ລັດຖະບານ ຊຸດໃຫມ່ ຮັບປະກັນ ເສດຖະກິດເຕີບໂຕ 8% ຂຶ້ນໄປ ດ້ານ ສສຊ ສະເຫນີສ້າງ ຄວາມສົມດຸນ ໃນການເຕີບໂຕ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Home

ລັດຖະບານ ຊຸດໃຫມ່ ຮັບປະກັນ ເສດຖະກິດເຕີບໂຕ 8% ຂຶ້ນໄປ ດ້ານ ສສຊ ສະເຫນີສ້າງ ຄວາມສົມດຸນ ໃນການເຕີບໂຕ

E-mail Print PDF


ລັດ­ຖະ­ບານ​ຊຸດ​ໃຫມ່​ຢືນ­ຢັນ​ວ່າ ຕະ­ຫລອດ​ວາ­ລະ​ທີ່​ປະ­ຕິ­ບັດ​ຫນ້າ­ທີ່​ຈະ​ຕໍ່​ຍອດ​ເສດ­ຖະ­ກິດ​ມະ­ຫາພາກ​ໃຫ້​ ເຕີບ​ໂຕ 8% ຕໍ່​ປີຂຶ້ນ​ໄປ​ເພີ່ມ​ຂຶ້ນ​ຈາກ​ຊຸດ​ກ່ອນ 0,5% ເຖິງ​ແມ່ນ​ວ່າ​ຈະ​ພົບ​ຫລາຍ​ບັນ­ຫາ​ກໍ່​ຕາມ ພ້ອມ​ໃຫ້​ລາຍ​ຮັບ​ປະ­ຊາ­ຊົນ​ສະ­ເລ່ຍ​ໃສ່​ຫົວ​ຄົນ​ບັນ­ລຸ 1.700 ໂດ​ລາ​ສະ­ຫະ­ລັດ.

ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີເຊິ່ງ​ຕາງ­ຫນ້າໃຫ້​ລັດ­ຖະ­ບານ​ຊຸດ​ໃຫມ່​ໄດ້​ລາຍງານ ​ຮ່າງ​ແຜນ​ພັດ­ທະ­ນາ​ເສດຖະ​ກິດ- ສັງ­ຄົມ​ແຫ່ງ​ຊາດ 5 ປີ (2011-2012) ເຊິ່ງ​ເປັນ​ແຜນສືບ­ຕໍ່​ບຸກ​ທະ­ລຸ​ທີ່​ຈະ​ເຮັດ​ໃຫ້​ລາວ ເຮົາ​ບັນ­ລຸ​ເປົ້າ​ຫມາຍ​ສະ­ຫັດ​ສະວັດ​ດ້ານ​ການ​ພັດ­ທະ­ນາ​ຕາມ ກຳ­ນົດ​ຫມາຍ​ຕໍ່​ກອງ​ປະ­ຊຸມ​ຄັ້ງປະ­ຖົມ​ມະ​ລືກ​ຂອງ​ສະ­ພາ​ແຫ່ງຊາດ​ຊຸດທີ VII ໃນ​ວັນ​ທີ 15 ມິຖຸ​ນາ​ນີ້​ວ່າ: ໃນ​ວາ­ລະ​ຂອງ​ຄະ­ນະລັດ­ຖະ­ບານ​ຊຸດ​ນີ້​ຮອດ​ປີ 2015 ຈະ​ສູ້ຊົນ​ເຮັດ​ໃຫ້​ອັດ­ຕາ​ການ​ເຕີບໂຕ​ຂອງ​ເສດ­ຖະ­ກິດ​ຂະ­ຫຍາຍ ນັບ​ແຕ່ 8% ຂຶ້ນ​ໄປ, ໃຫ້​ລາຍ​ຮັບສະ­ເລ່ຍ​ຂອງ​ປະ­ຊາ­ຊົນ​ບັນ­ລຸ 1.700 ໂດ​ລາ​ສະ­ຫະ­ລັດ; ໃນ​ນັ້ນ ຂະ­ແຫນງ​ກະ­ສິ­ກຳ-ປ່າ­ໄມ້​ເພີ່ມຂຶ້ນ ປະ­ມານ 3,5% ກວມ 23%, ອຸດ­ສາ­ຫະ­ກຳ​ເພີ່ມ 15% ກວມ 39% ແລະ ຂະ­ແຫນງ­ການ​ບໍ​ລິການ​ເພີ່ມ​ຂຶ້ນ​ປະ­ມານ 6,5% ກວມ​ປະ­ມານ 38% ຂອງ​ຈີ​ດີ​ພີ.

ຂະ­ນະ​ທີ່ ອັດ­ຕາ​ເງິນ​ເຟີ້​ກໍ່​ຈະຄວບ​ຄຸມ​ໃຫ້​ຢູ່​ລະ­ດັບ​ຕ່ຳ​ກວ່າ​ອັດຕາ​ການ​ຂະ­ຫຍາຍ ​ຂອງ​ເສດ​ຖະກິດ​ເງິນ​ກີບ​ອ່ອນ​ຄ່າ ຫລື ແຂງຄ່າ​ບໍ່​ໃຫ້​ເກີນ 5% (ທຽບ­ໃສ່​ເງິນຕາ​ຕ່າງ­ປະ­ເທດ​ສະ­ກຸນ​ຫລັກ); ປະ­ຕິ­ບັດ​ລາຍ​ຮັບ​ທັງ​ຫມົດ​ໃຫ້​ໄດ້ປະ­ມານ 19-21% ຂອງ​ຈີ​ດີ​ພີຂຶ້ນ​ໄປ ແລະ ຮັບ­ປະ­ກັນ​ການ​ຂາດດຸນ​ງົບ­ປະ­ມານ​ໃຫ້​ຢູ່​ລະ­ຫວ່າງ 3-5% ຂອງ​ຈີ​ດີ​ພີ​ຕໍ່​ປີ.

ທ່ານ ສົມ​ສະ­ຫວາດ ເລັ່ງ​ສະຫວັດ ກ່າວ​ອີ​ກວ່າ: ສ່ວນ​ຫນີ້​ສິນໃນ​ທົ່ວ​ລະ­ບົບ​ການ​ເງິນ​ຂອງ​ລັດ, ລັດ­ຖະ­ບານ​ຊຸດ​ນີ້​ກໍ່​ຈະ​ສູ້​ຊົນ​ໃຫ້ລົງ​ບໍ່​ເກີນ 45% ຂອງ​ຈີ​ດີ​ພີ; ລະດົມ​ເງິນ​ຝາກ​ໃຫ້​ເພີ່ມ​ຂຶ້ນ​ສະ­ເລ່ຍໃນ​ແຕ່​ລະ​ປີ 25,6%; ຮັບ­ປະ­ກັນຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ ໃຫ້​ສາ­ມາດ​ກຸ້ມ​ການ​ນຳ​ເຂົ້າ​ສິນຄ້າ​ບໍ່​ໃຫ້​ຫລຸດ 6 ເດືອນ; ລະ­ດົມການ​ລົງ­ທຶນ​ໃຫ້​ໄດ້ 32% ຫລື 127 ພັນ​ຕື້​ກີບ ແລະ ສາ­ມາດຕອບ​ສະ­ຫນອງ​ແຮງ​ງານ​ໄດ້ 3 ລ້ານ​ກວ່າ​ຄົນ, ແຮງ​ງານ​ໃຫມ່ປະ­ມານ 277 ພັນ​ຄົນ.

ຢ່າງ­ໃດ​ກໍ່​ຕາມ ມື້​ທີ​ສອງ​ຂອງກອງ​ປະ­ຊຸມ​ສະ­ພາ​ກໍ່​ໄດ້​ນຳ​ຮ່າງແຜນ​ດັ່ງ­ກ່າວ ມາ​ປະ­ກອບ​ຄວາມຄິດ​ເຫັນ ເພື່ອ​ໃຫ້​ມີ​ຄວາມ​ຖືກຕ້ອງ, ລະ­ອຽດ ແລະ ເຫມາະ​ສົມກັບ​ສະ­ພາບ​ຄວາມ​ເປັນ​ຈິງ​ຂອງເສດ­ຖະ­ກິດ-ສັງ­ຄົມ​ລາວ​ໃນ​ປະຈຸ​ບັນ ໂດຍ​ສະ­ມາ­ຊິກ​ສະ­ພາ​ແຫ່ງຊາດ (ສສຊ) ບາງ​ເຂດ​ສະ­ເຫນີຕື່ມ​ວ່າ: ເຖິງ​ລັດ­ຖະ­ບານ​ຊຸດ​ນີ້ ຈະວາງ​ເປົ້າ​ເສດ­ຖະ­ກິດ​ຂະ­ຫຍາຍ​ຕໍ່​ເນື່ອງ​ແຕ່​ດ້ານ​ຄຸນ​ນະ​ພາບ​ຂອງການ​ ເຕີບ​ໂຕ​ຍັງ​ບໍ່​ຫນັກ​ແຫນ້ນລາຍ​ຮັບ​ສ່ວນ​ໃຫຍ່​ຍັງ​ເອື່ອຍ​ອີງໃສ່​ການ​ຂຸດ​ ຄົ້ນ​ຊັບ­ພະ­ຍາ­ກອນທຳ​ມະ​ຊາດ ແລະ ຫນໍ່​ແຫນງ​ເສດຖະ​ກິດ​ພູມ​ປັນ­ຍາ​ຍັງ​ອ່ອນ​ນ້ອຍ. ສະ­ນັ້ນລັດ­ຖະ­ບານ​ຄວນ​ສ້າງຄວາມ​ສົມ​ດຸນ​ການ​ເຕີບ​ໂຕ​ດ້ານເສດ­ຖະ­ກິດ​ໄປ​ຄຽງ ​ຄູ່​ຄວາມ​ສີວິ­ໄລ​ດ້ານ​ຈິດ­ໃຈ ແລະ ຮັບ­ປະ­ກັນຄຸນ​ນະ​ພາບ​ສະ­ພາບ​ແວດ​ລ້ອມ; ພັດ­ທະ­ນາ​ທຸ­ລະ​ກິດ​ຂະ­ຫນາດນ້ອຍ ແລະກາງ​ໂດຍ ​ເນັ້ນ​ການສ້າງ​ມູນ​ຄ່າ​ເພີ່ມ​ຈາກ​ຂະ­ແຫນງການ​ທີ່​ບໍ່​ແມ່ນ ການ​ນຳ​ໃຊ້​ຊັບ​ພະຍາ​ກອນ​ໃຫ້​ຫລາຍ​ຂຶ້ນ; ເລ່ງ​ເພີ່ມລາຍ​ຮັບ​ສົ່ງ​ອອກ​ສິນ­ຄ້າ, ບໍ​ລິການ; ສ້າງ​ພູມ​ຄຸ້ມ​ກັນ​ເສດ​ຖະກິດ​ມະ­ຫາ​ພາກ ເພື່ອ​ຮັບ​ມື​ກັບ​ຜົນກະ­ທົບ​ວິ​ກິດ​ໄພ​ເງິນ​ເຟີ້, ລາ­ຄານ້ຳ­ມັນ, ສະ­ບຽງ​ອາ­ຫານ ແລະ ກຽມ­ພ້ອມ​ຮັບ​ມື​ໄພ​ທຳ​ມະ​ຊາດ ແລະ ພະ­ຍາດ​ລະ­ບາດ​ທີ່​ເກີດ​ຂຶ້ນ.

ພ້ອມ​ດຽວ​ກັນ​ນັ້ນ ກໍ່​ຍັງ​ມີການ​ສະ­ເຫນີ​ໃຫ້​ລັດ­ຖະ­ບານອອກ​ມາດ​ຕະ­ການ​ກ່ຽວ​ກັບ​ການຈັບ­ຈອງ​ ທີ່​ດິນ​ຂອງ​ປະ­ຊາ­ຊົນ​ໃຫ້ເຂັ້ມ​ງວດ; ການ​ເຮັດ​ກະ­ສິ­ກຳຄວນ​ເບິ່ງ​ຕາມ​ຄວາມ​ເຫມາະ​ສົມ ຂອງ​ດິນ​ໃນ​ພື້ນ​ທີ່; ການ​ຄຸ້ມ​ຄອງຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ເປັນຕົ້ນ​ແມ່ນ​ປ່າ­ໄມ້; ບັນ­ຫາ​ເງິນ ເດືອນ​ຂອງ​ພະ­ນັກ­ງານ; ງົບ​ປະມານ​ເຂົ້າ​ໃນ​ການ​ສຶກ​ສາ, ສາ​ທາລະ­ນະ​ສຸກ; ເບິ່ງ​ໂຄງ­ການ​ກໍ່­ສ້າງເຂື່ອນ​ໄຟ­ຟ້າ, ຂຸດ​ຄົ້ນ​ບໍ່​ແຮ່​ຫາກບໍ່​ມີ​ການ​ພັດ­ທະ­ນາ​ຈົນ​ກາຍ​ກຳນົດ​ກໍ່​ຄວນ​ລຶ­ບລ້າງ; ແຮງ​ງານ ແລະ ບັນ­ຫາ​ສຳ­ຄັນ​ອື່ນໆ​ທີ່​ລັດຖະ​ບານ​ຊຸດ​ໃຫມ່​ນີ້ ຈະ​ຕ້ອງ​ເອົາໃຈ​ໃສ່​ຢ່າງ​ຈິງ​ຈັງ​ໃນ​ການ​ປະ­ຕິບັດ ເພື່ອ​ຍູ້​ອັດ­ຕາ​ເຕີບ​ໂຕ​ເສດ​ຖະກິດ​ໄປ​ຕາມ​ແຜນ.

ແນວ­ໃດ​ກໍ່​ດີ ຮ່າງ​ແຜນ​ພັດ​ທະນາ​ດັ່ງ­ກ່າວ​ຍັງ​ບໍ່​ທັນ​ຮອດ​ວາ­ລະຮັບ­ຮອງ​ຈາກ​ສະ­ພາ ໂດຍ​ຈະ​ມີການ​ພິ­ຈາ­ລະ­ນາ​ອີກ​ໃນ​ມື້​ຕໍ່​ໄປ. ສ່ວນ­ວ່າ​ໃນ​ມື້­ນີ້ (17 ມິ­ຖຸ­ນາ) ກອງ​ປະ­ຊຸມ​ຈະ​ໄດ້​ມີ​ການ​ຂຶ້ນ​ສະເຫນີ​ດັດ­ແກ້​ກ່ຽວ​ກັບ​ແຜນ​ງົບ​ປະມານ​ ປະ­ຈຳ​ສົກ​ປີ 2010-2011 ຈາກ​ກະ­ຊວງ​ການ​ເງິນ.

ພາບແລະເນື້ອຂ່າວຈາກ
 

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: