ຍີ່ປຸ່ນ ຊ່ວຍເຫລືອລາວ 2 ໂຄງການ ມູນຄ່າເກືອບ 7 ລ້ານໂດລາ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Govt Cooperation ຍີ່ປຸ່ນ ຊ່ວຍເຫລືອລາວ 2 ໂຄງການ ມູນຄ່າເກືອບ 7 ລ້ານໂດລາ

ຍີ່ປຸ່ນ ຊ່ວຍເຫລືອລາວ 2 ໂຄງການ ມູນຄ່າເກືອບ 7 ລ້ານໂດລາ

E-mail Print PDF

ລັດ­ຖະ­ບານ​ຍີ່­ປຸ່ນ ຈະ​ສະຫນອງ​ລົດ­ເມ​ຄັນ​ໃຫມ່​ໃຫ້ຊາວ​ນະຄອນ​ຫລວງ​ວຽງ​ຈັນ ພ້ອມ​ຊ່ວຍ​ປັບ­ປຸງ​ລາຍ­ການໂທລະ­ພາບ​ທີ່​ຊັດ​ເຈນ​ກວ່າ​ເກົ່າໃຫ້​ສັງ­ຄົມ​ໄດ້​ ຕິດ­ຕາມ ຫລັງ​ມີພິ­ທີ​ລົງ​ນາມ​ການ​ຊ່ວຍ­ເຫລືອລ້າ​ສອງ​ໂຄງ­ການ​ມູນ​ຄ່າ ເກືອບ 7 ລ້ານ​ໂດ​ລາ​ສະ­ຫະລັດ.

ພິ­ທີ​ເຊັນ​ສັນ­ຍາ​ສຳ­ລັບ​ໂຄງການ​ຊ່ວຍ­ເຫລືອ​ລ້າ​ຈາກ​ລັດ​ຖະບານ​ຍີ່­ປຸ່ນ ຕໍ່ ສປປ ລາວ ໄດ້ຈັດ​ຂຶ້ນ​ວານ​ນີ້ ທີ່​ກະ­ຊວງ​ການຕ່າງ­ປະ­ເທດ ເຊິ່ງ​ລົງ​ນາມ​ຕາງຫນ້າ​ລັດ­ຖະ­ບານ​ລາວ ໂດຍ​ພະ­ ນະ ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ​ຖະ ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ຕ່າງ ປະ­ເທດ ແລະ ເຊັນ​ຕາງ­ຫນ້າ​ລັດ  ຖະ​ບານ​ຍີ່­ປຸ່ນ​ແມ່ນ​ພະ­ນະ​ທ່ານ ນາງ ຈຸນ​ໂກະ ໂຢ​ໂກ​ຕະ ທູດ​ຍີ່ປຸ່ນ ປະ­ຈຳ ສປປ ລາວ, ມີ​ພະ­ນັກງານ​ຂັ້ນ​ສູນ​ກາງ​ຈາກ​ກະ­ຊວງການ​ຕ່າງ­ປະ­ເທດ, ພາກ­ສ່ວນ​ກ່ຽວຂ້ອງ, ວິ­ຊາ​ການ​ຈາກ​ສະ­ຖານ­ທູດ ແລະ ພະ­ນັກ­ງານ​ຈາກ​ອົງ­ການໄຈ​ກາແຫ່ງ​ປະ­ເທດ​ຍີ່­ປຸ່ນ​ເຂົ້າ​ຮ່ວມ.

ທ່ານ ນາງ ຈຸນ​ໂກະ ໂຢ​ໂກຕະ ໄດ້​ກ່າວ​ໃນ​ພິ­ທີ​ລົງ​ນາມ​ວ່າ: ການ​ໃຫ້​ທຶນ​ຊ່ວຍ­ເຫລືອ​ລ້າ​ຂອງລັດ­ຖະ­ບານ​ຍີ່­ປຸ່ນ​ຄັ້ງ​ນີ້ ແມ່ນ​ເພື່ອດຳ­ເນີນ​ສອງ​ໂຄງ­ການ​ຄື: ໂຄງການ​ປັບ­ປຸງ​ການ​ຂົນ­ສົ່ງ​ສາ​ທາ​ລະນະ​ນະ­ຄອນ­ຫລວງ​ວຽງ​ຈັນ ເປັນມູນ​ຄ່າ 500 ລ້ານ​ເຢັນ ຫລື ປະມານ 6 ລ້ານ​ໂດ​ລາ​ສະ­ຫະ­ລັດ ເຊິ່ງ​ທາງ​ການ​ຍີ່­ປຸ່ນ​ຈະ​ສະ­ຫນອງໃຫ້​ເປັນ​ລົດ­ເມ​ຈຳ­ນວນ 42 ຄັນເພື່ອ​ປ່ຽນ​ແທນ​ ລົດ​ທີ່​ເກົ່າ​ລ້າ​ສະໄຫມ​ພ້ອມ​ອຸ­ປະ­ກອນ​ບຳ­ລຸງ​ຮັກສາ ເພື່ອ​ມອບ​ໃຫ້​ແກ່​ລັດ​ວິ​ສາ​ຫະກິດ​ລົດ­ເມ​ນະ­ຄອນ­ຫລວງ​ວຽງຈັນ, ສ່ວນ​ໂຄງ­ການ​ທີ 2 ແມ່ນໃຫ້​ທຶນເພື່ອ​ປັບ­ປຸງ​ລາຍ­ການ​ໂທລະ​ພາບ​ແຫ່ງ​ ຊາດ​ລາວໃນ​ມູນ​ຄ່າ 76 ລ້ານ 2 ແສນ​ເຢັນ ຫລື ປະມານ 9 ແສນ 20 ພັນ​ໂດ​ລາສະ­ຫະ­ລັດ.

ທ່ານ​ກ່າວ​ອີ​ກວ່າ: ຫລັງ​ສອງໂຄງ­ການ​ດັ່ງ­ກ່າວ​ນີ້ ຖືກ​ຈັດ​ຕັ້ງປະ­ຕິ­ບັດ​ຈະ​ເຮັດ​ໃຫ້​ຕົວ​ເມືອງ​ວຽງຈັນ​ທີ່​ພວມ​ມີ​ພາ­ວະ​ການ​ ຈະ­ລາຈອນ​ແອ​ອັດ​ເພີ່ມ​ຂຶ້ນ​ຫລຸດ­ຜ່ອນ ລົງ​ທັງ​ຊ່ວຍ​ຮັກ­ສາ​ສິ່ງ­ແວ­ດ ລ້ອມ ໄດ້​ສ່ວນ​ໃດ​ສ່ວນ​ຫນຶ່ງ ສິ່ງ​ສຳ­ຄັນຈະ​ເພີ່ມ​ຄວາມ​ສະ­ດວກ​ໃຫ້​ຜູ້​ໂດຍສານ​ບໍ່​ຫລາຍ​ກໍ່​ຫນ້ອຍ ແລະ ພາຍໃຕ້​ການ​ຊ່ວຍ­ເຫລືອ​ຂອງ​ລັດ​ຖະບານ​ຍີ່­ປຸ່ນ​ແມ່ນ​ຈະ​ສະ­ຫນອງ 484ລາຍ­ການ​ໃຫ້​ແກ່​ໂທລະພາບ​ແຫ່ງ​ຊາດ ເຊິ່ງ​ເປັນ​ສະ­ຖາ­ນີຕົ້ນ­ຕໍ​ໃນ​ການ​ສົ່ງ​ຂໍ້​ມູນŒຂ່າວ­ສານໄປ​ຍັງ​ທົ່ວ​ ປະ­ເທດ ໄດ້​ກະ­ຈາຍ​ຂໍ້ມູນ​ທີ່​ເປັນ​ປະ­ໂຫຍດ​ຫລາຍ​ຂຶ້ນ ໂດຍ​ສະ­ເພາະ​ແມ່ນ​ລາຍ­ການ​ໂທລະ​ພາບ​ດ້ານ​ການ​ສຶກ​ສາ, ວິ​ທະຍາ​ສາດ, ເຕັກ­ນິກ ເຮັດ​ໃຫ້​ປະ­ຊາຊົນ​ສາ­ມາດ​ເຂົ້າ­ໃຈ​ວັດ​ນະ​ທະ​ທຳ ແລະ ສັງ­ຄົມ​ຂອງ​ຍີ່­ປຸ່ນ​ໄດ້​ດີ​ຂຶ້ນ.

ຜ່ານ​ມາ​ ນັບ​ແຕ່​ປີ 1997 ລັດຖະ​ບານ​ຍີ່­ປຸ່ນ​ໄດ້​ໃຫ້­ການ​ຊ່ວຍເຫລືອ​ດ້ານ​ລົດ­ເມ​ໂດຍ­ສານ​ໃຫ້ ສປປ ລາວ ແລ້ວ​ ຈຳ­ນວນ 135 ຄັນລວມ 3 ຄັ້ງ ຂະ­ນະ​ດຽວກັນ​ກໍ່​ເຄີຍ​ໃຫ້­ການ​ຊ່ວຍ­ ເຫລືອ​ໂທລະ​ພາບ​ແຫ່ງ​ຊາດ​ລາວ​ແລ້ວ​ສອງຄັ້ງ ເຊິ່ງ​ມູນ­ເຊື້ອ​ສາ­ມັກ­ຄີ​ມິດ​ຕະພາບ​ຊ່ວຍ­ເຫລືອ​ເຊິ່ງ​ກັນ ແລະ ກັນ​ລະ­ຫວ່າງ​ສອງ​ປະ­ເທດ​ລາວŒ-ຍີ່­ປຸ່ນ ​ຍັງ​ຈະ​ສືບ­ຕໍ່​ໄດ້​ຮັບ​ການ​ເສີມຂະ­ຫຍາຍ​ເລື້ອຍໆ​ໄປ.

ພາບແລະເນື້ອຂ່າວຈາກ
 

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: