ໂຮມອົງ ການທ່ອງ ທ່ຽວແຫ່ງຊາດ ເຂົ້າກັບ ກະຊວງ ຖະແຫລງຂ່າວ-ວັດທະນະທຳ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Govt Cooperation ໂຮມອົງ ການທ່ອງ ທ່ຽວແຫ່ງຊາດ ເຂົ້າກັບ ກະຊວງ ຖະແຫລງຂ່າວ-ວັດທະນະທຳ

ໂຮມອົງ ການທ່ອງ ທ່ຽວແຫ່ງຊາດ ເຂົ້າກັບ ກະຊວງ ຖະແຫລງຂ່າວ-ວັດທະນະທຳ

E-mail Print PDF

ກະ­ຊວງ​ຖະ­ແຫລງ​ຂ່າວ ແລະ ວັດ­ທະ­ນະ­ທຳ ຮ່ວມ​ກັບ​ອົງການ­ທ່ອງ­ທ່ຽວ​ແຫ່ງ​ຊາດ ໄດ້ຈັດ​ພິ­ທີ​ໂຮມ​ເອົາ​ວຽກ​ງານ​ທ່ອງທ່ຽວ​ເຂົ້າ​ກັບ​ກະ­ຊວງ​ຖະ­ແຫລງຂ່າວ ແລະ ວັດ­ທະ­ນະ­ທຳ​ເປັນ​ກະ ຊວງ​ຖະ­ແຫລງ​ຂ່າວ-ວັດ­ທະ­ນະທຳ ແລະ ທ່ອງ​ທ່ຽວ ເຊິ່ງ​ມີ​ການມອບ-ຮັບ​ຫນ້າ­ທີ່​ລະ­ຫວ່າງ ທ່ານ ສົມ­ພົງ ມົງ​ຄົນ​ວິ­ໄລ ລັດຖະ​ມົນ­ຕີ​ປະ­ຈຳ​ສຳ­ນັກ­ງານ​ນາຍົກ​ລັດ­ຖະ­ມົນ­ຕີ, ປະ­ທານ​ອົງການ ­ທ່ອງ­ທ່ຽວ​ແຫ່ງ​ຊາດຜູ້​ເກົ່າ ກັບ​ທ່ານ ສຈ ດຣ. ບໍ່​ແສງ​ຄຳ ວົງດາ­ລາ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະຊວງ​ຖະ­ແຫລງ​ຂ່າວ-ວັດ­ທະ­ນະທຳ ແລະ ທ່ອງ​ທ່ຽວ, ການ​ມອບ-ຮັບ​ຫນ້າ­ທີ່​ດັ່ງ­ກ່າວ​ໂດຍ​ປະ­ຕິ­ ບັດຕາມ​ລັດ​ຖະ​ດຳ­ລັດ​ປະ­ທານ​ປະເທດ​ແຫ່ງ ສປປ ລາວ ເລກ​ທີ 143/ປປລ ລົງ​ວັນ​ທີ 4 ກໍ­ລະ­ກົດ 2011 ວ່າ​ດ້ວຍ​ການ​ອະ­ນຸ­ມັດ​ໃຫ້ພະ­ນັກ­ງານ​ອອກ​ພັກ​ການ​ຮັບເບ້ຍ​ບຳ­ນານ ແລະ ລັດ ​ຖະ​ດຳ­ລັດ ເລກ​ທີ 129/ປປທ, ລົງ​ວັນ​ທີ 4 ກໍ­ລະ­ກົດ 2011 ວ່າ​ດ້ວຍ​ການແຕ່ງ­ຕັ້ງ​ພະ­ນັກ­ງານ​ນຳ​ຂັ້ນ​ສູງຮັບ​ຫນ້າ­ທີ່​ໃຫມ່ ພິ­ທີ​ດັ່ງ­ກ່າວ​ຈັດຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ມື້­ວານ​ນີ້ ທີ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ.

ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ອາ​ຊາງ ລາວ​ລີ ກຳ​ມະການ​ກົມ​ການ­ເມືອງ​ສູນ​ກາງ​ພັກ, ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ທ່ານ ສຈ ດຣ. ບໍ່​ແສງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ຖະແຫລງ​ຂ່າວŒວັດ­ທະ­ນະ­ທຳແລະທ່ອງ​ທ່ຽວ, ທ່ານ ຄຳ​ປານ ພິ­ລາວົງ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງພາຍ​ໃນ ມີ​ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າການ, ບັນ­ດາ​ກົມ, ຮອງ​ກົມ, ພະແນກ​ການ, ພະ​ແນກ ​ທ່ອງ​ທ່ຽວ ນະ­ຄອນ­ຫລວງ ແລະ ພະ­ນັກງານ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສົມ­ພົງ ມົງ​ຄົນ​ວິ­ໄລ ລັດ­ຖະ­ມົນ­ຕີ, ປະ­ທານ​ອົງ­ການທ່ອງ​ທ່ຽວ​ແຫ່ງ​ຊາດ​ຜູ້​ເກົ່າ​ໄດ້ລາຍ​ງານ​ສະ­ພາບ​ການ ແລະແຜນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໄລ­ຍະຜ່ານ​ມາ ທ່ານ​ກ່າວ​ວ່າ: ອົງ­ການ ທ່ອງ​ທ່ຽວ​ແຫ່ງ​ຊາດ ເປັນ​ເສ­ນາທິ​ການ​ໃຫ້​ແກ່​ລັດ­ຖະ­ບານ​ໃນ​ຂົງເຂດ​ວຽກ​ງານ​ການ​ພັດ­ທະ­ນາ ແລະສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ມີບົດ­ບາດ​ໃນ​ແຖວ​ຫນ້າ​ຮ່ວມ​ກັບບັນ­ດາ​ ຂະ­ແຫນງ­ການ ແລະທ້ອງ ­ຖິ່ນ​ຕ່າງໆ​ໃນ​ການ​ປະ­ກອບສ່ວນ​ແກ້​ໄຂ​ຄວາມ­ທຸກ​ຍາກ, ເຮັດ​ໃຫ້ GDP ເພີ່ມ​ຂຶ້ນ ແລະ ເຮັດ​ໃຫ້­ການ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ​ຂະ­ຫຍາຍ­ຕົວ​ຢ່າງ​ບໍ່ຢຸດ​ຢັ້ງ​ໃນ ​ການ​ສົມ­ທົບ​ປະ­ຕິ­ບັດຕົວ​ຈິງ​ກັບ​ບັນ­ດາ​ແຂວງ, ທ້ອງຖິ່ນ​ຕ່າງໆ​ໃນ​ການ​ຂຶ້ນ​ແຜນເຊື່ອມ​ຕໍ່​ການ­ທ່ອງ­ທ່ຽວ​ລະຫວ່າງ​ພາກ ໂດຍ​ຈັດ​ເປັນ 4 ພາກ​ຂອງ​ຂອບ​ເຂດ​ທົ່ວ​ປະ­ເທດ ເຊິ່ງ​ປັດ​ໄຈ​ດັ່ງ­ກ່າວ​ໄດ້​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ໃນ​ປີ 2010 ເຖິງ 2,5 ລ້ານ​ຄົນ, ທຽບ­ໃສ່​ປີ 2009 ເພີ່ມ​ຂຶ້ນ​ເຖິງ 25,12%, ສ້າງ​ລາຍ​ໄດ້​ເຂົ້າ​ລັດ ເຖິງ 381 ລ້ານ​ກວ່າ​ໂດ​ລາ​ສະຫະ​ລັດກາຍ­ເປັນ​ລາຍ​ໄດ້​ຂາ​ເຂົ້າໃຫ້​ລັດ​ລະ­ດັບ​ ທີ 2 ຖັດ​ຈາກ​ບໍ່​ແຮ່.

ເພື່ອ​ເສີມ​ຂະ­ຫຍາຍ​ເຮັດ​ໃຫ້ກະ­ຊວງ​ຖະ­ແຫລງ​ຂ່າວ-ວັດ​ທະນະ​ທຳ ແລະ ທ່ອງ​ທ່ຽວ ສືບ­ຕໍ່​ໃນການ​ເປັນ​ເຈົ້າ​ການ, ຕິດ​ພັນ​ກັບວຽກ​ງານ​ການ​ພັດ­ທະ­ນາ​ການທ່ອງ​ທ່ຽວ​ໃຫ້​ຖືກ​ກັບ​ທິດ​ທາງ ຂອງ​ພັກພວກ​ເຮົາ​ຈະ​ຕ້ອງ​ໄດ້ສຸມ​ໃສ່​ປະ­ຕິ­ບັດ​ໂຄງ­ການ​ປີ​ທ່ອງທ່ຽວ​ລາວ 2012 ໃຫ້​ໄດ້​ຮັບ​ຜົນສຳ­ເລັດ ແລະ 7 ແຜນ​ປະ­ຕິ­ບັດງານ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາການ­ທ່ອງ­ທ່ຽວ​ຮອດ​ປີ 2020 ໃຫ້​ບັນ­ລຸ​ໄດ້​ຕາມ​ຄາດ­ຫມາຍ​ທີ່ວາງ​ໄວ້.

ພາບແລະເນື້ອຂ່າວຈາກ
 

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: