ມືຖືແຫ່ງອານາຄົດ(The Second Life Mobile Phone) | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Community My Blog ມືຖືແຫ່ງອານາຄົດ(The Second Life Mobile Phone)

Register or Login to write your blog

Publish your poems, journals,stories,news here!
Nov 22

ມືຖືແຫ່ງອານາຄົດ(The Second Life Mobile Phone)

Sisamane Dimak Posted by: Sisamane Dimak Print PDF
Tagged in: Untagged 

      ເຫັນພາບນີ້ແລ້ວຂໍບອກໄດ້ເລີຍວ່າ ຄວາມກ້າວໜ້າລ້ຳສະໄໝຂອງ ໂທລະສັບແມ່ນໄປໄກກວ່າທີ່ເຮົາຄິດກັນເອົາໄວ້, ເຊິ່ງ Second Life Mobile Phone ທີ່ເປັນຄອນເຊັບດີຊາຍ ຜົນງານຂອງ Cho Sinhyung ແລະ Jeon Jungjae ເຊິ່ງສາມາດເວົ້າໄດ້ເຕັມປາກວ່າເປັນໂທລະຊັບແຫ່ງສັດຕະວັດໜ້າໄດ້ເລີຍ!

       ບໍ່ພຽງແຕ່ເຈົ້າໂທລະຊັບໜ່ວຍນີ້ຈະມີຮູບແບບທີ່ໂປ່ງໃສເບິ່ງທະລຸໄດ້ແລ້ວ ມັນຍັງມາພ້ອມກັບລະບົບ2ໜ້າຈໍ
Double Display ຊຶ່ງບໍ່ວ່າທ່ານຈະເປີດ ຫຼື ສະແຕນບາຍເຄື່ອງເອົາໄວ້ ກໍ່ຈະສາມາດເບິ່ງເຫັນໜ້າຈໍໄດ້ຕະຫຼອດເວລາ ໂດຍທາງທີມງານອອກແບບກໍ່ໄດ້ບອກໄວ້ວ່າ ເມື່ອໂທລະຊັບໂປ່ງໃສເທົ່າໃດ ຍິ່ງເຮັດໃຫ້ປະຢັດພະລັງງານຫຼາຍເທົ່ານັ້ນ

      ສຳລັບໜ້າຈໍທິ່ໃຊ້ງານຕາມປົກກະຕິນັ້ນຈະເປັນ AMOLEDເມື່ອທ່ານລອກໜ້າຈໍ Second Life  ມັນກໍ່ຈະປ່ຽນເປັນໂໝດ ຈໍທີ່ສອງແບບ E-ink ເຮັດໃຫ້ເປັນການປະຢັດພະລັງງານໃນອີກແນວທາງໜຶ່ງ , ນອກຈາກນີ້ບໍ່ວ່າທ່ານຈະເປີດ ຫຼື ປິດເຄື່ອງກໍ່ຈະເຫັນ ສະຖານະຂອງແບດເຕີລີໄດ້ເຊັ່ນດຽວກັນ.

 

Comments (0)

Subscribe to this comment's feed

Write comment

smaller | bigger

busy