Govt | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Govt

Govt

ເປີດນໍາໃຊ້ ເວັບໄຊອາເຊັມ ຄັ້ງທີ 9 ຢ່າງເປັນທາງການ

E-mail Print PDF
125698
ເພື່ອ​ເປັນ​ການ​ສະ­ຫນອງຂໍ້​ມູນ-ຂ່າວ­ສານ​ແກ່​ກອງ​ປະ­ຊຸມສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ 9 ເຊິ່ງ​ຈະຈັດ​ຂຶ້ນ​ທີ່ ສປປ ລາວ ທ້າຍ​ປີ 2012. ຫລ້າ​ສຸດ ມື້­ວານ​ນີ້​ທີ່​ກະຊວງ​ການ​ຕ່າງ­ປະ­ເທດ​ໄດ້​ເປີດ ພິ­ທີ​ນຳ​ໃຊ້​ເວັບ​ໄຊ​ຢ່າງ​ເປັນ​ທາງ ການ​ໃຫ້​ກຽດ​ເປັນ​ປະ­ທານ​ໂດຍທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີວ່າ­ການ​ກະ­ຊວງ​ການ​ຕ່າງ​ປະເທດ, ມີ​ຄະ­ນະ​ນຳ​ກະ­ຊວງ​ການຕ່າງ­ປະ­ເທດ, ກະ­ຊວງ​ຖະ­ແຫລງຂ່າວ-ວັດ­ທະ­ນະ­ທຳ ແລະ ທ່ອງທ່ຽວ, ກະ­ຊວງ​ໄປ­ສະ­ນີ, ໂທລະ​ຄົມ​ມະນາ​ຄົມ ແລະ ການ​ສື່­ສານ​ເຂົ້າຮ່ວມ.

ລັດເຊຍ ແລະ ລາວ ລົງນາມໃນຂໍ້ຕົກລົງ ຫຼາຍສະບັບ

E-mail Print PDF

LaosPresident1
ຣັດເຊຍແລະ ສປປ ລາວໄດ້ລົງນາມໃນຂໍ້ຕົກລົງຫຼາຍໆສະບັບ ແລະປະກາດເປັນປະເທດ
ພາຄີຍຸດທະສາດໃນລະຫວ່າງການເດີນທາງໄປຢ້ຽມຢາມກຸງມົສກູຢ່າງເປັນທາງການເທື່ອ
ທຳອິດຂອງປະທານປະເທດ ສປປ ລາວ.

ໂຮມອົງ ການທ່ອງ ທ່ຽວແຫ່ງຊາດ ເຂົ້າກັບ ກະຊວງ ຖະແຫລງຂ່າວ-ວັດທະນະທຳ

E-mail Print PDF
Vientianehour
ກະ­ຊວງ​ຖະ­ແຫລງ​ຂ່າວ ແລະ ວັດ­ທະ­ນະ­ທຳ ຮ່ວມ​ກັບ​ອົງການ­ທ່ອງ­ທ່ຽວ​ແຫ່ງ​ຊາດ ໄດ້ຈັດ​ພິ­ທີ​ໂຮມ​ເອົາ​ວຽກ​ງານ​ທ່ອງທ່ຽວ​ເຂົ້າ​ກັບ​ກະ­ຊວງ​ຖະ­ແຫລງຂ່າວ ແລະ ວັດ­ທະ­ນະ­ທຳ​ເປັນ​ກະ ຊວງ​ຖະ­ແຫລງ​ຂ່າວ-ວັດ­ທະ­ນະທຳ ແລະ ທ່ອງ​ທ່ຽວ ເຊິ່ງ​ມີ​ການມອບ-ຮັບ​ຫນ້າ­ທີ່​ລະ­ຫວ່າງ ທ່ານ ສົມ­ພົງ ມົງ​ຄົນ​ວິ­ໄລ ລັດຖະ​ມົນ­ຕີ​ປະ­ຈຳ​ສຳ­ນັກ­ງານ​ນາຍົກ​ລັດ­ຖະ­ມົນ­ຕີ, ປະ­ທານ​ອົງການ ­ທ່ອງ­ທ່ຽວ​ແຫ່ງ​ຊາດຜູ້​ເກົ່າ ກັບ​ທ່ານ ສຈ ດຣ. ບໍ່​ແສງ​ຄຳ ວົງດາ­ລາ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະຊວງ​ຖະ­ແຫລງ​ຂ່າວ-ວັດ­ທະ­ນະທຳ ແລະ ທ່ອງ​ທ່ຽວ, ການ​ມອບ-ຮັບ​ຫນ້າ­ທີ່​ດັ່ງ­ກ່າວ​ໂດຍ​ປະ­ຕິ­ ບັດຕາມ​ລັດ​ຖະ​ດຳ­ລັດ​ປະ­ທານ​ປະເທດ​ແຫ່ງ ສປປ ລາວ ເລກ​ທີ 143/ປປລ ລົງ​ວັນ​ທີ 4 ກໍ­ລະ­ກົດ 2011 ວ່າ​ດ້ວຍ​ການ​ອະ­ນຸ­ມັດ​ໃຫ້ພະ­ນັກ­ງານ​ອອກ​ພັກ​ການ​ຮັບເບ້ຍ​ບຳ­ນານ ແລະ ລັດ ​ຖະ​ດຳ­ລັດ ເລກ​ທີ 129/ປປທ, ລົງ​ວັນ​ທີ 4 ກໍ­ລະ­ກົດ 2011 ວ່າ​ດ້ວຍ​ການແຕ່ງ­ຕັ້ງ​ພະ­ນັກ­ງານ​ນຳ​ຂັ້ນ​ສູງຮັບ​ຫນ້າ­ທີ່​ໃຫມ່ ພິ­ທີ​ດັ່ງ­ກ່າວ​ຈັດຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ມື້­ວານ​ນີ້ ທີ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ.

ມອບ-ຮັບ ຕໍາແຫນ່ງ ເຈົ້າແຂວງ ສະຫວັນນະເຂດ

E-mail Print PDF

Vientianehour
ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 17 ມິ­ຖຸ­ນາ 2011, ທີ່​ສຳ­ນັກງານ​ປົກ­ຄອງ​ແຂວງ​ສະ­ຫວັນ​ນະເຂດ ​ໄດ້​ຈັດ​ພິ­ທີ​ມອບ-ຮັບທ່ານ ວິ­ໄລ​ວັນ ພົມ​ເຂ ເລ­ຂາ​ພັກ​ແຂວງ, ເຈົ້າ­ແຂວງໆ​ສະ­ຫວັນ​ນະ​ເຂດ​ ຜູ້ເກົ່າກັບທ່ານ ດຣ. ສຸ­ພັນ ແກ້ວ ມີ​ໄຊ ເລ­ຂາ​ພັກ​ແຂວງ, ເຈົ້າແຂວງໆ​ສະ­ຫວັນ​ນະ​ເຂດ​ຜູ້​ໃຫມ່ຂຶ້ນ ໂດຍ​ການ​ເປັນ​ກຽດ​ເຂົ້າຮ່ວມ​ຂອງ ທ່ານ ບຸນ​ຍັງ ວໍ­ລະ​ຈິດ ກຳ­ມະ­ການ​ກົມ​ການ­ເມືອງ​ສູນກາງ​ພັກ, ຜູ້​ປະ­ຈຳ­ການ​ຄະ­ນະເລ­ຂາ­ທິ­ການ​ສູນ​ກາງ​ພັກ, ຮອງ​ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ.

ກະ­ຊວງ​ການ​ ເງິນ​ສະ­ເຫນີ ຂໍ​ດັດ­ແກ້​ແຜນ ​ງົບ­ປະ­ມານ​ແຫ່ງ​ລັດ 6 ເດືອນ​ທ້າຍ​ປີ

E-mail Print PDF
Vientianehour
ກະ­ຊວງ​ການ​ເງິນ​ສະ­ເຫນີ ຂໍ​ດັດ­ແກ້​ແຜນ​ງົບ­ປະ­ມານ​ແຫ່ງ​ລັດ 6ເດືອນ​ທ້າຍ​ປີ​ຂອງ​ສົກ​ນີ້ ເນື່ອງ​ຈາກ​ມີ​ລາຍ​ຮັບ-ລາຍ​ຈ່າຍ ຈຳ­ນວນ​ຫນຶ່ງ​ຕ້ອງ​ໄດ້​ຈົດ​ເຂົ້າ​ໃນ​ແຜນ​ງົບ­ປະ­ມານ.

ລັດຖະບານ ຊຸດໃຫມ່ ຮັບປະກັນ ເສດຖະກິດເຕີບໂຕ 8% ຂຶ້ນໄປ ດ້ານ ສສຊ ສະເຫນີສ້າງ ຄວາມສົມດຸນ ໃນການເຕີບໂຕ

E-mail Print PDF

Vientianehour
ລັດ­ຖະ­ບານ​ຊຸດ​ໃຫມ່​ຢືນ­ຢັນ​ວ່າ ຕະ­ຫລອດ​ວາ­ລະ​ທີ່​ປະ­ຕິ­ບັດ​ຫນ້າ­ທີ່​ຈະ​ຕໍ່​ຍອດ​ເສດ­ຖະ­ກິດ​ມະ­ຫາພາກ​ໃຫ້​ ເຕີບ​ໂຕ 8% ຕໍ່​ປີຂຶ້ນ​ໄປ​ເພີ່ມ​ຂຶ້ນ​ຈາກ​ຊຸດ​ກ່ອນ 0,5% ເຖິງ​ແມ່ນ​ວ່າ​ຈະ​ພົບ​ຫລາຍ​ບັນ­ຫາ​ກໍ່​ຕາມ ພ້ອມ​ໃຫ້​ລາຍ​ຮັບ​ປະ­ຊາ­ຊົນ​ສະ­ເລ່ຍ​ໃສ່​ຫົວ​ຄົນ​ບັນ­ລຸ 1.700 ໂດ​ລາ​ສະ­ຫະ­ລັດ.

ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີເຊິ່ງ​ຕາງ­ຫນ້າໃຫ້​ລັດ­ຖະ­ບານ​ຊຸດ​ໃຫມ່​ໄດ້​ລາຍງານ ​ຮ່າງ​ແຜນ​ພັດ­ທະ­ນາ​ເສດຖະ​ກິດ- ສັງ­ຄົມ​ແຫ່ງ​ຊາດ 5 ປີ (2011-2012) ເຊິ່ງ​ເປັນ​ແຜນສືບ­ຕໍ່​ບຸກ​ທະ­ລຸ​ທີ່​ຈະ​ເຮັດ​ໃຫ້​ລາວ ເຮົາ​ບັນ­ລຸ​ເປົ້າ​ຫມາຍ​ສະ­ຫັດ​ສະວັດ​ດ້ານ​ການ​ພັດ­ທະ­ນາ​ຕາມ ກຳ­ນົດ​ຫມາຍ​ຕໍ່​ກອງ​ປະ­ຊຸມ​ຄັ້ງປະ­ຖົມ​ມະ​ລືກ​ຂອງ​ສະ­ພາ​ແຫ່ງຊາດ​ຊຸດທີ VII ໃນ​ວັນ​ທີ 15 ມິຖຸ​ນາ​ນີ້​ວ່າ: ໃນ​ວາ­ລະ​ຂອງ​ຄະ­ນະລັດ­ຖະ­ບານ​ຊຸດ​ນີ້​ຮອດ​ປີ 2015 ຈະ​ສູ້ຊົນ​ເຮັດ​ໃຫ້​ອັດ­ຕາ​ການ​ເຕີບໂຕ​ຂອງ​ເສດ­ຖະ­ກິດ​ຂະ­ຫຍາຍ ນັບ​ແຕ່ 8% ຂຶ້ນ​ໄປ, ໃຫ້​ລາຍ​ຮັບສະ­ເລ່ຍ​ຂອງ​ປະ­ຊາ­ຊົນ​ບັນ­ລຸ 1.700 ໂດ​ລາ​ສະ­ຫະ­ລັດ; ໃນ​ນັ້ນ ຂະ­ແຫນງ​ກະ­ສິ­ກຳ-ປ່າ­ໄມ້​ເພີ່ມຂຶ້ນ ປະ­ມານ 3,5% ກວມ 23%, ອຸດ­ສາ­ຫະ­ກຳ​ເພີ່ມ 15% ກວມ 39% ແລະ ຂະ­ແຫນງ­ການ​ບໍ​ລິການ​ເພີ່ມ​ຂຶ້ນ​ປະ­ມານ 6,5% ກວມ​ປະ­ມານ 38% ຂອງ​ຈີ​ດີ​ພີ.

ຜູ້ຕາງຫນ້າ ອົງການ WHO ຄົນໃຫມ່ຍື່ນ ສານແຕ່ງຕັ້ງຕໍ່ ລັດຖະບານລາວ

E-mail Print PDF

Vientianehourໃນ​ຕອນ​ບ່າຍ​ຂອງ​ມື້­ວານນີ້, ທີ່​ຫ້ອງ​ຮັບ­ແຂກ​ກະ­ຊວງ​ການຕ່າງ­ປະ­ເທດ, ທ່ານ ຫຽມ ພົມ​ມະຈັນ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະຊວງ​ການ​ຕ່າງ­ປະ­ເທດໄດ້​ໃຫ້ກຽດ​ຕ້ອນ­ຮັບ​ການ​ ເຂົ້າ​ຢ້ຽມ​ ຂ່ຳນັບ ແລະຍື່ນ​ສານ​ແຕ່ງ­ຕັ້ງ​ຂອງທ່ານ ດຣ. ຫລິວ ຢຸງ​ກວາ (Liu Yunguo) ຜູ້­ຕາງ­ຫນ້າ​ອົງ­ການອະ­ນາ­ໄມ​ໂລກ (WHO) ຄົນໃຫມ່ໃນ​ຂະ­ນະ​ທີ່​ມາ​ດຳ­ລົງ​ຕຳແຫນ່ງ​ໃຫມ່​ຢູ່ ສປປ ລາວ.

ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຟິລິບປິນ

E-mail Print PDF

Vientianehourໃນ​ຕອນ​ບ່າຍ​ວານ​ນີ້ ທີ່ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີພະ­ນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ­ຮັບ​ການເຂົ້າ​ຢ້ຽມ​ຂ່ຳ­ນັບ​ ທ່ານ ອາ​ເບີດ ເອັຟ ເດວ ໂຣ​ຊາ​ຣີ​ໂອ (H.E Albet F. Del Rosario) ລັດ­ຖະ­ມົນ­ຕີວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດແຫ່ງ​ສາ­ທາ­ລະ­ນະ​ລັດ​ຟີ​ລິບ​ ປິນ ພ້ອມ​ດ້ວຍ​ຄະ­ນະເນື່ອງ​ໃນ​ໂອກາດ​ເດີນ­ທາງ​ມາ​ຢ້ຽມ­ຢາມ ສປປ ລາວ ໃນ​ວັນ​ທີ 6Œ7 ເມ­ສາ ເພື່ອ​ເປັນ​ການ​ສະ­ເຫນີ​ຕົວ​ໃນ​ໂອກາດ​ຂຶ້ນ​ຮັບ​ຕຳ­ແຫນ່ງ​ລັດ​ຖະ​ມົນຕີ​ ວ່າ­ການ​ກະ­ຊວງ​ການ​ຕ່າງ​ປະເທດ ແລະ ເພື່ອ​ເປັນ​ການ​ທົບທວນ, ຊຸກ­ຍູ້​ການ​ພົວ­ພັນ​ການ​ຮ່ວມມື​ລະ­ຫວ່າງ​ລາວŒຟິ​ລິບ​ປິນ​ໃຫ້​ສືບຕໍ່​ ຂະ­ຫຍາຍ­ຕົວ​ຕໍ່​ໄປ.

ກອງປະຊຸມ ໃຫຍ່ຄັ້ງທີ IX ຂອງພັກໄຂຂຶ້ນ ຢ່າງສະຫງ່າ ຜ່າເຜີຍ

E-mail Print PDF
ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ­ເທດ​ຄັ້ງ​ ທີ IX  ຂອງ​ພັກ​ປະ­ຊາ­ຊົນປະ­ຕິ­ວັດ​ລາວ ໄຂ​ຂຶ້ນ​ຢ່າງ​ສະຫງ່າ​ຜ່າ­ເຜີຍ ໃນ​ມື້­ວານ​ນີ້ ທີ່​ຫ້ອງວ່າ­ການ​ສູນ​ກາງ​ພັກ ນະ­ຄອນຫລວງ​ວຽງ​ຈັນ ມີ​ຜູ້​ແທນ​ສົມ­ບູນເຂົ້າ​ຮ່ວມ 576 ສະ­ຫາຍ​ທີ່​ເປັນຕົວ​ແທນ​ໃຫ້​ແກ່​ສະ­ມາ­ຊິກ​ພັກ​ທັງຫມົດ​ໃນ​ຂອບ​ເຂດ​ທົ່ວ​ ປະ­ເທດຈຳ­ນວນ 191.700 ກວ່າ​ສະ­ຫາຍ ແລະ ແຂກ​ຖືກ​ເຊີນ. ໂດຍ​ການ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ ສະ­ຫາຍ ຈູມມາ­ລີ ໄຊ​ຍະ​ສອນ ເລ­ຂາ­ທິ­ການ​ໃຫຍ່ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ປະທານ​ປະ­ເທດ​ແຫ່ງ ສປປ ລາວ ພ້ອມ​ດ້ວຍບັນ­ດາ​ສະ­ຫາຍ​ກຳ­ມະ­ການ​ກົມການ­ເມືອງ​ສູນ​ກາງ​ພັກ, ຜູ້​ຕາງ             ຫນ້າ​ຈາກ​ອົງ​ການ­ຈັດ­ຕັ້ງ​ມະ­ຫາຊົນ​ຂັ້ນ​ສູນ​ກາງ, ຕົວ​ແທນ​ວີ­ລະ​ຊົນແຫ່ງ​ຊາດ ແລະ ແຂກ​ຖືກ​ເຊີນ​ເຂົ້າຮ່ວມ.

ສໍາເລັດ ການເຈລະຈາ ສອງຝ່າຍ ລາວ-ເກົາຫລີ ເພື່ອເຂົ້າ WTO

E-mail Print PDF

Vientianehourການ​ເຈລະ­ຈາ​ສອງ​ຝ່າຍລະ­ຫວ່າງ ສປປ ລາວ ກັບ ສ.ເກົາຫລີ, ໃນ​ທີ່​ສຸດ​ກໍ່​ໄດ້​ມີ​ການ​ລົງນາມ​ສະ­ຫລຸບ​ຜົນ­ສຳ­ເລັດ​ການ​ເຈລະ​ຈາ​ສອງ​ ຝ່າຍ ​ພາຍ​ໃຕ້​ຂອບການ​ເຂົ້າ​ເປັນ​ສະ­ມາ­ຊິກ​ອົງ­ ການການ​ຄ້າ​ໂລກຂອງ ສປປ ລາວ, ພາຍ­ຫລັງ​ທີ່​ມີການ​ພົບ​ປະ​ເຈລະ­ຈາ​ຫລາຍ​ຄັ້ງຍືດ​ຍາວ​ມາ​ແຕ່​ປີ 2006.

ຍີ່ປຸ່ນ ຊ່ວຍເຫລືອລາວ 2 ໂຄງການ ມູນຄ່າເກືອບ 7 ລ້ານໂດລາ

E-mail Print PDF

Vientianehourລັດ­ຖະ­ບານ​ຍີ່­ປຸ່ນ ຈະ​ສະຫນອງ​ລົດ­ເມ​ຄັນ​ໃຫມ່​ໃຫ້ຊາວ​ນະຄອນ​ຫລວງ​ວຽງ​ຈັນ ພ້ອມ​ຊ່ວຍ​ປັບ­ປຸງ​ລາຍ­ການໂທລະ­ພາບ​ທີ່​ຊັດ​ເຈນ​ກວ່າ​ເກົ່າໃຫ້​ສັງ­ຄົມ​ໄດ້​ ຕິດ­ຕາມ ຫລັງ​ມີພິ­ທີ​ລົງ​ນາມ​ການ​ຊ່ວຍ­ເຫລືອລ້າ​ສອງ​ໂຄງ­ການ​ມູນ​ຄ່າ ເກືອບ 7 ລ້ານ​ໂດ​ລາ​ສະ­ຫະລັດ.

Prime minister of Laos resigns

E-mail Print PDF
vientianehourLaos on Thursday announced a new prime minister after the surprise resignation of Bouasone Bouphavanh months before his term was scheduled to end. "We have a new prime minister," government spokesman Khenthong Nuanthasing told AFP from Laos. "The former prime minister resigned." Bouasone, 56, who had spent more than four years in office, was replaced by Thongsing Thammavong, president of the communist-dominated National Assembly, Khenthong said.

ໄທຊ່ວຍເຫລືອ ດ້ານການເງິນ ເພື່ອປັບປຸງ ທາງຫລວງ ແຫ່ງຊາດ

E-mail Print PDF
Vientianehourນັບວ່າເປັນຂ່າວດີທີ່ປະເທດລາວເຮົາ ຈະໄດ້ຮັບການຊ່ວຍເຫລືອທາງດ້ານການເງິນຈາກລາຊະອານາຈັກໄທ ມູນຄ່າສູງເຖິງ 1 ພັນ ລ້ານກວ່າບາດ ເພື່ອປັບປຸງເສັ້ນທາງຫລວງແຫ່ງຊາດ NR 11 ລວມຄວາມຍາວ 80 ກວ່າກິໂລແມັດ ໂດຍ 30% ເປັນທຶນຊ່ວຍເຫລືອ ລ້າ.

ລາວ ແລະ ເກົາຫລີ ລົງນາມການ ຮ່ວມມືສອງພັກ

E-mail Print PDF
vientianehourຫລັງຈາກສຳເລັດການພົບປະສອງຝ່າຍລະຫວ່າງ ສປປ ລາວ ແລະ ພັກແຮງງານເກົາຫລີໄດ້ມີການເຊັນຂໍ້ຕົກລົງກ່ຽວກັບການຮ່ວມ ມື ແລະ ແລກປ່ຽນຄະນະຜູ້ແທນລະຫວ່າງສອງພັກ ຫວັງເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຕໍ່ຫນ້າ.

13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ

E-mail Print PDF
Vientianehourນັບແຕ່ ວັນທີ 23 ກໍລະກົດ 1997 ທີ່ລາວ ເຂົ້າເປັນ ສະມາຊິກອາຊຽນ ເຮັດໃຫ້ການຮ່ວມ ມືກັບຕ່າງປະເທດ ແລະ ພາກພື້ນມີທ່າທີ່ດີ ຂຶ້ນ,ຂະນະທີ່ການຄ້າ ແລະ ການລົງທຶນ ຢູ່ປະເທດ ຂະຫຍາຍຕົວເພີ່ມ ແລະ ຕໍ່ເນື່ອງຕະຫລອດມາ.

Laos, Vietnam pledge to enhance comprehensive cooperation

E-mail Print PDF
Laos, Vietnam pledge to enhance comprehensive cooperation Standing Deputy Prime Minister, Mr. Somsavat Lengsavad, on behalf of the Lao government, received a courtesy visit of high delegates of Vietnam on 1 July.

Chinese, Lao leaders vow to bolster ties

E-mail Print PDF
Chinese, Lao leaders vow to bolster ties

Chinese and Lao leaders agreed here Thursday to bolster ties between the two countries and ruling parties, said Xinhua. Top Chinese legislator Wu Bangguo and State Councilor Liu Yandong reached a consensus with Samane Vignaket, Political Bureau member of the Lao People's Revolutionary Party Central Committee during their meetings in Beijing.

Page 1 of 4

  • «
  •  Start 
  •  Prev 
  •  1 
  •  2 
  •  3 
  •  4 
  •  Next 
  •  End 
  • »