ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຟິລິບປິນ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Govt Politics ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຟິລິບປິນ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຟິລິບປິນ

E-mail Print PDF

ໃນ​ຕອນ​ບ່າຍ​ວານ​ນີ້ ທີ່ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີພະ­ນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ­ຮັບ​ການເຂົ້າ​ຢ້ຽມ​ຂ່ຳ­ນັບ​ ທ່ານ ອາ​ເບີດ ເອັຟ ເດວ ໂຣ​ຊາ​ຣີ​ໂອ (H.E Albet F. Del Rosario) ລັດ­ຖະ­ມົນ­ຕີວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດແຫ່ງ​ສາ­ທາ­ລະ­ນະ​ລັດ​ຟີ​ລິບ​ ປິນ ພ້ອມ​ດ້ວຍ​ຄະ­ນະເນື່ອງ​ໃນ​ໂອກາດ​ເດີນ­ທາງ​ມາ​ຢ້ຽມ­ຢາມ ສປປ ລາວ ໃນ​ວັນ​ທີ 6Œ7 ເມ­ສາ ເພື່ອ​ເປັນ​ການ​ສະ­ເຫນີ​ຕົວ​ໃນ​ໂອກາດ​ຂຶ້ນ​ຮັບ​ຕຳ­ແຫນ່ງ​ລັດ​ຖະ​ມົນຕີ​ ວ່າ­ການ​ກະ­ຊວງ​ການ​ຕ່າງ​ປະເທດ ແລະ ເພື່ອ​ເປັນ​ການ​ທົບທວນ, ຊຸກ­ຍູ້​ການ​ພົວ­ພັນ​ການ​ຮ່ວມມື​ລະ­ຫວ່າງ​ລາວŒຟິ​ລິບ​ປິນ​ໃຫ້​ສືບຕໍ່​ ຂະ­ຫຍາຍ­ຕົວ​ຕໍ່​ໄປ.

ໃນ​ການ​ຢ້ຽມ­ຢາມ​ໃນ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່ການ​ພົວ­ພັນ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ການ​ໃຫ້​ສະ­ຫນັບ­ສະ­ຫນູນໃນ​ດ້ານ​ວິ­ຊາ​ການ​ຕ່າງໆ​ໃນ​ໄລຍະ​ທີ່​ຜ່ານ​ມາ ເພື່ອ​ຜົນ​ປະ­ ໂຫຍດຂອງ​ປະ­ຊາ­ຊົນ ກໍ່​ຄື​ຜົນ​ປະ­ໂຫຍດແຫ່ງ​ສັນ­ຕິ­ພາບ ແລະ ການ​ພັດທະ​ນາ​ລະ­ຫວ່າງ​ລາວŒຟິ​ລິບ​ປິນໃຫ້​ເກີດ​ດອກ​ງອກ​ງາມ​ຂຶ້ນ​ເລື້ອຍໆ ແລະ ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວກັນ, ທ່ານ ອາ​ເບີດ ເອັຟ ເດວ ໂຣ​ຊາ​ຣີ​ໂອ (H.E Albet F.Del Rosario) ລັດ­ຖະ­ມົນ­ຕີ​ວ່າການ​ກະ­ຊວງ​ການ​ຕ່າງ­ປະ­ເທດ ສາ­ທາ­ລະ­ນະ​ລັດ​ຟິ​ລິບ​ປິນ ພ້ອມດ້ວຍ​ຄະ­ນະ​ຍັງ​ໄດ້​ເຂົ້າ​ພົບ​ປະເຮັດ​ວຽກ​ສອງ​ຝ່າຍ​ກັບ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ​ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າການ​ກະ­ຊວງ​ການ​ຕ່າງ­ປະ­ເທດ ເຊິ່ງ​ທັງ​ສອງ​ຝ່າຍ​ໄດ້​ແລກ­ປ່ຽນຄຳ​ຄິດ​ຄຳ​ເຫັນ​ໃນ​ຫລາຍ​ບັນ­ຫາ ໂດຍ​ສະ­ເພາະ​ໃນ​ໄລ­ຍະ​ຜ່ານ​ມາ, ທາງ​ຟິ​ລິບ​ປິນ ໄດ້​ໃຫ້­ການ​ຊ່ວຍເຫລືອ​ສ້າງ​ຊັບ­ພະ­ຍາ­ກອນ​ມະ­ນຸດ, ມອບ​ປຶ້ມ​ກ່ຽວ​ກັບ​ປະ­ເທດ​ຟິ​ລິບປິນ ໃຫ້​ແກ່​ຫໍ­ສະ­ຫມຸດ​ແຫ່ງ​ຊາດ ຈຳ­ນວນ 338ຫົວ, ມອບ​ລົດ​ຕູ້ Starex ໃຫ້​ກົມ​ຮູບ­ເງົາ ກະ­ຊວງຖະ­ແຫລງ​ຂ່າວ ແລະ ວັດ­ທະ­ນະທຳ ພາຍ​ໃຕ້​ໂຄງ­ການ​ລາວŒຟິລິບ​ປິນ ໃນ​ການ​ສ້າງ​ຟີມ​ເອ­ກະສານ​ກ່ຽວ​ກັບ​ນະ­ຄອນ­ຫລວງວຽງ​ຈັນ ​ຄົບ­ຮອບ 450 ປີ ນອກນີ້ ທາງ​ຟີ​ລິບ​ປິນ​ຍັງ​ຈະ​ສືບ­ຕໍ່​ໃຫ້ການ​ຊ່ວຍ­ເຫລືອ​ໃນ​ດ້ານ​ວິ­ຊາການ​ຕ່າງໆ​ ເຊັ່ນ: ດ້ານ​ເຕັກ­ນິກ​ວິຊາ​ການ, ການ​ພັດ­ທະ­ນາ​ຊັບ​ພະຍາ​ກອນ​ມະ­ນຸດ​ດ້ານ​ວັດ­ທະ­ນະທຳŒສັງ­ຄົມ, ຊຸກ­ຍູ້​ຂະ­ແຫນງ­ການທີ່​ກ່ຽວ­ຂ້ອງ, ສືບ­ຕໍ່​ການ​ປະ­ຕິ­ບັດສັນ­ຍາ ແລະ ບົດ​ບັນ­ທຶກ​ທີ່​ໄດ້​ລົງນາມ​ຮ່ວມ​ກັນ​ໃຫ້​ປະ­ສົບ​ຜົນ​ເປັນຈິງ, ຊຸກ­ຍູ້​ໃຫ້​ມີ​ການ​ແລກ­ປ່ຽນພົບ​ປະ​ຄະ­ນະ​ຜູ້​ແທນ​ສະ­ພາ​ການຄ້າ ກໍ່​ຄື​ພາກ­ສ່ວນ​ທຸ­ລະ​ກິດ​ທັງສອງ​ປະ­ເທດ ເພື່ອ​ສ້າງ​ເງື່ອນ­ໄຂໃຫ້​ທັງ​ສອງ​ປະ­ເທດ​ໄດ້​ມີ​ການຮ່ວມ​ມື​ກັນ ເຮັດ​ໃຫ້​ທຸ­ລະ​ກິດ​ຂອງຟິ​ລິບ​ປິນ​ມາ​ລົງ­ທຶນ​ຢູ່​ລາວ​ໃນ​ອະນາ​ຄົດ, ນອກ​ນີ້ ຍັງ​ໄດ້​ປຶກ­ສາ​ຫາລື ເພື່ອ​ກະ­ກຽມ​ກອງ​ປະ­ຊຸມ​ຄັ້ງປະ­ຖົມ​ມະ​ລືກ​ຂອງ​ຄະ­ນະ​ກຳ­ມາ​ທິການ​ຮ່ວມ ວ່າ​ດ້ວຍ​ການ​ຮ່ວມ​ມືລາວŒຟິ​ລິບ​ປິນ ທີ່ ສປປ ລາວ ພ້ອມ​ສືບ­ຕໍ່​ສະ­ຫນັບ­ສະ­ຫນູນ​ເຊິ່ງກັນ ແລະ ກັນ​ໃນ​ພາກ​ພື້ນ ແລະ ເວ­ທີ​ສາ­ກົນ ແລະ ໃນ​ຕອນ​ຄ່ຳ ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການຕ່າງ­ປະ­ເທດ​ຟິ​ລິບ​ປິນ ຍັງ​ໄດ້​ເຂົ້າຢ້ຽມ​ຂ່ຳ­ນັບ​ທ່ານ​ປະ­ທານ​ສະ­ພາການ​ຄ້າ​ແຫ່ງ ສປປ ລາວ ອີກດ້ວຍ.

ພາບແລະເນື້ອຂ່າວຈາກ
 

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: