ລາວ ແລະ ເກົາຫລີ ລົງນາມການ ຮ່ວມມືສອງພັກ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Govt Politics ລາວ ແລະ ເກົາຫລີ ລົງນາມການ ຮ່ວມມືສອງພັກ

ລາວ ແລະ ເກົາຫລີ ລົງນາມການ ຮ່ວມມືສອງພັກ

E-mail Print PDF
ຫລັງຈາກສຳເລັດການພົບປະສອງຝ່າຍລະຫວ່າງ ສປປ ລາວ ແລະ ພັກແຮງງານເກົາຫລີໄດ້ມີການເຊັນຂໍ້ຕົກລົງກ່ຽວກັບການຮ່ວມ ມື ແລະ ແລກປ່ຽນຄະນະຜູ້ແທນລະຫວ່າງສອງພັກ ຫວັງເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຕໍ່ຫນ້າ.

ໃນຕອນເຊົ້າວານນີ້ ທີ່ກະຊວງການຕ່າງປະເທດ ໄດ້ມີພິທີການພົບປະລະຫວ່າງຄະນະຜູ້ແທນພົວພັນຕ່າງປະເທດສູນກາງພັກປະຊາ ຊົນປະຕິວັດລາວ ແລະ ຄະນະຜູ້ແທນພົວພັນຕ່າງປະເທດສູນກາງພັກແຮງງານເກົາຫລີ; ໂດຍສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງ ຄວາມເພິ່ງພໍໃຈຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ທີ່ໄດ້ຮັບການ ເສີມຂະຫຍາຍຕະຫລອດມາ, ສອງຝ່າຍໄດ້ແລກປ່ຽນສະພາບການພາຍໃນ, ຜົນສຳເລັດຂອງການສ້າງສາພັດທະນາປະເທດຂອງຕົນໃຫ້ ກັນຊາບ, ແລກປ່ຽນຄຳຄິດເຫັນຕໍ່ບັນຫາພາກພື້ນ ແລະສາກົນທີ່ສອງຝ່າຍໃຫ້ຄວາມສົນໃຈ ແລະປຶກສາຫາລືກ່ຽວກັບການເພີ່ມທະວີການ ຮ່ວມມືລະຫວ່າງສອງປະເທດໃນຕໍ່ຫນ້າ.

ພາຍຫລັງສຳເລັດການພົບ ປະສອງຝ່າຍໄດ້ເຊັນຂໍ້ຕົກລົງກ່ຽວກັບການຮ່ວມມື ແລະ ແລກປ່ຽນຄະນະຜູ້ແທນລະຫວ່າງສອງພັກ ເຊິ່ງ ຕາງຫນ້າໃຫ້ແກ່ ສປປ ລາວ ໂດຍແມ່ນສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງ ປະເທດສູນກາງພັກ ປປ ລາວ ແລະຕາງຫນ້າພັກແຮງງານເກົາຫລີໂດຍແມ່ນສະຫາຍ ກິມ ຢົງ ອິນ ກຳມະການສຳຮອງກົມການເມືອງ, ເລຂາທິການສູນກາງພັກ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກແຮງງານເກົາຫລີໂດຍມີພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ພາບແລະເນື້ອຂ່າວຈາກ

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: