ໃນພິທີສະຫາຍ ຈູມມາລີ ໄຊຍະສອນ ໄດ້ຂຶ້ນຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ VIII ຕໍ່ກອງປະຊຸມດັ່ງກ່າວທ່ານກ່າວວ່າ: ຜ່ານການຈັດຕັ້ງ ປະຕິບັດມະຕິກອງປະຊຸມຄັ້ງທີ VIII ຂອງພັກໃນ 5 ປີ ຜ່ານມາ (20062010) ເຫັນໄດ້ຄວາມສາມາດໃນການປົກປັກຮັກສາຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງຫມັ້ນຄົງ, ລະບອບການເມືອງມີສະຖຽນລະພາບອັນຫນັກແຫນ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍທົ່ວໄປ; ອັນພົ້ນເດັ່ນແມ່ນການພັດທະນາເສດຖະກິດ-ສັງຄົມເຮັດໃຫ້ຈັງຫວະ ການເຕີບໂຕເສດຖະກິດແຫ່ງຊາດເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍສະເລ່ຍ 5 ປີ ຜ່ານມາຂະຫຍາຍ 7,9% ຕໍ່ປີ, ລວມຍອດ ຜະລິດຕະພັນພາຍໃນສົກປີ 20092010 ສະເລ່ຍຕໍ່ພົນລະເມືອງບັນລຸ 8,7 ລ້ານກີບຕໍ່ຄົນ ຫລື 1.069 ໂດລາສະຫະລັດ ອັນນີ້ຖືວ່າເປັນເງື່ອນໄຂຕັດສິນຕໍ່ການສ້າງສາພັດທະນາ ແລະ ການເຊື່ອມໂຍງກັບສາກົນ ນອກນັ້ນ ຍັງມີຜົນສຳເລັດທີ່ສຳຄັນຫລາຍປະການໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍການຕ່າງປະເທດ ໂດຍສະເພາະແມ່ນກັບປະເທດເພື່ອນມິດຍຸດທະສາດ, ການຮ່ວມມືກັບບັນດາປະເທດໃນຄອບຄົວອາຊຽນມີຄວາມສະຫນິດແຫນ້ນບົນ ພື້ນຖານການຢຶດຫມັ້ນຫລັກການພື້ນຖານ ແລະ ການເຄື່ອນໄຫວໄປ ຕາມທິດທາງດຽວກັນ ເພື່ອກ້າວ ໄປສູ່ການເປັນປະຊາຄົມອາຊຽນໃນປີ 2015.
ຕໍ່ມາ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຂຶ້ນສະເຫນີຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (20112015) ໂດຍໄດ້ຍົກໃຫ້ເຫັນຄາດຫມາຍໃຫຍ່ຈຳນວນຫນຶ່ງເປັນຕົ້ນ: ເສດຖະກິດແຫ່ງຊາດຕ້ອງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫມັ້ນທ່ຽງລວມຍອດຜະລິດຕະພັນພາຍໃນໃຫ້ເພີ່ມຂຶ້ນ 8%ໃນແຕ່ລະປີ ແລະ ເມື່ອຮອດປີ 2015ມູນຄ່າສະເລ່ຍຕໍ່ຫົວຄົນຕ້ອງບັນລຸໃຫ້ໄດ້ 1.700ໂດລາສະຫະລັດ; ການພັດທະນາຕ້ອງຫັນປ່ຽນໄປຕາມທິດທີ່ຍືນຍົງ ໂດຍໃຫ້ການພັດ ທະນາທາງດ້ານສັງຄົມ, ວັດທະນະທຳ, ດຳເນີີນໄປສົມຄູ່ກັບການພັດທະນາເສດຖະກິດ ແລະ ການຮັກສາສິ່ງແວດລ້ອມ, ມີປັດໄຈພື້ນຖານສຳລັບການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄຫມ.
ແນວໃດກໍ່ຕາມ ເພື່ອບັນລຸຄາດຫມາຍດັ່ງກ່າວ ກ່ອນຫນ້ານີ້ ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ກ່າວວ່າ: ສຳລັບຄາດຫມາຍໃຫຍ່ໃນໄລຍະ 20112015 ກ່ອນອື່ນຕ້ອງ ຕິດຕາມຢ່າງໃກ້ຊິດ, ເຊີດຊູຄວາມຮັບຜິດຊອບ, ຄວາມສາມາດນຳພາໃຫ້ສູງຂຶ້ນຕື່ມ ແລະ ຄາດຄະເນທ່າອຽງລວມແຫ່ງການຜັນແປຂອງສະພາບແວດລ້ອມສາກົນ ແລະ ພາກພື້ນໃນຊຸມປີຕໍ່ຫນ້າໃຫ້ຈະແຈ້ງ ເພື່ອເຮັດໃຫ້ປະເທດຊາດຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາໃນປີ 2020 ແລະ ເພື່ອບັນລຸຄາດຫມາຍຈຳນວນຫນຶ່ງໃນປີ 2015 ນັ້ນ ພັກໄດ້ກຳນົດ ແລະ ຕ້ອງໄດ້ເພີ່ມທະວີການນຳພາຊີ້ນຳຢ່າງຈິງຈັງໃນການຈັດຕັ້ງ ປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ, ສ້າງໃຫ້ໄດ້ການຫັນປ່ຽນໃນການພັດທະນາ ໂດຍຮັບປະກັນການຈະເລີນເຕີບໂຕມີຈັງຫວະອັນເຫມາະສົມຫມັ້ນທ່ຽງ ແລະມີລັກສະນະຍືນຍົງ, ຍຶດຫມັ້ນການນຳພາປ່ຽນແປງໃຫມ່ຮອບດ້ານ ຢ່າງຫນັັກແຫນ້ນ ແລະ ຖືກຕ້ອງຕາມ 6 ຫລັກການທີ່ວາງໄວ, ທັງມີຄວາມເດັດດ່ຽວປະດິດສ້າງໃນການຂຸດຄົ້ນກຳລັງແຮງສັງລວມ ແລະ ນຳໃຊ້ກາລະໂອກາດເພື່ອສ້າງບາດກ້າວບຸກທະ ລຸໃຫ້ໄດ້ ແຕ່ຕ້ອງບຸກທະລຸທາງດ້ານຈິນຕະນາການດ້ວຍການແກ້ໄຂທັດສະນະແນວຄິດ ແບບຄຳພີ, ຂີ້ຄ້ານມັກງ່າຍ, ຊ້າຍຈັດຂວາໂພດ ແລະຢ່າງແຂງແຮງດ້ານການພັດທະນາຊັບພະຍາ ກອນມະນຸດແກ້ໄຂລະບອບລະບຽບການບໍລິຫານ, ຄຸ້ມຄອງທີ່ຍັງກົດຫນ່ວງອັດຕັນການຜະລິດທຸລະກິດ ແລະ ການບໍລິການຕົກໄປຢ່າງຂາດຕົວ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້າງພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມຢ່າງມີຈຸດສຸມ ເພື່ອເປັນແຮງຍູ້ດັນແກ່ການພັດທະນາໃນຂົງເຂດອື່ນໆຢ່າງແຂງແຮງ.
| ພາບແລະເນື້ອຂ່າວຈາກ |
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3343 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2817 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2035 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1097 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (522 Hits)Australian government provides H1N1 vaccines (328 Hits)Lady's hot hit song "Soot ti Huk" (757 Hits)Yom Jai Orn (979 Hits)




