ກະ­ຊວງ​ການ​ ເງິນ​ສະ­ເຫນີ ຂໍ​ດັດ­ແກ້​ແຜນ ​ງົບ­ປະ­ມານ​ແຫ່ງ​ລັດ 6 ເດືອນ​ທ້າຍ​ປີ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Home

ກະ­ຊວງ​ການ​ ເງິນ​ສະ­ເຫນີ ຂໍ​ດັດ­ແກ້​ແຜນ ​ງົບ­ປະ­ມານ​ແຫ່ງ​ລັດ 6 ເດືອນ​ທ້າຍ​ປີ

E-mail Print PDF

ກະ­ຊວງ​ການ​ເງິນ​ສະ­ເຫນີ ຂໍ​ດັດ­ແກ້​ແຜນ​ງົບ­ປະ­ມານ​ແຫ່ງ​ລັດ 6ເດືອນ​ທ້າຍ​ປີ​ຂອງ​ສົກ​ນີ້ ເນື່ອງ​ຈາກ​ມີ​ລາຍ​ຮັບ-ລາຍ​ຈ່າຍ ຈຳ­ນວນ​ຫນຶ່ງ​ຕ້ອງ​ໄດ້​ຈົດ​ເຂົ້າ​ໃນ​ແຜນ​ງົບ­ປະ­ມານ.

ໃນ​ວັນ​ທີ 17 ມິ­ຖຸ­ນາ ເຊິ່ງ ເປັນ​ມື້​ທີ 3 ຂອງ​ການ​ດຳ­ເນີນ​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລືກ​ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VII, ທ່ານ ສົມ​ດີ ດວງ​ດີ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ເງິນ​ຜູ້​ເກົ່າ​ໄດ້​ນຳ​ແຜນ​ງົບ­ປະ­ມານ​ ແຫ່ງ​ລັດ ສົກ 2010-2011 ສະ­ເຫນີ​ຕໍ່​ສະ­ພາ​ແຫ່ງ​ຊາດ​ເພື່ອ​ຂໍ​ດັດ­ແກ້​ແຜນ​ໃນ 6 ເດືອນ​ທ້າຍ​ປີ ໂດຍ​ທ່ານ​ໃຫ້​ເຫດ­ຜົນ​ວ່າ: ຜ່ານ​ການ​ສະ­ຫລຸບ​ຂາດ​ຕົວ​ໃນ​ການ ຈັດ​ຕັ້ງ​ປະ­ຕິ­ບັດ​ງົບ­ປະ­ມານ​ສົກ 2009-2010 ແລະ ແຜນ 6 ເດືອນ​ຕົ້ນ​ປີ​ຂອງ​ສົກ​ນີ້ ເຫັນ​ວ່າ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ສະ­ເຫນີ​ຂໍ​ດັດ­ແກ້​ລາຍ​ຮັບ-ລາຍ​ຈ່າຍ​ໃນ 6 ເດືອນ​ຫລັງ​ຍ້ອນ​ມີ​ລາຍ​ຮັບ-ລາຍ​ຈ່າຍ​ຂອງ​ທ້ອງ­ຖິ່ນ ແລະ ຂະ­ແຫນງ­ການ​ຈຳ­ນວນ​ຫນຶ່ງ​ຕ້ອງ​ໄດ້​ຈົດ​ເຂົ້າ​ໃນ​ແຜນ​ງົບ­ປະ­ມານ​ໃຫ້​ ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ຫມາຍ.

ໂດຍ​ສະ­ເພາະ​ແມ່ນ​ການ​ປະ­ຕິ­ບັດ​ແຜນ​ງົບ­ປະ­ມານ​ແຫ່ງ​ລັດ ສົກ​ແລ້ວ​ມີ​ຫລາຍ​ບາງ​ຂະ­ແຫນງ­ການ ແລະ ທ້ອງ­ຖິ່ນ​ປະ­ຕິ­ບັດ​ລາຍ​ຮັບ​ໄດ້​ເກີນ​ແຜນ ສະ­ນັ້ນ​ເຫັນ​ວ່າ​ຕ້ອງ​ໄດ້​ເພີ່ມ​ລາຍ​ຈ່າຍ​ເປັນ​ເງິນ​ບຳ​ເນັດ​ໃຫ້​ພາກ­ສ່ວນ​ ດັ່ງ­ກ່າວ ຕາມ​ກົດ­ຫມາຍ​ງົບ­ປະ­ມານ​ທີ່​ກຳ­ນົດ​ໄວ້. ນອກ​ນັ້ນ ຍັງ​ເຫັນ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ໄດ້​ເພີ່ມ​ລາຍ​ຈ່າຍ​ໃຫ້​ຄັງ​ປະ­ກັນ​ສັງ­ຄົມ​ ແຫ່ງ​ລັດ, ລາຍ​ຈ່າຍ​ເພື່ອ​ປະ ຕິ​ບັດ​ນະ­ໂຍ­ບາຍ​ແກ່​ຜູ້​ມີ​ຜົນ­ງານ, ຄຸນ­ງາມ­ຄວາມ­ດີ​ຕໍ່​ປະ­ເທດ​ຊາດ, ສືບ­ຕໍ່​ການ​ຊຳ​ລະ­ລາຍ​ຈ່າຍ​ໃນ​ການ​ສະ­ເຫລີມ­ສະ­ຫລອງ​ວຽງ​ຈັນ 450 ປີ, ກອງ​ທຶນ​ໄພ­ພິ­ບັດ​ຈາກ​ທຳ​ມະ​ຊາດ, ເພີ່ມ​ລາຍຈ່າຍ​ເພື່ອ​ດຸນ​ດ່ຽງ​ໃຫ້​ແຂວງ​ທີ່​ບໍ່​ສາ­ມາດ​ປະ­ຕິ­ບັດ​ລາຍ​ຮັບ​ ໄດ້​ຕາມ​ແຜນ; ນອກ​ນີ້ ຍັງ​ເຫັນ​ວ່າ​ລາຍ​ຮັບ-ລາຍ​ຈ່າຍ​ຂອງ ບາງ​ທ້ອງ­ຖິ່ນ, ຂະ­ແຫນງ­ການ​ຍັງ​ບໍ່​ທັນ​ຈັດ​ສັນ​ເຂົ້າ​ໃນ​ແຜນ​ງົບ­ປະ­ມານ​ທີ່​ໄດ້​ຮັບ​ເອົາ ​ໃນ​ຕົ້ນ​ປີ​ອີກ​ດ້ວຍ; ທ່ານ ສົມ​ດີ ກ່າວ.

ທ່ານ ກ່າວ​ຕື່ມ​ວ່າ: ການ​ສະ­ເຫນີ​ຂໍ​ດັດ­ແກ້​ແຜນ​ງົບ­ປະ­ມານ​ແຫ່ງ​ລັດ​ໃນ​ຄັ້ງ​ນີ້​ເບື້ອງ​ຕົ້ນ ແມ່ນ​ໃຫ້​ແກ້​ເພີ່ມ​ລາຍ​ຮັບ​ຈຳ­ນວນ 133,51ຕື້​ກີບ ແລະ ເພີ່ມ​ລາຍ​ຈ່າຍ​ລວມ​ທັງ​ຫມົດ 821,03 ຕື້​ກີບ, ເຊິ່ງ​ຈະ​ເຮັດ​ໃຫ້​ມີ​ການ​ຜິດ​ດ່ຽງ​ຢູ່ 687,52 ຕື້​ກີບ, ໂດຍ​ການ​ຂາດ​ດຸນ​ດັ່ງ­ກ່າວ​ແມ່ນ​ສາ­ມາດ​ດຸນ​ດຽງ​ໄດ້​ດ້ວຍ​ຍອດ​ເງິນ​ເຫລືອ​ ງົບ­ປະ­ມານ​ສົກ​ຜ່ານ​ມາ ຈຳ­ນວນ 613,17 ຕື້​ກີບ ແລະ ຄັງ​ສະ​ສົມ​ຂອງ​ລັດ­ຖະ­ບານ​ສົກ​ແລ້ວ­ນີ້ 74,35 ຕື້​ກີບ ເຊິ່ງ​ການ​ດັດ­ແກ້​ຈະ​ເຮັດ​ໃຫ້​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ຈາກ 13.021,65 ຕື້​ກີບ ມາ​ເປັນ13.155,16 ຕື້​ກີບ, ດ້ານ​ລາຍ​ຈ່າຍ​ຈະ​ປ່ຽນ​ຈາກ 15.160,22 ຕື້​ກີບ​ມາ​ເປັນ 15.981,25 ຕື້​ກີບ ຂະ­ນະ​ທີ່​ການ​ຂາດ​ດຸນ​ງົບ­ປະ­ມານ​ຈະ​ເພີ່ມ​ຂຶ້ນ​ຈາກ 3,49% ມາ​ເປັນ 61% ຕໍ່​ຈີ​ດີ​ພີ.

ຢ່າງ­ໃດ​ກໍ່​ຕາມ ທ່ານ​ນາງ ດຣ. ສຸ​ວັນ­ເພັງ ບຸ​ຸບ​ຜາ​ນຸ​ວົງ ປະ­ທານ​ກຳ­ມາ​ທິ​ການ​ເສດ­ຖະ­ກິດ​ແຜນ­ການ-ການ​ເງິນ​ໄດ້​ໃຫ້​ຄຳ​ເຫັນ​ວ່າ: ລັດ­ຖະ­ບານ​ສະ­ເຫນີ​ໃຫ້​ມີ​ການ​ດັດ­ແກ້​ກໍ່​ຈິງ ເຊິ່ງ​ດ້ານ ລາຍ​ຮັບ​ສະ­ພາ​ແຫ່ງ​ຊາດ​ເຫັນ​ດີ​ໃຫ້​ດັດ­ແກ້​ເປັນ​ເບື້ອງ​ລາຍ​ຮັບ​ຂອງ​ສົກ​ ງົບ­ປະ­ມານ 2010-2011 ແຕ່​ສຳ­ລັບ​ເບື້ອງ​ລາຍ​ຈ່າຍ​ແມ່ນ​ໃຫ້​ອົງ­ການ​ກວດ​ສອບ​ແຫ່ງ​ລັດ​ດຳ­ເນີນ​ການ ​ກວດ​ສອບ​ຕົວ​ຈິງ​ກ່ອນ ຫລັງ​ຈາກ​ນັ້ນ ຈິ່ງ​ລາຍ​ງານ​ໃຫ້​ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ ເພື່ອ​ພິ­ຈາ­ລະ­ນາ​ຕົກ­ລົງ​ມາດ​ຕະ­ການ ແລະ ແກ້​ໄຂ.

ຂະ­ນະ​ດຽວ​ກັນ​ນີ້​ຮ່ວງ​ເງິນ ບຳ​ເນັດ​ຂັ້ນ​ສູນ​ກາງ​ແມ່ນ​ໃຫ້​ເອົາ​ເຂົ້າ​ຄັງ​ສະ​ສົມ​ແຫ່ງ​ລັດ, ສ່ວນ​ແຂວງ​ສາ­ມາດ​ໃຊ້​ເປັນ​ລາຍ​ຈ່າຍ​ຂອງ​ແຂວງ​ແຕ່​ລັດ­ຖະ­ບານ​ຕ້ອງ​ ເອົາ­ໃຈ­ໃສ່​ຄຸ້ມ​ຄອງ​ໃຫ້​ເປັນ​ໄປ​ຕາມ​ເປົ້າ​ຫມາຍ​ບຸ­ລິ­ມະ­ສິດ ພ້ອມ​ລາຍ​ງານ​ເປັນ​ລາຍ​ລັກ​ອັກ­ສອນ​ມາ​ໃຫ້​ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ.

ໃນ​ໂອ­ກາດ​ນີ້ ທ່ານ ສຈ.ດຣ. ກິ​ແກ້ວ ໄຂ​ຄຳ​ພິ­ທູນ ສະ­ມາ­ຊິກ​ສະ­ພາ​ເຂດ​ເລືອກ​ຕັ້ງ​ທີ 1 ນະ­ຄອນ­ຫລວງ​ກໍ່​ໃຫ້​ທັດ­ສະ­ນະ​ວ່າ: ການ​ດັດ­ແກ້​ງົບ­ປະ­ມານ​ຕ້ອງ​ໃຫ້​ຕິດ​ພັນ​ກັບ​ການ​ດັດ­ແກ້​ແຜນ­ການ, ສ່ວນ​ກໍ­ລະ­ນີ​ຂອງ​ການ​ຈັດ​ແບ່ງ​ບຳ​ເນັດ​ຂອງ​ສູນ​ກາງ ແລະ ທ້ອງ­ຖິ່ນ​ນັ້ນ​ອາດ​ມີ​ຄວາມ​ຈຳ­ເປັນ​ໃນ​ການ​ດັດ­ແກ້​ກົດ­ຫມາຍ​ຕ່າງໆ​ເພື່ອ​ ໃຫ້​ມີ​ຄວາມ​ຖືກ­ຕ້ອງ​ສອດ­ຄ່ອງ​ກັນ.

ພາບແລະເນື້ອຂ່າວຈາກ
 

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: