13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Govt Cooperation 13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ

13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ

E-mail Print PDF
ນັບແຕ່ ວັນທີ 23 ກໍລະກົດ 1997 ທີ່ລາວ ເຂົ້າເປັນ ສະມາຊິກອາຊຽນ ເຮັດໃຫ້ການຮ່ວມ ມືກັບຕ່າງປະເທດ ແລະ ພາກພື້ນມີທ່າທີ່ດີ ຂຶ້ນ,ຂະນະທີ່ການຄ້າ ແລະ ການລົງທຶນ ຢູ່ປະເທດ ຂະຫຍາຍຕົວເພີ່ມ ແລະ ຕໍ່ເນື່ອງຕະຫລອດມາ.

ແລງວັນທີ 6 ສິງຫາ ທີ່ກະຊວງການຕ່າງປະເທດພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດໄດ້ໃຫ້ກຽດຕາງຫນ້າລັດຖະບານສປປ ລາວ ອ່ານສານເນື່ອງໃນໂອກາດຄົບຮອບ 43 ປີແຫ່ງການສ້າງ ຕັ້ງອາຊຽນ ແລະ13 ທີ່ສປປ ລາວ ເຂົ້າເປັນສະມາຊິກມີເນື້ອໃນວ່າ: ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາໃນວັນທີ 8 ສິງຫາ 1967 ອາ ຊຽນໄດ້ຜ່ານຫລາຍບາດລ້ຽວທີ່ສຳຄັນ ໃນການຮ່ວມມືກັບສິ່ງທີ່ທ້າທາຍຫລາຍປະການທີ່ເກີດຂຶ້ນໃນພາກພື້ນ ໃນແຕ່ລະໄລຍະດ້ວຍຜົນ ສຳເລັດ. ປະຈຸບັນ ອາຊຽນໄດ້ກາຍເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານຂອງບັນດາປະເທດກຳລັງພັດທະນາທີ່ສຳຄັນໃນ ໂລກ ສາມາດບັນລຸຈຸດປະສົງພື້ນຖານຕ່າງໆທີ່ວາງໄວ້, ອັນເປັນການປະກອບສ່ວນສຳຄັນໃນການປົກປັກຮັກສາ ແລະ ສົ່ງເສີມມິດຕະ ພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ແນໃສ່ເຮັດໃຫ້ອາຊຽນເປັນອົງການຈັດຕັ້ງທີ່ເຂັ້ມແຂງ ແລະ ຈະເລີນ ຮຸ່ງເຮືອງທີ່ສາມາດປັບປຸງຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນໃຫ້ດີຂຶ້ນເທື່ອລະກ້າວ.

ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ກ່າວອີກວ່າ: ໃນໄລຍະ 13 ປີຜ່ານມາ ສປປ ລາວ ໄດ້ສຸມທຸກຄວາມພະຍາ ຍາມເພື່ອປະກອບສ່ວນໃນພາລະກິດລວມຂອງອາຊຽນ ໄປພ້ອມໆ ກັບການຈັດຕັ້ງປະຕິບັດເປີດກວ້າງການພົວພັນກັບພາຍນອກຂອງ ພັກລັດ ດ້ວຍການຮ່ວມມືກັບບັນດາປະເທດໃນພາກພື້ນອາຊີອາຄະເນ, ອາຊີຕາເວັນອອກສຽງເຫນືອ ແລະພາກພື້ນອື່ນໆ. ການເຊື່ອມ ໂຍງເສດຖະກິດຂອງປະເທດເຂົ້າກັບພາກພື້ນດ້ວຍການຫັນ ສປປ ລາວໃຫ້ເປັນທາງເຊື່ອມຕໍ່ທາງດ້ານຄົມມະນາຄົມກັບປະເທດເພື່ອນ ບ້ານໃກ້ຄຽງ ແລະ ພາກພື້ນ ກໍ່ຄືການເຂົ້າເຂດການຄ້າເສລີອາຊຽນŒຈີນ, ອາຊຽນŒສ.ເກົາຫລີ, ອາຊຽນŒອົດສະຕຣາລີ ແລະ ນິວຊີແລນ ແລະ ການກະກຽມເຂົ້າເປັນສະມາຊິກອົງການການຄ້າໂລກ ແມ່ນຄວາມພະຍາຍາມທີ່ເຮັດໃຫ້ເສດຖະກິດຂອງລາວເຊື່ອມໂຍງເຂົ້າກັບ ພາກພື້ນ ແລະ ສາກົນເທື່ອລະກ້າວ.

ພາບແລະເນື້ອຂ່າວຈາກ

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: