ການເຈລະຈາສອງຝ່າຍລະຫວ່າງ ສປປ ລາວ ກັບ ສ.ເກົາຫລີ, ໃນທີ່ສຸດກໍ່ໄດ້ມີການລົງນາມສະຫລຸບຜົນສຳເລັດການເຈລະຈາສອງ ຝ່າຍ ພາຍໃຕ້ຂອບການເຂົ້າເປັນສະມາຊິກອົງ ການການຄ້າໂລກຂອງ ສປປ ລາວ, ພາຍຫລັງທີ່ມີການພົບປະເຈລະຈາຫລາຍຄັ້ງຍືດຍາວມາແຕ່ປີ 2006.
ພິທີຮ່ວມລົງນາມສະຫລຸບຜົນສຳເລັດຂອງການເຈລະຈາ ໄດ້ຈັດຂຶ້ນທີ່ສຳນັກງານໃຫຍ່ອົງການການຄ້າໂລກຢູ່ເຊີແນວ ປະເທດສະວິດເຊີແລນ, ເມື່ອວັນທີ 9 ມີນາ 2011 ນີ້, ຕາງ ຫນ້າໃຫ້ຝ່າຍລາວລົງນາມໂດຍທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຝ່າຍ ສ.ເກົາຫລີ ລົງນາມໂດຍທ່ານ ຊັງກີ ປາກ (Sang-Ki PARK) ເອກອັກຄະລັດຖະທູດ, ຜູ້ຕາງຫນ້າຖາວອນຂອງ ສ.ເກົາຫລີ ປະຈຳອົງການການຄ້າໂລກເຊິ່ງເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ຢົງ ຈັນທະລັງສີ ເອກອັກຄະລັດ ຖະທູດຜູ້ຕາງຫນ້າຖາວອນ ສປປ ລາວ ປະຈຳອົງການ ສະຫະປະຊາຊາດທັງຜູ້ຕາງຫນ້າອົງການຈັດຕັ້ງສາກົນທີ່ເຊີແນວ ແລະ ຄະນະຜູ້ແທນຂອງ ສປປ ລາວ ແລະ ສ.ເກົາຫລີ ເຂົ້າຮ່ວມ.
ຜົນຂອງການເຈລະຈາສອງຝ່າຍນີ້, ສ.ເກົາຫລີ ຕົກລົງເຫັນດີ ຕໍ່ກັບຂໍ້ສະເຫນີຂອງ ສປປ ລາວ ກ່ຽວກັບການເປີດກວ້າງຂະແຫນງບໍລິການ ເພື່ອສົ່ງເສີມການລົງທຶນລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ແລະບັນດາສະມາຊິກອົງການການຄ້າໂລກອື່ນໆ; ປະຈຸບັນ ສປປ ລາວສຳເລັດການເຈລະຈາສອງຝ່າຍກັບປະເທດຍີ່ປຸ່ນ, ສປຈີນ ແລະ ສ.ເກົາຫລີແມ່ນປະເທດ ທີສາມ ເຊິ່ງສປປ ລາວ ເຮົາຍັງຈະສືບຕໍ່ເຈລະຈາກັບປະເທດອື່ນໆອີກ ຜົນການລົງນາມຄັ້ງນີ້ຫມາຍເຖິງຜົນສຳເລັດອີກບາດກ້າວຫນຶ່ງໃນການ ເຈລະຈາເຂົ້າເປັນສະມາຊິກອົງການການ ຄ້າໂລກຂອງ ສປປ ລາວ ແລະ ຄາດວ່າໃນອະນາຄົດອັນໃກ້ ສປປ ລາວ ຈະໄດ້ເຂົ້າເປັນສະມາຊິກສົມບູນ.
| ພາບແລະເນື້ອຂ່າວຈາກ |
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3343 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2817 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2035 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1097 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (522 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (757 Hits)Yom Jai Orn (979 Hits)







