ພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສາກົນ ຄັ້ງທີ 16 | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Govt Cooperation ພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສາກົນ ຄັ້ງທີ 16

ພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສາກົນ ຄັ້ງທີ 16

E-mail Print PDF

- ທ່ານ ຊຶເນໂອະ ກິຕະ ປະທານໜັງສືພິມນິເກອິ ທີ່ນັບຖື. 

- ທ່ານ ຣຽວຫິ ຊືກິຕະ ປະທານໃຫຍ່ໜັງສືພິມ ທີ່ນັບຖື. 

- ບັນດາແຂກຜູ້ມີກຽດ ທ່ານຍິງ ທ່ານຊາຍ. 

 

ກ່ອນອື່ນຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ການເຊື້ອເຊີນຂອງທ່ານປະທານໜັງສືພິມນິເກອິ ຊຶ່ງສ້າງໂອກາດໃຫ້ຂ້າພະເຈົ້າໄດ້ເຂົ້າຮ່ວມກອງປະຊຸມ ສາກົນທີ່ສຳຄັນນີ້ອີກຄັ້ງໜຶ່ງ.

ຂ້າພະເຈົ້າຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ທີ່ຈະໄດ້ແລກປ່ຽນຄວາມເຫັນກັບຫຼາຍໆທ່ານ ກ່ຽວກັບ "ອະນາຄົດຂອງອາຊີ" ພາຍຫຼັງທີ່ໄດ້ຜ່ານຜ່າຄື້ນຟອງອັນ ໜັກໜ່ວງຂອງວິກິດການ-ການເງິນ ແລະ ເສດຖະກິດຂອງໂລກ ແລະ ບັນຫາທ້າທາຍທົດສອບຫຼາຍຢ່າງທີ່ເກີດຈາກສະພາວະໂລກຮ້ອນ ໄພພິບັດທາງ ທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດໃນປີຜ່ານມາ. 

ພາຍໃຕ້ຜົນກະທົບຂອງວິກິດການ ແລະ ການປ່ຽນແປງຕ່າງໆທີ່ເກີດຂຶ້ນຢູ່ໃນໂລກຫຼາຍປະເທດໃນອາຊີ ໄດ້ເຊີດຊູຄວາມເປັນເຈົ້າການໃນການເສີມຂະ ຫຍາຍເຫງົ້າພະລັງຂອງຕົນ ແລະ ສາມາດຊຸກຍູ້ການເຕີບໂຕ ເຮັດໃຫ້ອາຊີກາຍເປັນຕົວແກ່ດຶງການຂະຫຍາຍຕົວຂອງເສດຖະກິດໂລກ ອັນສຳຄັນທີ່ສຸດ ແມ່ນຫຼາຍປະເທດໃນອາຊີໄດ້ຄົ້ນພົບບົດຮຽນ ແລະ ເສັ້ນທາງການພັດທະນາສຳລັບຕົນເອງ ເພື່ອກ້າວສູ່ຄວາມໝັ້ນຄົງຍືນຍົງໃນອະນາຄົດ. 

ຂ້າພະເຈົ້າເຂົ້າໃຈ ແລະ ເຊື່ອໝັ້ນວ່າ ຈາກບົດຮຽນ ແລະ ປະສົບການທີ່ໄດ້ຮັບບັນດາປະເທດໃນອາຊີຂອງພວກເຮົາ ຍິ່ງຈະເພີ່ມຄວາມພະຍາຍາມເຂົ້າ ໃນການປັບປຸງພື້ນຖານເສດຖະກິດແຫ່ງຊາດຂອງຕົນ ແລະ ພ້ອມກັນນັ້ນກໍຈະເພີ່ມທະວີການພົວພັນຮ່ວມມືກໍຄືການເຊື່ອມໂຍງທາງດ້ານເສດຖະກິດເຂົ້າ ກັນ ດ້ວຍຄວາມຕັ້ງໜ້າເປັນເຈົ້າການກ່ວາເກົ່າ. 

ສປປ ລາວ ເຊິ່ງເປັນປະເທດສະມາຊິກອາຊຽນ ແລະ ເປັນປະເທດໜຶ່ງຂອງອາຊີທີ່ພວມມີການເຕີບໂຕນັ້ນ ກໍມີຄວາມປາຖະໜາຢາກໃຫ້ອາຊີມີຄວາມ ເຂັ້ມແຂງ ແລະ ຈະເລີນວັດທະນາ ເພາະສະນັ້ນ ພວກຂ້າພະເຈົ້າຈຶ່ງສະໜັບສະໜູນຄວາມຄິດລິເລີ່ມກ່ຽວກັບການສ້າງປະຊາຄົມອາຊີຕາເວັນອອກຂອງ ຮາໂຕຢະມາ ເຊິ່ງອາຊຽນ ແລະ ອາຊຽນບວກສາມ ກໍໄດ້ປຶກສາຫາລືກ່ຽວກັບບັນຫານີ້ແລ້ວ ໂດຍສະເພາະແມ່ນການສ້າງເຂດການຄ້າເສລີອາຊີຕາເວັນ ອອກ ພວກຂ້າພະເຈົ້າຖືວ່າ ການຮ່ວມມືອາຊຽນບວກສາມໂດຍມີອາຊຽນເປັນແກນກາງ ແມ່ນມີຄວາມສຳຄັນສຳລັບການເປີດກວ້າງຂອບການຮ່ວມມືສູ່ ການສ້າງປະຊາຄົມອາຊີຕາເວັນອອກ ອັນນັ້ນໝາຍຄວາມວ່າ ສ້າງປະຊາຊົນອາຊຽນໃຫ້ເປັນຈິງ ໃນປີ 2015 ຈາກນັ້ນຈຶ່ງເປີດກວ້າງການຮ່ວມມືກັບປະ ເທດອື່ນໆ ເພື່ອກາຍເປັນປະຊາຄົມອາຊີຕາເວັນອອກ ແລະ ສ້າງຍຸກສະໄໝຂອງອາຊີໃຫ້ເປັນຈິງໃນສະຕະວັດທີ 21 ນີ້. 

ບັນດາທ່ານທີ່ມີກຽດ. 

ສຳລັບປະເທດລາວ ພວກຂ້າພະເຈົ້າ ວິກິດການພາຍນອກ ໄດ້ສົ່ງຜົນກະທົບຮ້າຍແຮງພໍສົມຄວນ ຕໍ່ພື້ນຖານເສດຖະກິດ-ການເງິນ ແລະ ຊີວິດການ ເປັນຢູ່ຂອງພົນລະເມືອງ ແຕ່ໃນປີຜ່ານມາ ເສດຖະກິດແຫ່ງຊາດ ກໍຍັງສືບຕໍ່ຂະຫຍາຍຕົວ ລວມຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP ໄດ້ເພີ່ມ ຂຶ້ນໃນລະດັບ 7,6% ການບັນລຸລະດັບການເຕີບໂຕດັ່ງກ່າວນັ້ນ ແມ່ນຍ້ອນລັດຖະບານ ພວກຂ້າພະເຈົ້າໄດ້ປະຕິບັດມາດຕະການຈຳນວນໜຶ່ງຢ່າງຖືກ ຕ້ອງເຊັ່ນ:

- ການປະຕິບັດນະໂຍບາຍ ແລະ ມາດຕະການຢ່າງທັນການໃນການສົ່ງເສີມ ຊ່ວຍໜູນບັນດາວິສາຫະກິດ ແລະ ຜູ້ປະກອບການທຸກຂະໜາດ ແລະ ທຸກພາກສ່ວນໃຫ້ສາມາດເຄື່ອນໄຫວເປັນປົກກະຕິ.

- ປະຕິບັດນະໂຍບາຍສົ່ງເສີມການລົງທຶນຢ່າງຕັ້ງໜ້າ ໄປຄຽງຄູ່ກັບການຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອເພື່ອພັດທະນາ (ODA) ຢ່າງແຂງແຮງ.

- ສົ່ງເສີມການຄ້າ-ການທ່ອງທ່ຽວ ແລະ ການຮ່ວມມືໃນດ້ານຕ່າງໆກັບບັນດາປະເທດເພື່ອນບ້ານໃກ້ຄຽງໃນອະນຸພາກພື້ນ ໃນພາກພື້ນ ແລະ ໃນໂລກ.

- ຮັກສາສະຖຽນລະພາບ ແລະ ຄວາມສະຫງົບໃນສັງຄົມ. 

ບົນພື້ນຖານຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນໄດ້ ພວກຂ້າພະເຈົ້າພວມກ້າວສູ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 (2011-2015) ເຊິ່ງເປັນແຜນສືບຕໍ່ບຸກທະລຸໃຫ້ບັນລຸເປົ້າໝາຍໃຫຍ່ຈຳນວນໜຶ່ງ ເຊັ່ນ:

- ສ້າງການເຕີບໂຕດ້ວຍຈັງຫວະ ລະດັບ 8% ທັງມີຄວາມຕໍ່ເນື່ອງ ແລະ ມີຄວາມໝັ້ນທ່ຽງດ້ານເສດຖະກິດມະຫາພາກ.

- ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ ແລະ ບັນລຸເປົ້າໝາຍສະຫັດສະວັດແຫ່ງການພັດທະນາ (ຫຼື MDGs).

- ຫັນການພັດທະນາໄປຕາມທິດທີ່ຍືນຍົງ ດ້ວຍການສ້າງຖານການເຕີບໂຕທີ່ໝັ້ນຄົງ ໂດຍບໍ່ອີງໃສ່ແຕ່ຂະແໜງຂຸດຄົ້ນແຮ່ທາດ ເປັນຕົ້ນຕໍ ແຕ່ຫາກອີງ ໃສ່ຫຼາຍຂະແໜງການທີ່ປະກອບເປັນໂຄງສ້າງຂອງເສດຖະກິດແຫ່ງຊາດ ພ້ອມນັ້ນກໍຍົກສູງປະສິດທິຜົນຂອງການພັດທະນາເສດຖະກິດ ຕິດແໜ້ນກັບ ການພັດທະນາຊັບພະຍາກອນຄົນ ແລະ ການຮັກສາສິ່ງແວດລ້ອມ.

- ເຊື່ອມໂຍງເຂົ້າກັບອະນຸພາກພື້ນ ແລະ ອາຊຽນ ເປີດກວ້າງການຮ່ວມມືກັບສາກົນ. 

ເວົ້າລວມ ໃນໄລຍະ 5 ປີ ຫາ 10 ປີ ຕໍ່ໜ້ານີ້ ພວກຂ້າພະເຈົ້າຈະປັບປຸງໂຄງສ້າງເສດຖະກິດແຫ່ງຊາດ ໄປຕາມທິດຫັນເປັນອຸດສາຫະກຳ-ທັນສະໄໝ ແລະ ມີພື້ນຖານແຫ່ງຄວາມຍືນຍົງ ອັນສຳຄັນ ກ່ອນອື່ນໝົດຕ້ອງປະຕິບັດໃຫ້ເປັນຈິງຍຸດທະສາດ ແລະ ເປົ້າໝາຍຮອດປີ 2020 ຄື: ເຮັດໃຫ້ປະເທດ ຫຼຸດພົ້ນຈາກສະພາວະດ້ອຍພັດທະນາ ສົ່ງເສີມ ແລະ ປຸກລະດົມການມີສ່ວນຮ່ວມຂອງທຸກພາກສ່ວນເຂົ້າໃນການພັດທະນາປະເທດ (ທັງພາກລັດ ພາກ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ) ເພື່ອສ້າງບາດກ້າວບຸກທະລຸ ແລະ ສ້າງຖານການເຕີບໂຕຂອງເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງຂຶ້ນເປັນ ກ້າວໆ ທັງສາມາດເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນໄດ້ຢ່າງຕັ້ງໜ້າ ພ້ອມກັນນັ້ນກໍຈະສ້າງຄວາມດຸນດ່ຽງໃນຂະບວນວິວັດຂອງການ ພັດທະນາ ໂດຍສະເພາະແມ່ນການດຸນດ່ຽງລະຫວ່າງການພັດທະນາເສດຖະກິດກັບການພັດທະນາສັງຄົມ ແລະ ການປົກປັກຮັກສາຟື້ນຟູບູລະນະຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. 

ພວກຂ້າພະເຈົ້າ ຈະສືບຕໍ່ພັດທະນາບົນພື້ນຖານການນຳໃຊ້ຄວາມອຸດົມສົມບູນຂອງແຫຼ່ງຊັບພະຍາກອນຢ່າງກຸ້ມຄ່າ ແລະ ທີ່ຕັ້ງພູມສາດຂອງປະເທດ ຢ່າງເໝາະສົມ ໃນດ້ານໜຶ່ງພວກຂ້າພະເຈົ້າ ຈະສືບຕໍ່ປະຕິບັດນະໂຍບາຍສົ່ງເສີມການລົງທຶນ ແລະ ຍາດແຍ່ງເອົາທຶນຮອນເຂົ້າໃນການພັດທະນາຂະ ແໜງການທີ່ເປັນທ່າແຮງໄດ້ປຽບ ແລະ ໂຄງການຂະໜາດໃຫຍ່ຈຳນວນໜຶ່ງ ທີ່ຈະເປັນຖານສຳລັບສ້າງການເຕີບໂຕທີ່ໝັ້ນຄົງ ເປັນຕົ້ນ ຂະແໜງພະລັງ ງານ ແຮ່ທາດ ທາງລົດໄຟເຊື່ອມຕໍ່ຈາກຊາຍແດນ ສປ ຈີນ ຫາ ວຽງຈັນ ເຊື່ອມຈອດກັບປະເທດໄທ ພ້ອມກັບການພັດທະນາເຂດອຸດສາຫະກຳ ແລະ ສູນບໍລິການຂົນສົ່ງ (Logistic Park) ທີ່ວຽງຈັນ ຍົກລະດັບ ແລະ ສ້າງເພີ່ມສະໜາມບິນສາກົນ ປັບປຸງຍົກລະດັບແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ແລວທາງເສດຖະກິດ ເໜືອ-ໃຕ້ ຕິດພັນກັບການສ້າງເຂດເສດຖະກິດສະເພາະຢູ່ບາງບໍລິເວນ ພວກຂ້າພະເຈົ້າ ເຂົ້າໃຈວ່າ ການພັດທະນາ ລະບົບຄົມມະນາຄົມຂົນສົ່ງຢ່າງເປັນລະບົບທັນສະໄໝນັ້ນ ຈະເປັນປັດໄຈສຳຄັນແຫ່ງການຫັນປ່ຽນ ປະເທດລາວ ຈາກການເປັນ Land Lock  ສູ່ການ ເປັນ Land Link ຫຼື ເຮັດໃຫ້ປະເທດລາວເປັນໃຈກາງເຊື່ອມໂຍງດ້ານການຄົມມະນາຄົມຂົນສົ່ງ ການຄ້າ ການທ່ອງທ່ຽວ ແລະ ດ້ານອື່ນໆອີກໃນ ອະນຸພາກພື້ນ.

 

- ເນື່ອງຈາກປະເທດລາວ ມີພື້ນທີ່ກະສິກຳ-ປ່າໄມ້ທີ່ອຸດົມສົມບູນ ແລະ ກວ້າງຂວາງພໍສົມຄວນ ສະນັ້ນ ພວກຂ້າພະເຈົ້າຈະພັດທະນາຂະແໜງກະສິກຳ ໄປຕາມທິດຍົກສູງສະມັດຕະພາບ ແລະ ຄຸນນະພາບຂອງຜົນຜະລິດ ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ ຈະສົ່ງເສີມການກະສິກຳ ອິນຊີ-ປອດສານ ພິດ ແລະ ການປູກພືດສິນຄ້າມູນຄ່າສູງ ພ້ອມກັນນັ້ນກໍຈະປະຕິບັດຍຸດທະສາດດ້ານປ່າໄມ້ໃຫ້ເປັນຈິງ ໂດຍສະເພາະແມ່ນການເພີ່ມເນື້ອທີ່ປົກຫຸ້ມຂອງ ປ່າໄມ້ ໃຫ້ກວມເຖິງ 65% ຂອງເນື້ອທີ່ທົ່ວປະເທດ ໃນປີ 2015 ປະກອບສ່ວນຢ່າງຫ້າວຫັນຮ່ວມກັບບັນດາປະຊາຊາດໃນທົ່ວໂລກ ໃນການແກ້ໄຂບັນ ຫາໂລກຮ້ອນ ແລະ ມົນລະພາວະເປັນພິດ ກໍຄືໃນການປະຕິບັດບັນດາໜ້າວຽກທີ່ກຳນົດໄວ້ ໂດຍກອງປະຊຸມສະຫະປະຊາຊາດ ຄັ້ງທີ 15 ທີ່ນະຄອນ ໂກເປັນຮາກ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ພວກຂ້າພະເຈົ້າຈະຮ່ວມມືຢ່າງໃກ້ຊິດກັບຝ່າຍຍີ່ປຸ່ນ ໃນການຈັດຕັ້ງປະຕິບັດຖະແຫຼງການຮ່ວມ ກ່ຽວກັບ "ການເປັນຄູ່ຮ່ວມເຮັດໃຫ້ໂລກເຢັນ" (Cool Earth Partnership) ແລະ ຖະແຫຼງການໂຕກຽວ ກ່ຽວກັບ "ແມ່ນ້ຳຂອງຂຽວ" (Green Mekong) ທີ່ກອງປະຊຸມສຸດຍອດຜູ້ນຳປະເທດແມ່ນ້ຳຂອງ ແລະ ຍີ່ປຸ່ນ ໄດ້ຮັບຮອງເອົານັ້ນ ໃຫ້ປະກົດຜົນເປັນຮູບປະທຳ. 

- ໃນ 5-10 ປີຕໍ່ໜ້ານີ້ ພວກຂ້າພະເຈົ້າຍັງຈະເອົາໃຈໃສ່ຫຼາຍຂຶ້ນຕໍ່ການພັດທະນາຂົງເຂດສັງຄົມ ໄປຄຽງຄູ່ກັບການພັດທະນາເສດຖະກິດ ໂດຍຖືການ ພັດທະນາການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ເປັນບູລິມະສິດອັນດັບໜຶ່ງ ທັງນີ້ກໍເພື່ອສ້າງບຸກຄະລາກອນໃຫ້ພຽງພໍກັບຄວາມຕ້ອງການ ພັດທະນາທາງດ້ານຈຳນວນ ແລະ ທາງດ້ານຄຸນນະພາບ. 

ບັນດາທ່ານ. 

ພວກຂ້າພະເຈົ້າເຂົ້າໃຈວ່າ ການພັດທະນາປະເທດຂອງຕົນໃນຊຸມປີຕໍ່ໜ້ານັ້ນ ຍັງຈະປະເຊີນກັບອຸປະສັກ ແລະ ສິ່ງທ້າທາຍຫຼາຍຢ່າງ ທັງນີ້ກໍຍ້ອນວ່າ ຜົນກະທົບຂອງວິກິດການຍັງມີຢູ່ ຍິ່ງໄປກ່ວານັ້ນ ຊ້ຳພັດເກີດຂຶ້ນຕື່ມອີກຢູ່ບາງປະເທດຢູໂຣບ ໃນຂະນະດຽວກັນການຟື້ນຕົວຂອງເສດຖະກິດໂລກພັດບໍ່ ທັນໝັ້ນທ່ຽງ ລາຄານ້ຳມັນຍັງປັ່ນປ່ວນ ແລະ ສະຖານະການຢູ່ໃນບາງປະເທດ ແລະ ບາງພາກພື້ນຂອງໂລກຍັງຜັນແປສັບສົນແບບຄາດຄະເນລ່ວງໜ້າ ໄດ້ຍາກ ເຊິ່ງອາດຈະສົ່ງຜົນກະທົບໃນທາງລົບຕໍ່ການສ້າງສາພັດທະນາ ກໍຄືຕໍ່ການເຕີບໂຕຂອງເສດຖະກິດໂລກ ແຕ່ຂ້າພະເຈົ້າຍັງມີຄວາມເຊື່ອໝັ້ນໃນ ແງ່ດີວ່າ ສັນຕິພາບ ມິດຕະພາບ ແລະ ການຮ່ວມມືຍັງຈະເປັນທ່າອ່ຽງລວມແຫ່ງການພົວພັນລະຫວ່າງປະເທດໃນໂລກ ການຟື້ນຕົວ ແລະ ການເຕີບ ໂຕຂອງເສດຖະກິດ ຈະໄປເຖິງຈຸດໝັ້ນທ່ຽງ ແລະ ໜັກແໜ້ນ ເວົ້າສະເພາະ ອາຊີທີ່ພວມມີເສດຖະກິດເຕີບໂຕໄວ ກໍຈະກ້າວໄປສູ່ການພັດທະນາທີ່ຍືນ ຍົງ ແລະ ມີການເຊື່ອມໂຍງກັນຫຼາຍຂຶ້ນ ເຊິ່ງຈະເປັນຜົນດີສຳລັບການສ້າງສາພັດທະນາປະເທດຂອງພວກຂ້າພະເຈົ້າ. 

- ບົນພື້ນຖານຄວາມເຊື່ອໝັ້ນດັ່ງກ່າວ ລັດຖະບານພວກຂ້າພະເຈົ້າ ຈະສືບຕໍ່ນະໂຍບາຍສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ພ້ອມກັນນັ້ນກໍຈະປັບປຸງສະພາບແວດລ້ອມ ການລົງທຶນໃຫ້ດີຂຶ້ນ ຕື່ມອີກ ທັງໃນດ້ານພື້ນຖານໂຄງລ່າງ ແລະ ດ້ານການບໍລິການ ທັງໃນດ້ານນິຕິກຳ ແລະ ດ້ານລະບຽບການພິຈາລະນາອະນຸມັດ ກ່ອນອື່ນຈະໄດ້ອອກ ດຳລັດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍລົງທຶນສະບັບປັບປຸງໃໝ່ໃຫ້ລະອຽດຈະແຈ້ງ ມີຄວາມຮັດກຸມ ແລະ ມີຄວາມໂປ່ງໃສ. 

ຂ້າພະເຈົ້າຂໍເນັ້ນຕື່ມວ່າ ໂອກາດ ແລະ ຄວາມສາມາດລົງທຶນຢູ່ ສປປ ລາວ ຍັງມີຫຼາຍ ເປັນຕົ້ນແມ່ນໃນຂົງເຂດການຜະລິດ ແລະ ປຸງແຕ່ງກະສິກຳ ຫຼື ກະສິກຳ ອຸດສາຫະກຳ ຂົງເຂດພະລັງງານໄຟຟ້ານ້ຳຕົກ ແລະ ໄຟຟ້າຄວາມຮ້ອນ ພະລັງງານຊີວະພາບ ແລະ ພະລັງງານທົດແທນ ຂົງເຂດການຂຸດ ຄົ້ນ ແລະ ປຸງແຕ່ແຮ່ທາດ ໃນນັ້ນ ລວມທັງແຮ່ທາດປະເສີດ ແລະ ແຮ່ທາດທີ່ຫາຍາກ ຂົງເຂດການບໍລິການໂຮງແຮມ ແລະ ທ່ອງທ່ຽວ ການຂົນສົ່ງ ແລະ ລະບົບ logistic ຕະຫຼອດທັງຂົງເຂດການສຶກສາ ວິຊາຊີບ ແລະ ການບໍລິການ ດ້ານສາທາລະນະສຸກທີ່ທັນສະໄໝ ຍ້ອນວ່າປະເທດລາວ ຍັງ ມີທ່າແຮງ ແລະ ມີເງື່ອນໄຂອັນອຳນວຍສຳລັບການລົງທຶນ ໃນ 2-3 ປີຫຼັງມານີ້ ການລົງທຶນຂອງຕ່າງປະເທດເຂົ້າໃນຂະແໜງການຕ່າງໆໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເຖິງວ່າວິກິດການການເງິນ-ເສດຖະກິດໄດ້ສົ່ງຜົນກະທົບກໍຕາມ ເວົ້າສະເພາະການລົງທຶນຂອງບໍລິສັດຍີ່ປຸ່ນ ຢູ່ ສປປ ລາວ ກໍໄດ້ເພີ່ມຂຶ້ນ ໃນແຕ່ລະປີ ແລະ ຍັງມີທ່າອ່ຽງທີ່ຈະເພີ່ມຂຶ້ນຕື່ມອີກ ທັງນີ້ກໍຍ້ອນວ່າ:

- ປະເທດລາວ ແລະ ຍີ່ປຸ່ນ ໄດ້ສ້າງສາຍພົວພັນການທູດນຳກັນມາໄດ້ 55 ປີ ການພົວພັນລະຫວ່າງສອງປະເທດ ໄດ້ຮັບການພັດທະນາມາຢ່າງ ຕໍ່ເນື່ອງ ແລະ ໄດ້ຂຶ້ນສູ່ລະດັບສຸດຍອດ ໃນຕົ້ນເດືອນມີນາ 2010 ນີ້ ພະນະທ່ານປະທານປະເທດຂອງພວກຂ້າພະເຈົ້າ ກໍໄດ້ຢ້ຽມຢາມເປັນທາງການ ຢູ່ປະເທດຍີ່ປຸ່ນ ແລະ ໃນທ້າຍເດືອນດຽວກັນນັ້ນ ເຈົ້າຊາຍ ອາກິຊິໂນະ ພ້ອມພະທິດາ ມະໂກະ ກໍໄດ້ໄປຢ້ຽມຢາມປະເທດລາວ ຢ່າງເປັນທາງການ ທັງສອງເຫດການນັ້ນ ໄດ້ຢັ້ງຢືນເຖິງການມີສາຍພົວພັນມິດຕະພາບອັນແໜ້ນແຟ້ນລະຫວ່າງ ລາວ ກັບ ຍີ່ປຸ່ນ ທັງໄດ້ເປັນພື້ນຖານອັນສຳຄັນໃຫ້ແກ່ ການພົວພັນແບບເປັນຄູ່ຮ່ວມມືຮອບດ້ານ (Comprehensive Partnership) ຂ້າພະເຈົ້າເຂົ້າໃຈວ່າ ການພົວພັນລະຫວ່າງລັດກັບລັດ ໃນທຸກລະດັບທີ່ ດີຂຶ້ນຢ່າງຕໍ່ເນື່ອງ ແລະ ມີຄວາມໝັ້ນຄົງຄືແນວນັ້ນ ແມ່ນສະພາບແວດລ້ອມອັນອຳນວຍທີ່ສຸດສຳລັບພາກເອກະຊົນ ຫຼື ພາກທຸລະກິດຂອງຍີ່ປຸ່ນ ໄປລົງ ທຶນຢູ່ລາວ.

- ໃນ 2-3 ປີມານີ້ ລັດຖະບານພວກຂ້າພະເຈົ້າ ໄດ້ເພີ່ມການຊີ້ນຳຂະແໜງການຕ່າງໆຂອງລັດຖະບານ ໃຫ້ປະຕິບັດສັນຍາ ວ່າດ້ວຍການເປີດກວ້າງ ສົ່ງເສີມ ແລະ ປົກປ້ອງການລົງທຶນ ລະຫວ່າງ ລາວ ກັບ ຍີ່ປຸ່ນ ເປັນຕົ້ນແມ່ນໄດ້ເພີ່ມການຈັດກອງປະຊຸມສຳມະນາ ແລະ ພົບປະກັບຜູ້ລົງທຶນ ເພີ່ມ ຄວາມເອົາໃຈໃສ່ປັບປຸງແກ້ໄຂສິ່ງທີ່ເປັນອຸປະສັກ ກໍຄືບັນຫາຕ່າງໆທີ່ກ່ຽວຂ້ອງກັບການລົງທຶນຕາມກົນໄກ ພົບປະ ປຶກສາຫາລື ລະຫວ່າງພາກລັດຂອງ ລາວ ກັບພາກທຸລະກິດຍີ່ປຸ່ນ ຢ່າງເປັນປົກກະຕິແຕ່ລະປີ.

- ສປປ ລາວ ມີຍຸດທະສາດ ແລະ ແຜນພັດທະນາໄລຍະຍາວ ຮອດປີ 2015 ແລະ 2020 ທີ່ເປັນພື້ນຖານກຳນົດທິດໃຫ້ແກ່ການລົງທຶນ ແລະ ຮ່ວມ ມືກັບຕ່າງປະເທດ ແລະ ໃນຂະນະດຽວກັນ ກໍພວມເຊື່ອມໂຍງເຂົ້າກັບອາຊຽນຢ່າງຕັ້ງໜ້າ ເຊິ່ງຕໍ່ໄປ ປະເທດລາວ ກໍຄືປະເທດສະມາຊິກອາຊຽນອື່ນໆ ກໍຈະກາຍເປັນຖານຜະລິດ ແລະ ຕະຫຼາດລວມອັນດຽວ ພ້ອມນີ້ ສປປ ລາວ ກໍຈະເຂົ້າເປັນສະມາຊິກອົງການການຄ້າໂລກ ທັງໝົດເຫຼົ່ານັ້ນຖືວ່າເປັນ ໂອກາດ ເປັນເງື່ອນໄຂອັນອຳນວຍເຊັ່ນດຽວກັນ. 

ບັນດາທ່ານ ທ່ານຍິງ ແລະ ທ່ານຊາຍ. 

ຜ່ານຂະບວນວິວັດແຫ່ງການພັດທະນາໃນຫຼາຍປີ ທີ່ມີທັງຜົນສຳເລັດ ແລະ ບໍ່ສຳເລັດ ບັນດາປະເທດອາຊີຕ່າງກໍໄດ້ຄົ້ນພົບບົດຮຽນ ແລະ ປະສົບການ ອັນມີຄ່າ ພ້ອມນັ້ນກໍໄດ້ຄົ້ນພົບເສັ້ນທາງ ແລະ ວິທີການສະເພາະຂອງຕົນໃນການພັດທະນາແຕ່ລະປະເທດ ທັງມີການພົວພັນຮ່ວມມືເຊື່ອມໂຍງເຂົ້າກັນ ຂ້າພະເຈົ້າເຊື່ອໝັ້ນວ່າ ອາຊີຈະສາມາດເສີມຂະຫຍາຍທ່ວງທ່າ ແລະ ຈັງຫວະການເຕີບໂຕຕໍ່ໄປດ້ວຍຄວາມໝັ້ນທ່ຽງ ເພື່ອບັນລຸເປົ້າໝາຍແຫ່ງການ ພັດທະນາແບບຍືນຍົງ ເປັນອາຊີທີ່ມີຄວາມເປັນໜຶ່ງດຽວເຂັ້ມແຂງ ແລະ ມີຄວາມຈະເລີນວັດທະນາອາຊີທີ່ເຂັ້ມແຂງ ແລະ ຈະເລີນວັດທະນາ ຍ່ອມເປັນ ຜົນດີສຳລັບອາຊີເອງ ກໍຄືທົ່ວໂລກ. 

- ຂໍອວຍພອນທ່ານປະທານໜັງສືພິມນິເກອິ ແລະ ບັນດາທ່ານແຂກທີ່ມີກຽດນະທີ່ນີ້ ຈົງມີສຸຂະພາບເຂັ້ມແຂງ ອວຍພອນໃຫ້ກອງປະຊຸມສາກົນ ຄັ້ງທີ 16ປະສົບຜົນສຳເລັດຢ່າງຈັບງາມ.

ທີ່ມາ: vientianemai.net

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: