ຜູ້ຕາງຫນ້າ ອົງການ WHO ຄົນໃຫມ່ຍື່ນ ສານແຕ່ງຕັ້ງຕໍ່ ລັດຖະບານລາວ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Govt Politics ຜູ້ຕາງຫນ້າ ອົງການ WHO ຄົນໃຫມ່ຍື່ນ ສານແຕ່ງຕັ້ງຕໍ່ ລັດຖະບານລາວ

ຜູ້ຕາງຫນ້າ ອົງການ WHO ຄົນໃຫມ່ຍື່ນ ສານແຕ່ງຕັ້ງຕໍ່ ລັດຖະບານລາວ

E-mail Print PDF

ໃນ​ຕອນ​ບ່າຍ​ຂອງ​ມື້­ວານນີ້, ທີ່​ຫ້ອງ​ຮັບ­ແຂກ​ກະ­ຊວງ​ການຕ່າງ­ປະ­ເທດ, ທ່ານ ຫຽມ ພົມ​ມະຈັນ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະຊວງ​ການ​ຕ່າງ­ປະ­ເທດໄດ້​ໃຫ້ກຽດ​ຕ້ອນ­ຮັບ​ການ​ ເຂົ້າ​ຢ້ຽມ​ ຂ່ຳນັບ ແລະຍື່ນ​ສານ​ແຕ່ງ­ຕັ້ງ​ຂອງທ່ານ ດຣ. ຫລິວ ຢຸງ​ກວາ (Liu Yunguo) ຜູ້­ຕາງ­ຫນ້າ​ອົງ­ການອະ­ນາ­ໄມ​ໂລກ (WHO) ຄົນໃຫມ່ໃນ​ຂະ­ນະ​ທີ່​ມາ​ດຳ­ລົງ​ຕຳແຫນ່ງ​ໃຫມ່​ຢູ່ ສປປ ລາວ.

ໃນ​ໂອ­ກາດ​ດັ່ງ­ກ່າວ ທ່ານ ຫຽມ ພົມ­ມະ­ຈັນ ກໍ່​ໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຕ້ອນ­ຮັບ ແລະ ຊົມ­ເຊີຍ​ຢ່າງ​ອົບ​ອຸ່ນ​ຕໍ່​ທ່ານ ດຣ. ຫລິວ ຢຸງ​ກວາ ທີ່​ໄດ້​ຖືກ​ແຕ່ງ­ຕັ້ງໃຫ້​ມາ​ເປັນ​ຜູ້­ຕາງ­ຫນ້າ​ອົງ­ການອະ­ນາ­ໄມ​ໂລກ​ຄົນ​ ໃຫມ່​ປະ­ຈຳ ສປປ ລາວ, ພ້ອມ​ນີ້ ທ່ານ​ຍັງ​ສະແດງ​ຄວາມ​ຂອບ­ໃຈ​ຕໍ່​ອົງ­ການ​ອະນາ​ໄມ​ໂລກ ທີ່​ໄດ້​ໃຫ້­ການ​ຮ່ວມ​ມື  ແລະ ຊ່ວຍ­ເຫລືອ​ແກ່​ລາວ​ໃນ​ໄລຍະ​ຜ່ານ​ມາ ອັນ​ເປັນ​ການ​ປະ­ກອບສ່ວນ​ເຮັດ​ໃຫ້ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນລາວ​ ບັນ­ດາ­ເຜົ່າ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ, ໂດຍ​ສະ­ເພາະ​ກໍ່​ແມ່ນວຽກ​ງານ​ສາ­ທາ­ລະ­ນະ​ສຸກເປັນຕົ້ນ​ການ​ຫລຸດ­ຜ່ອນ​ອັດ­ຕາ ​ການຕາຍ​ຂອງ​ແມ່ ແລະເດັກ, ການ​ກຽມ­ພ້ອມ​ຕ້ານ ແລະ ສະກັດ​ກັ້ນ​ການ​ແພ່​ລະ­ບາດ​ຂອງ​ພະຍາດ​ຕິດ­ແປດ​ຮ້າຍ​ແຮງ, ຕ້ານພະ­ຍາດ​ເອດ​ສ, ມາ​ເລ​ເລຍລວມທັງ​ການ​ໃຫ້­ການ​ຊ່ວຍ­ເຫລືອດ້ານ​ວິ­ຊາ​ການ​ໃນ​ວຽກ​ງານ​ສາທາ​ ລະ­ນະ​ສຸກ​ແກ່ ສປປ ລາວ.

ໂອ­ກາດ​ດຽວ​ກັນ​ນີ້ ທ່່ານ ດຣ. ຫລິວ ຢຸງ​ກວາ ກໍ່​ໄດ້​ກ່າວ​ສະແດງ​ຄວາມ​ຂອບ­ໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ​ທ່ານ​ລັດ ​ຖະມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ການຕ່າງ­ປະ­ເທດ​ຄັ້ງ​ນີ້ພ້ອມ​ທັງ​ ໃຫ້ຄຳ​ຫມັ້ນ​ສັນ­ຍາ​ທີ່​ຈະ​ໃຫ້​ຄວາມຮ່ວມ​ມື​ຢ່າງ​ເຕັມ​ສ່ວນກັບ​ລັດ​ຖະບານ​ ລາວ ໃນ​ການ­ຈັດ­ຕັ້ງ​ປະ­ຕິບັດ​ແຜນ­ການ​ຮ່ວມ​ມື​ໃນ​ໄລ­ຍະໃຫມ່ ລະ­ຫວ່າງ WHO ແລະລັດ­ຖະ­ບານ​ແຫ່ງ ສປປ ລາວ ໃຫ້​ໄດ້​ຮັບ​ຫມາກ­ຜົນ​ດີ​ຍິ່ງ​ຂຶ້ນ.

 

ພາບແລະເນື້ອຂ່າວຈາກ

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: