Register or Login to write your blog
Iphone 5
Iphone ເປັນໂທລະຊັບທີ່ມີຜູ້ຄົນຫຼາກຫຼາຍຕິດຕາມກັນມາຢ່າງຕໍ່ເນື່ອງ ລ້າສຸດກໍ່ແມ່ນIphone4 ທີ່ຄົນໃຊ້ຫຼາຍຕໍ່ຫຼາຍຄົນອອກມາຈົ່ມ ມາເວົ້າຫຼາຍຕໍ່ຫຼາຍແນວ ບໍ່ວາຈະເປັນເລື່ອງສັນຍານບໍ່ດີ ຫຼ ໂມງປຸກໆຊ້າ ແລະອື່ນໆ, ລ້າສຸດກໍ່ມີຂ່າວລືIphone5 ອອກມາ ເຫັນວ່າຈະເຮັດອອກມາເພື່ອແກ້ໂຕແລະຈະເຈັງກວ່າເກົ່າອີກ
ສຳລັບIphone5ແມ່ນມີຈຸດສົນໃຈພິເສດກວ່າລຸ້ນອື່ນໆ ຄືຈະເນັ້ນທີ່ລະບົບຊີມກາດ ໃຫ້ສາມາດເຊື່ອມຕໍ່ກັບເຄືອຄ່າຍໃດໆກໍ່ໄດ້ຢ່າງມີປະສິດທິພາບ ເຊິ່ງບໍລິສັດແອັບເປີ້ນ ໄດ້ຮ່ວມມືກັບບໍລິສັດຊີມກາດ Gemalto ເພື່ອເຮັດຊີມກາດຊະນິດພິເສດ ທີ່ສາມາດໃຫ້ຜູ້ໃຊ້ລົງທະບຽນຜ່ານອິນເທີເນັດ ຕັ້ງຄ່າເຄືອຄ່າຍໄດ້ທຸກເຄືອຄ່າຍຕາມທີ່ຜູ້ໃຊ້ຕ້ອງການ ເຊິ່ງຖືວ່າເປັນສິ່ງໃໝ່ທີ່ບໍ່ທັນມີບໍລິສັດໃດເຄີຍເຮັດມາກ່ອນ
ແລະນອກຈາກເລື່ອງຊີມກາດທີ່ສາມາດເລືອກເຄືອຕ່າຍໄດກໍ່ໄດ້ແລ້ວ ແອັບເປີ້ນຍັງເຮັດໃຫ້ແຟນໆຕົກຕະລຶງ!ກັນອີກຄັ້ງ ເມືອມີຂ່າວອອກມາວ່າແອັບເປີ້ນຈະເພີ້ມເທັກໂນໂລຢີ ບໍ່ມີສາຍໃນໄລຍະສັ້ນຫຼື NFC (Near Field Communication) ເຂົ້າໄປນຳ ເຊິ່ງເຮັດໃຫ້ຜູ້ໃຊ້ສາມາດຖ່າຍໂອນຂໍ້ມູນ ຫຼື ເກັບຂໍ້ມູນ ໃນເຄື່ອງMAC ໄວ້ໃນIphone5 ໄດ້ ເຮັດໃຫ້Iphone5ເປັນຄືກັບເຄື່ອງMACທີ່ສາມາດພົບພາໄປໃສກໍ່ໄດ້. 



