ພິທີເຊັນສັນຍາ ແລະບົດບັນທຶກຄວາມເຂົ້າໃຈໄດ້ມີຂຶ້ນໃນມື້ວານນີ້ ເນື່ອງໃນໂອກາດທີ່ພະນະທ່ານດາໂຕະ ເສຣິ ນາຈິບ ຕຸນ ຣາ ຊັກນາຍົກລັດຖະມົນຕີແຫ່ງມາເລເຊຍ ພ້ອມຄະນະເດີນທາງມາຢ້ຽມຢາມ ສປປ ລາວຢ່າງເປັນທາງການໃນລະຫວ່າງວັນທີ 2-3 ມິຖຸ ນາ ຕາມຄຳເຊີນຂອງພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ການເຊັນສັນຍາໄດ້ຈັດໃຫ້ມີຂຶ້ນພາຍຫລັງການພົບປະກັນສອງຝ່າຍ ເຊິ່ງຝ່າຍລາວນຳ ໂດຍພະນະທ່ານ ບົວສອນ ບຸບຜາວັນ ນາ ຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ຝ່າຍມາເລເຊຍນຳໂດຍພະນະທ່ານ ດາໂຕະ ເສຣິ ນາຈິບ ຕຸນ ຣາຊັກ ນາຍົກລັດຖະມົນຕີແຫ່ງມາເລເຊຍ ພ້ອມດ້ວຍຄະນະ.
ເອກະສານສາມສະບັບທີ່ສອງຝ່າຍໄດ້ເຊັນຮ່ວມກັນປະກອບ ດ້ວຍການລົງນາມໃນສັນຍາກ່ຽວກັບການຫລີກເວັ້ນການເກັບອາກອນ ຊ້ຳຊ້ອນ ແລະສະກັດກັ້ນການລົບຫລີກການເສຍອາກອນຈາກການເກັບອາກອນລາຍໄດ້, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມ ມືດ້ານການສຶກສາຊັ້ນສູງ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການກີລາ.
ກ່ອນການເຊັນສັນຍາ, ພະນະທ່ານນາຍົກລັດຖະມົນຕີຂອງທັງສອງປະເທດກໍ່ໄດ້ພົບປະຫາລື ກ່ຽວກັບສາຍພົວພັນການຮ່ວມມືລະ ຫວ່າງສອງປະເທດ ແລະໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພາຍໃນທີ່ພົ້ນເດັ່ນ ໂດຍສະເພາະແມ່ນຜົນສຳເລັດຂອງການພັດທະ ນາເສດຖະກິດສັງຄົມຂອງຕົນ, ແລກປ່ຽນທັດສະນະກ່ຽວກັບສະພາບການໃນພາກພື້ນ ແລະສາກົນທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມ ກັນ.
ພະນະທ່ານນາຍົກລັດຖະມົນຕີທັງສອງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິຜົນທີ່ການນຳຂອງ ທັງສອງປະເທດໄດ້ພ້ອມກັນສ້າງຂຶ້ນໃນໄລຍະຜ່ານມາເປັນຕົ້ນການແລກປ່ຽນການຢ້ຽມຢາມໃນລະດັບສູງ ແລະລະດັບອື່ນໆ. ປະຈຸບັນ ການລົງທຶນຂອງມາເລເຊຍໄດ້ຢືນຢູ່ອັນດັບທີ 9 ຂອງການລົງທຶນຕ່າງປະເທດຢູ່ສປປ ລາວ; ການເປີດສາຍການບິນໂດຍກົງລະຫວ່າງ ນະຄອນຫລວງວຽງຈັນ ແລະກົວລາລຳເປີ ໄດ້ສ້າງເງື່ອນໄຂທີ່ສະດວກໃຫ້ມີການໄປມາຫາສູ່ກັນຫລາຍຂຶ້ນທັງເຮັດໃຫ້ຈຳນວນນັກທ່ອງ ທ່ຽວເພີ່ມຂຶ້ນເປັນລຳດັບ.
ທັງສອງຝ່າຍໄດ້ຢືນຢັນຈະສືບຕໍ່ຮັດແຫນ້ນ ແລະເພີ່ມທະວີການພົວພັນຮ່ວມມືກັນໃຫ້ຫລາຍຂຶ້ນທັງໃນຂອບສອງຝ່າຍ ແລະຫລາຍ ຝ່າຍ. ຜູ້ນຳຂອງມາເລເຊຍຍັງໄດ້ຕົກລົງສືບຕໍ່ໃຫ້ການຮ່ວມມືຊ່ວຍເຫລືອແກ່ ສປປ ລາວ ຕໍ່ໄປ ໂດຍສະເພາະແມ່ນດ້ານການພັດທະ ນາຊັບພະຍາກອນມະນຸດ ພາຍໃຕ້ໂຄງການຮ່ວມມືທາງດ້ານເຕັກນິກຂອງມາເລເຊຍ ເອັມທີຊີພີ ແລະ ເອັມດີຊີພີ. ນອກນັ້ນກໍ່ຈະສືບ ຕໍ່ຊຸກຍູ້ສົ່ງເສີມການລົງທຶນ ແລະ ການຮ່ວມມືໃນດ້ານອື່ນໆຕື່ມອີກ ເພື່ອປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດສັງ ຄົມຢູ່ ສປປ ລາວ ແລະ ການຮັດແຫນ້ນສາຍພົວພັນມິດຕະພາບກໍ່ຄືເພີ່ມທະວີການສະຫນັບສະຫນູນຊ່ວຍເຫລືອຊິ່ງກັນ ແລະ ກັນ.
ພາຍຫລັງສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການພະນະທ່ານນາຍົກລັດຖະມົນຕີແຫ່ງມາເລເຊຍ ກໍ່ໄດ້ເດີນທາງກັບ ຄືນປະເທດໃນຕອນຄ່ຳມື້ວານນີ້.
| ພາບແລະເນື້ອຂ່າວຈາກ |
Comments:
- Related News
- Related News:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3343 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2817 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2035 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1097 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (522 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (757 Hits)Yom Jai Orn (979 Hits)







