບມາລະມື່ກໍ່ໄດ້ ຫຼື ຫຼາຍໆຮູບພ້ອມກັນ

*ໝາຍເຫດ ທີມງານຂອງພວກເຮົາຈະບໍ່ຮັບປະກັນວ່າຂ່າວທີ່ທ່ານສົ່ງມາຈະໄດ້ເອົາຂຶ້ນໃຫ້ໄດ້ຫຼືບໍ່ ຈະຕ້ອງພິຈາລະນາຕາມຄວາມເຫມາະສົມ ແລະ ຄວາມຖືກຕ້ອງຂອງເນື້ອຫາ ແລະທີມງານພວກເຮົາມີສິດແກ້ໄຂ ປັບປຸງ ແລະ ລົບ ຂ່າວຂອງທ່ານຕາມອັດຕະຍາໄສ

ຖ້າຂ່າວຂອງທ່ານໄດ້ຖືກພິຈາລະນາວ່າເໝາະສົມ ຂ່າວຂອງທ່ານຈະປາກົດຂຶ້ນຢູ່ຫນ້າຫລັກທຸກຄັ້ງເພື່ອໃຫ້ຂ່າວຂອງທ່ານເຫັນຊັດເຈນໃນສາຍຕາຄົນທີ່ເຂົ້າມາອ່ານຂ່າວໃນເວັບນີ້

how_to_submit
ວິທີສົ່ງຂ່າວ ເປັນວິທີງ່າຍໆ ທ່ານສາມາດສົ່ງຂ່າວມາທາງອີເມລ This e-mail address is being protected from spambots. You need JavaScript enabled to view it ໂດຍໃຫ້ລະບຸຂໍ້ມູນດັ່ງລຸ່ມນີ້

1. ຊື່ຫົວຂໍ້ຂ່າວ
2. ຊື້ເຈົ້າຂອງຂ່າວ
3. ເນື້ອຫາຂ່າວ ໃຫ້ແນບມາເປັນໄຟລ໌ເອກກະສານກໍ່ໄດ້
4. ຮູບພາບ (ຖ້າມີ) ໃຫ້ແນບມາພ້ອມກັນ

ພຽງເທົ່ານີ້ ລໍຖ້າໃຫ້ທີມງານພວກເຮົາກວດຄວາມເໝາະສົມແລ້ວຂ່າວຂອງທ່ານຈະໄດ້ຖືກເປີດເຜີຍທັນທີ່


submit_vientianehour_form
Submit News
ຊື່ (*)
Please enter your name
ອີເມວ (Email) (*)
Please enter your valid email
ຊື່ຂອງເລື່ອງທີ່ຈະສົ່ງ (*)
Please enter your topic
ແນບໄຟລ໌ ຫຼື ຮູບ (ຂະໜາດຫ້າມເກີນ 8MB ແລະຊະນິດໄຟລ໌ຕ້ອງເປັນ rar,jpeg,jpg,gif, zip,doc, docx, xlsx,xls, ppt,pptx, wmv,3gp, mp4, bmp, png,mp3)
Invalid Input
Video Link (ຖ້າມີ) Ex: Youtube, Facebook, Vimeo...
Invalid Input
ເນື້ອໃນເລື່ອງ (*)
Please enter your message
ກົດ Submit ຖ້າທຸກຢ່າງແລ້ວຮຽບຮ້ອຍ


Comments: