ໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2011, ທີ່ສຳນັກງານປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບທ່ານ ວິໄລວັນ ພົມເຂ ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ຜູ້ເກົ່າກັບທ່ານ ດຣ. ສຸພັນ ແກ້ວ ມີໄຊ ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດຜູ້ໃຫມ່ຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ.
ໂດຍປະຕິບັດຕາມຄຳສັ່ງຂອງມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 03/06/ 2011ແລະ ອີງຕາມລັດຖະດຳລັດປະທານປະເທດແຫ່ງ ສ ປປ ລາວ ສະບັບເລກທີ 097/ປປທ, ລົງວັນທີ 10/06/ 2011ວ່າດ້ວຍການແຕ່ງຕັ້ງທ່ານ ວິໄລວັນ ພົມເຂ ເຈົ້າແຂວງສະຫວັນນະເຂດຜູ້ເກົ່າໄປຮັບຫນ້າທີ່ໃຫມ່ຢູ່ສູນກາງ ແລະອີງຕາມ ມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 13/ກມສພ, ລົງວັນທີ 03/06/ 2011ແລະ ລັດຖະດຳລັດປະທານປະເທດສະບັບເລກທີ 098/ປປທ, ລົງວັນທີ 10/06/2011ວ່າດ້ວຍການແຕ່ງຕັ້ງສະຫາຍ ດຣ. ສຸພັນ ແກ້ວມີໄຊ, ເປັນເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ.
| ພາບແລະເນື້ອຂ່າວຈາກ |
Comments:
- Related News
- Related News:ສະຫວັນນະເຂດ ຈູດທຳລາຍຢາເສບຕິດ (358 Hits)
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3343 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2817 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2035 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1097 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (522 Hits)Australian government provides H1N1 vaccines (328 Hits)Lady's hot hit song "Soot ti Huk" (757 Hits)Yom Jai Orn (979 Hits)




