ເປີດນໍາໃຊ້ ເວັບໄຊອາເຊັມ ຄັ້ງທີ 9 ຢ່າງເປັນທາງການ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Thursday, Feb 23rd

Last update06:21:01 AM GMT

You are here Govt Cooperation ເປີດນໍາໃຊ້ ເວັບໄຊອາເຊັມ ຄັ້ງທີ 9 ຢ່າງເປັນທາງການ

ເປີດນໍາໃຊ້ ເວັບໄຊອາເຊັມ ຄັ້ງທີ 9 ຢ່າງເປັນທາງການ

E-mail Print PDF

ເພື່ອ​ເປັນ​ການ​ສະ­ຫນອງຂໍ້​ມູນ-ຂ່າວ­ສານ​ແກ່​ກອງ​ປະ­ຊຸມສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ 9 ເຊິ່ງ​ຈະຈັດ​ຂຶ້ນ​ທີ່ ສປປ ລາວ ທ້າຍ​ປີ 2012. ຫລ້າ​ສຸດ ມື້­ວານ​ນີ້​ທີ່​ກະຊວງ​ການ​ຕ່າງ­ປະ­ເທດ​ໄດ້​ເປີດ ພິ­ທີ​ນຳ​ໃຊ້​ເວັບ​ໄຊ​ຢ່າງ​ເປັນ​ທາງ ການ​ໃຫ້​ກຽດ​ເປັນ​ປະ­ທານ​ໂດຍທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີວ່າ­ການ​ກະ­ຊວງ​ການ​ຕ່າງ​ປະເທດ, ມີ​ຄະ­ນະ​ນຳ​ກະ­ຊວງ​ການຕ່າງ­ປະ­ເທດ, ກະ­ຊວງ​ຖະ­ແຫລງຂ່າວ-ວັດ­ທະ­ນະ­ທຳ ແລະ ທ່ອງທ່ຽວ, ກະ­ຊວງ​ໄປ­ສະ­ນີ, ໂທລະ​ຄົມ​ມະນາ​ຄົມ ແລະ ການ​ສື່­ສານ​ເຂົ້າຮ່ວມ.

ການ​ສ້າງ​ເວັບ​ໄຊ​ອາ​ເຊັມ ຄັ້ງ​ທີ 9 (Asem9) ຂອງ​ກອງ ປະ­ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ 9 ໃຊ້​ສື່​ໃນ​ໂລກ​ອອນ​ໄລນ໌​ແມ່ນ www.asem9.la ໂດຍ​ບໍ­ລິ­ສັດບລູ​ກາ​ສ ດີ​ຊາຍ ກຣຸບ (Blue grass design Group co.Ltd) ເປັນ​ຜູ້​ອອກ​ແບບ ແລະ ສ້າງ​ເວັບໄຊ​ນີ້ ຫນ້າ​ຕ່າງ​ຂອງ​ເວັບ​ໄຊ​ແມ່ນມີ​ສັນ­ຍະ­ລັກ​ເປັນ​ເສັ້ນ​ໄຫມ​ສີ ແດງ, ສີ­ເຫລືອງ ແລະ ຟ້າ, ເສັ້ນໄຫມ​ແມ່ນ​ສື່​ເຖິງ​ຮີດ­ຄອງ​ປະ­ເພ­ນີລາວ​ມາ ແຕ່​ຍາວ​ນານ, ສ່ວນ 3 ສີ​ທີ່​ມີ​ການ​ສອດ​ແຊກ​ຢ່າງ​ປານີດ​ແມ່ນ​ສື່​ເຖິງ​ການ​ປະ­ສົມ​ປະສານ​ກັນ​ລະ­ ຫວ່າງ​ອາ­ຊີ ແລະ ເອີ​ຣົບ, ສ່ວນ​ດອກ​ຈຳ­ປາ ແລະ ໂບ​ສີ­ຂຽວ​ສະ­ທ້ອນ​ເຖິງ​ຄວາມເປັນ​ເອ­ກະ­ລັກ ແລະ ຄວາມ​ອຸດົມ​ສົມ­ບູນ​ທາງ​ທຳ​ມະ​ຊາດŒປ່າໄມ້​ໃນ​ລາວ.

ເວັບ​ໄຊອາ​ເຊັມ ຄັ້ງ​ທີ 9 ຈຸດປະ­ສົງ​ສ້າງ​ຂຶ້ນ​ເພື່ອ​ອຳ­ນວຍຄວາມ​ສະ­ດວກ​ແກ່​ບັນ­ດາ​ຄະ­ນະ ຜູ້​ແທນ​ຈາກ 46 ປະ­ເທດ, ພ້ອມດ້ວຍ​ກອງ​ເລ­ຂາ​ອາ​ຊຽນ ແລະ ຄະ­ນະ​ກຳ­ມາ​ທິ​ການ​ສະ­ຫະ ພາບເອີ​ຣົບ​ທີ່​ເປັນ​ສະ­ມາ­ຊິກ​ອາ​ເຊັມ ເພື່ອ​ກຽມ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມສຸດ​ຍອດ​ຄັ້ງ​ທີ 9 ໂດຍ​ເນື້ອ​ໃນສຳ­ຄັນ​ທີ່​ຈະ​ລົງ​ໃນເວັບ​ໄຊ​ນີ້​ຈະເລືອກ​ເອົາ​ແຕ່​ສະ­ເພາະ​ຂໍ້​ມູນທີ່​ຈຳ­ເປັນ​ເຊັ່ນ: ການ​ສະ­ເຫນີ ​ຂໍ້ມູນ​ຂອງ​ກອງ​ປະ­ຊຸມ​ອາ​ເຊັມ​ຄັ້ງ ທີ 9 ໂດຍ​ຫຍໍ້, ບັນ­ດາ​ເອ­ກະ­ສານບົດ​ຖະ­ແຫລງ­ການ​ຂອງ​ປະ­ທານກອງ​ປະ­ຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ຜ່ານໆ​ມາ. ຈາກ​ນັ້ນ ກໍ່​ຈະເປັນ​ຫນັງ­ສື​ຍິນ​ດີ​ຕ້ອນ­ຮັບ​ພະ­ນະທ່ານ ທອງ​ສິງ ທຳ​ມະ​ວົງ ກຳມະ​ການ​ກົມ​ການ­ເມືອງ​ສູນ​ກາງພັກ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ, ສັນ­ຍະ­ລັກ​ໂລ​ໂກ​ອາເຊັມ​ຄັ້ງ​ທີ 9 ຂໍ້​ມູນ​ໂຮງ­ແຮມ, ສະຖານ​ທີ່​ຈັດ​ກອງ​ປະ­ຊຸມ ແລະ ອື່ນໆ ເພື່ອ​ໃຫ້​ບັນ­ດາ​ຜູ້​ທີ່​ສົນ­ໃຈເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ຕ່າງໆ​ໄດ້.

ກອງ​ປະ­ຊຸມ​ອາ​ເຊັມ​ແມ່ນ​ເວທີ​ປຶກ­ສາ​ຫາ­ລື​ລະ­ຫວ່າງ​ສອງພາກ​ພື້ນ​ອາ­ຊີ-ເອີ​ຣົບກວມ​ເອົາຫລາຍ​ບັນ­ຫາ​ສຳ­ຄັນ ຈຸດ­ປະ­ສົງ ເພື່ອ​ເພີ່ມ​ທະ­ວີ​ຄວາມ​ເຂົ້າ­ໃຈ​ເຊິ່ງກັນ ແລະ ກັນ​ສົ່ງ­ເສີມ ແລະຮັດແຫນ້ນ​ການ​ຮ່ວມ​ມື​ລະ­ຫວ່າງສອງ​ທະ­ວີບ­ອາ­ຊີ-ເອີ​ຣົບ​ເພື່ອ​ຮັກສາ​ສັນ­ຕິ­ພາບ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ​ຂອງ​ສອງ​ພາກ​ພື້ນໃຫ້​ມີ​ລັກ­ສະ­ນະ​ເຕີບ​ໃຫຍ່. ຂອບ​ການ​ຫາ­ລື​ຮ່ວມ​ມື​ຂອງອາ​ເຊັມ​ແມ່ນ​ດຳ­ເນີນ​ໄປ​ບົນ​ພື້ນຖານ​ການ​ເປັນ​ຄູ່​ຮ່ວມ​ທີ່​ເທົ່າທຽມ​ກັນ, ເຄົາ­ລົບ​ເຊິ່ງ​ກັນ ແລະ ກັນ​ໃນ 3 ເສົາ­ຄ້ຳ​ຄື: ການ​ຮ່ວມ​ມືທາງ​ດ້ານ​ການ­ເມືອງ, ເສດ​ຖະກິດ-ສັງ­ຄົມ ແລະ ວັດ­ທະ­ນະ­ທຳ.

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: