ໄທຊ່ວຍເຫລືອ ດ້ານການເງິນ ເພື່ອປັບປຸງ ທາງຫລວງ ແຫ່ງຊາດ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Govt Cooperation ໄທຊ່ວຍເຫລືອ ດ້ານການເງິນ ເພື່ອປັບປຸງ ທາງຫລວງ ແຫ່ງຊາດ

ໄທຊ່ວຍເຫລືອ ດ້ານການເງິນ ເພື່ອປັບປຸງ ທາງຫລວງ ແຫ່ງຊາດ

E-mail Print PDF
ນັບວ່າເປັນຂ່າວດີທີ່ປະເທດລາວເຮົາ ຈະໄດ້ຮັບການຊ່ວຍເຫລືອທາງດ້ານການເງິນຈາກລາຊະອານາຈັກໄທ ມູນຄ່າສູງເຖິງ 1 ພັນ ລ້ານກວ່າບາດ ເພື່ອປັບປຸງເສັ້ນທາງຫລວງແຫ່ງຊາດ NR 11 ລວມຄວາມຍາວ 80 ກວ່າກິໂລແມັດ ໂດຍ 30% ເປັນທຶນຊ່ວຍເຫລືອ ລ້າ.

ພິທິລົງນາມໃນສັນຍາຊ່ວຍເຫລືອທາງດ້ານການເງິນໄດ້ຈັດຂຶ້ນໃນຕອນຄ່ຳຂອງມື້ວານ ທີ່ສຳນັກງານນາຍົກລັດຖະມົນຕີ ລະຫວ່າງ ທ່ານນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ແລະທ່ານ ອັກຄະສິຣິ ບູຣະນະສິຣິ ປະທານອົງການຮ່ວມ ມືພັດທະນາເສດຖະກິດຂອງປະເທດເພື່ອນບ້ານ ຫລື NEDA ແຫ່ງລາຊະອານາຈັກໄທໂດຍການຮ່ວມເປັນສັກຂີພິຍານຂອງພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະພະນະທ່ານ ອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີແຫ່ງລາຊະອາ ນາຈັກໄທ ພ້ອມຄະນະ.

ການລົງນາມຮ່ວມກັນຄັ້ງນີ້ ກໍ່ເພື່ອສືບຕໍ່ຮັດແຫນ້ນສາຍພົວພັນຮ່ວມມືຂອງສອງປະເທດແລະເປັນການຊ່ວຍເຫລືອທາງດ້ານການເງິນ ລະຫວ່າງສອງລັດຖະບານ ລວມມູນຄ່າທັງຫມົດ 1.393 ລ້ານບາດ ເຊິ່ງໃນນີ້ເງິນຈຳນວນ 30% ຫລື 417.600.000 ບາດແມ່ນເປັນ ທຶນຊ່ວຍເຫລືອລ້າ, ສ່ວນອີກ 70% ຫລື ເທົ່າກັບ 974.400.000 ບາດແມ່ນເປັນທຶນກູ້ຢືມໃນເງື່ອນໄຂຜ່ອນ.

ງົບປະມານທັງຫມົດແມ່ນຈະໄດ້ນຳໃຊ້ເພື່ອປັບປຸງເສັ້ນທາງຫລວງແຫ່ງຊາດ N R 11 ໂດຍ ເລີ່ມຕັ້ງແຕ່ສາມແຍກບ້ານຕາດທອງ ຫາຂົວນ້ຳສັງ, ມີຄວາມຍາວ 56 ກິໂລແມັດ ແລະເສັ້ນທາງ ແຕ່ເມືອງສັງທອງຫາຖະຫນົນ R 11 ຍາວ 26 ກິໂລແມັດ, ລວມຄວາມ ຍາວທັງຫມົດປະມານ 82 ກິໂລແມັດ. ໂຄງການດັ່ງກ່າວນີ້ ແມ່ນມີຄວາມສຳຄັນຫລາຍຕໍ່ການພັດທະນາເສດຖະກິດŒ-ສັງຄົມຂອງ ສປປ ລາວ, ຈະເພີ່ມຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງ, ການດຳເນີນທຸລະກິດໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ສົ່ງຜົນໃຫ້ປະຊາ ຊົນມີວຽກເຮັດງານທຳອັນຈະກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ພາບແລະເນື້ອຂ່າວຈາກ

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: