Register or Login to write your blog
ໂປ່ງໃສSamsung AMOLED
ໃຜທີ່ຄິດວ່າ ຈໍທີ່ໂປງໃສຈົນເບິ່ງເຫັນທະລຸໄດ້ນັ້ນ ຈະເປັນໄປບໍ່ໄດ້ ແຕ່ດຽວນີ້ມັນມີແລ້ວSamsung AMOLEDບໍລິສັດທີ່ຄິຄົ້ນໜ້າຈໍທີ່ມີຄວາມໂປງໃສເບິ່ງທະລຸໄດ້ , 
ເຊິ່ງໃນງານFPD Display Expo ໄດ້ເປີດໂຕຄັ້ງທຳອິດຂອງຈໍ ທີ່ເປັນແບບຊີທຣູ ເບິ່ງທະລຸໄດ້ນອກຈາກນີ້ ຍັງເປີດໂຕຈໍAMOLED ທີ່ສາມາດໂຄ້ງງໍໄດ້ ມີຄວາມທົນທານສູງ. 
ສຳລັບຈໍທີ່ເປັນຄອນເຊັບຊີທຣູນັ້ນ ແມ່ນເນັ້ນໄປທາງ ໃຊ້ສຳລັບໂນດບຸກ ເປັນປະເພດຈໍLCD ເຊິ່ງມີຄວາມລະອຽດ ສູງສຸດຢູທີ່ 960x540 pixel ຊຶ່ງຄາດວ່າຈະພັດທະນາໃຫ້ມີຄວາມລະອຽດໄປຫຼາຍກວ່ານີ້ເລື້ອຍໆ.


ມືຖືແຫ່ງອານາຄົດ(The Second Life Mobile Phone)
ເຫັນພາບນີ້ແລ້ວຂໍບອກໄດ້ເລີຍວ່າ ຄວາມກ້າວໜ້າລ້ຳສະໄໝຂອງ ໂທລະສັບແມ່ນໄປໄກກວ່າທີ່ເຮົາຄິດກັນເອົາໄວ້, ເຊິ່ງ Second Life Mobile Phone ທີ່ເປັນຄອນເຊັບດີຊາຍ ຜົນງານຂອງ Cho Sinhyung ແລະ Jeon Jungjae ເຊິ່ງສາມາດເວົ້າໄດ້ເຕັມປາກວ່າເປັນໂທລະຊັບແຫ່ງສັດຕະວັດໜ້າໄດ້ເລີຍ!
ບໍ່ພຽງແຕ່ເຈົ້າໂທລະຊັບໜ່ວຍນີ້ຈະມີຮູບແບບທີ່ໂປ່ງໃສເບິ່ງທະລຸໄດ້ແລ້ວ ມັນຍັງມາພ້ອມກັບລະບົບ2ໜ້າຈໍ
Double Display ຊຶ່ງບໍ່ວ່າທ່ານຈະເປີດ ຫຼື ສະແຕນບາຍເຄື່ອງເອົາໄວ້ ກໍ່ຈະສາມາດເບິ່ງເຫັນໜ້າຈໍໄດ້ຕະຫຼອດເວລາ ໂດຍທາງທີມງານອອກແບບກໍ່ໄດ້ບອກໄວ້ວ່າ ເມື່ອໂທລະຊັບໂປ່ງໃສເທົ່າໃດ ຍິ່ງເຮັດໃຫ້ປະຢັດພະລັງງານຫຼາຍເທົ່ານັ້ນ
ສຳລັບໜ້າຈໍທິ່ໃຊ້ງານຕາມປົກກະຕິນັ້ນຈະເປັນ AMOLEDເມື່ອທ່ານລອກໜ້າຈໍ Second Life ມັນກໍ່ຈະປ່ຽນເປັນໂໝດ ຈໍທີ່ສອງແບບ E-ink ເຮັດໃຫ້ເປັນການປະຢັດພະລັງງານໃນອີກແນວທາງໜຶ່ງ , ນອກຈາກນີ້ບໍ່ວ່າທ່ານຈະເປີດ ຫຼື ປິດເຄື່ອງກໍ່ຈະເຫັນ ສະຖານະຂອງແບດເຕີລີໄດ້ເຊັ່ນດຽວກັນ.


ZUNE Media Player
ໃຜທີ່ຄິດວ່າເບື່ອໃນການຟັງເພງແບບຊ້ຳໆເກົ່າໆ ໃຫ້ລອງມາຊ້ໂປແກມZUNE ຈາກໄມໂຄຣຊອບ
ZUNE ເປັນໂປແກມMedia Center ແຕ່ກ່ອນZUNE ເປັນຊື່ຂອງເຄື່ອງຫຼິ້ນMp3 ຂອງໄມໂຄຊອບ, ມາບາດນີ້ ZUNE ໄດ້ເຮັດເປັນໂປແກມອອກມາໃຫ້ເຮົາໃຊ້ໃນຮູບແບບຂອງPC ຫຼື ໃຜທີ່ໃຊ້XBOX 360 ແລະ Window Phone7 ກໍ່ມີເຊັ່ນດຽວກັນ. ໃຜທີ່ເຄີຍໃຊ້ໂປແກມWindow Media Center ກໍ່ຄົງຈະຮູ້ດີວ່າມັນມີຄວາມເຈັງຂະໜາດໃດ ແຕ່ສຳລັບZUNE ແມ່ນມີຄວາມເຈັງຍິ່ງກວ່າ ເພາະຮູບຮ່າງໜ້າຕາ ແມ່ນເບິ່ງໃຊ້ງ່າຍດີ ສະດວກ ແລະ ວ່ອງໄວໃນການຣັນໂປແກມ ພ້ອມທັງມີກຮາຟິກທີ່ສວຍງາມອີກດ້ວຍໃຜທີ່ສົນໃຈຢາກໄດ້ໂປແກມນີ້ໄປໃຊ້ກໍ່ເຂົ້າໄໂຫຼດເລີຍຕາມ ລິ່ງນີ້:
http://www.zune.net/en-US/products/software/download/default.htm

Iphone 5
Iphone ເປັນໂທລະຊັບທີ່ມີຜູ້ຄົນຫຼາກຫຼາຍຕິດຕາມກັນມາຢ່າງຕໍ່ເນື່ອງ ລ້າສຸດກໍ່ແມ່ນIphone4 ທີ່ຄົນໃຊ້ຫຼາຍຕໍ່ຫຼາຍຄົນອອກມາຈົ່ມ ມາເວົ້າຫຼາຍຕໍ່ຫຼາຍແນວ ບໍ່ວາຈະເປັນເລື່ອງສັນຍານບໍ່ດີ ຫຼ ໂມງປຸກໆຊ້າ ແລະອື່ນໆ, ລ້າສຸດກໍ່ມີຂ່າວລືIphone5 ອອກມາ ເຫັນວ່າຈະເຮັດອອກມາເພື່ອແກ້ໂຕແລະຈະເຈັງກວ່າເກົ່າອີກ
ສຳລັບIphone5ແມ່ນມີຈຸດສົນໃຈພິເສດກວ່າລຸ້ນອື່ນໆ ຄືຈະເນັ້ນທີ່ລະບົບຊີມກາດ ໃຫ້ສາມາດເຊື່ອມຕໍ່ກັບເຄືອຄ່າຍໃດໆກໍ່ໄດ້ຢ່າງມີປະສິດທິພາບ ເຊິ່ງບໍລິສັດແອັບເປີ້ນ ໄດ້ຮ່ວມມືກັບບໍລິສັດຊີມກາດ Gemalto ເພື່ອເຮັດຊີມກາດຊະນິດພິເສດ ທີ່ສາມາດໃຫ້ຜູ້ໃຊ້ລົງທະບຽນຜ່ານອິນເທີເນັດ ຕັ້ງຄ່າເຄືອຄ່າຍໄດ້ທຸກເຄືອຄ່າຍຕາມທີ່ຜູ້ໃຊ້ຕ້ອງການ ເຊິ່ງຖືວ່າເປັນສິ່ງໃໝ່ທີ່ບໍ່ທັນມີບໍລິສັດໃດເຄີຍເຮັດມາກ່ອນ
ແລະນອກຈາກເລື່ອງຊີມກາດທີ່ສາມາດເລືອກເຄືອຕ່າຍໄດກໍ່ໄດ້ແລ້ວ ແອັບເປີ້ນຍັງເຮັດໃຫ້ແຟນໆຕົກຕະລຶງ!ກັນອີກຄັ້ງ ເມືອມີຂ່າວອອກມາວ່າແອັບເປີ້ນຈະເພີ້ມເທັກໂນໂລຢີ ບໍ່ມີສາຍໃນໄລຍະສັ້ນຫຼື NFC (Near Field Communication) ເຂົ້າໄປນຳ ເຊິ່ງເຮັດໃຫ້ຜູ້ໃຊ້ສາມາດຖ່າຍໂອນຂໍ້ມູນ ຫຼື ເກັບຂໍ້ມູນ ໃນເຄື່ອງMAC ໄວ້ໃນIphone5 ໄດ້ ເຮັດໃຫ້Iphone5ເປັນຄືກັບເຄື່ອງMACທີ່ສາມາດພົບພາໄປໃສກໍ່ໄດ້. 



My Blog