
(Vientianehour) ສະບາຍດີທ່ານຜູ້ອ່ານທຸກຄົນ ມື້ນີ້ພວກເຮົາຈະມາແນະນຳ ໄວລຸ້ນລາວຄົນຫນຶ່ງ ທີ່ມີຄວາມເກັ່ງແລະຄວາມສາມາດ ພ້ອມທັງມີ ຫນ້າຕາສວຍ ຫນ້າຈັບມອງເປັນພິເສດ ແລະທີ່ສຳຄັນ ກຳລັງສຶກສາຮ່ຳຮຽນຕໍ່ຢູ່ຕ່າງປະເທດ. ນາງສາວຄົນນີ້ ແນ່ນອນທ່ານຜູ້ອ່ານ ອາດຈະບໍ່ເຄີຍຮູ້ຊື່ສຽງລຽງນາມມາກ່ອນ ແຕ່ມື້ນີ້ພວກເຮົາໄດ້ມີໂອກາດສຳພາດເປັນພິເສດ ແລະ ເຮົາມາຮູ້ຈັກກັບນາງສາວຄົນນີ້ພ້ອມໆ ກັນເລີຍເນາະ

ນາງ ດວງມະນີ ເຮືອງຄຳແສງ ຫຼື ມີຊື່ຫຼິ້ນຮຽກວ່າ "ຕຸກຕາ" ເປັນຄົນກຳແພງນະຄອນຫຼວງວຽງຈັນ ອາຍຸ 22 ປີ ນາງດວງມະນີ ເປັນຄົນສຸດທ້ອງ ແລະເປັນຫົວແກ້ວຫົວແຫວນຂອງພໍ່ແລະແມ່ ເພາະວ່າຕຸກຕາເປັນລູກສາວຄົນດຽວພ້ອມກັບມີອ້າຍສອງຄົນ ເຊິ່ງຫນ້າຕານາງດວງມະນີ ຈະອອກໄປແນວຢີ່ປຸ່ນ ແຕ່ຖາມເຖິງເສື້ອສາຍແລ້ວ ແມ່ນມີເສື້ອສາຍມາຈາກ ຫວຽດນາມທັງຫມົດ ແຕ່ໃຈເປັນລາວຮ້ອຍເປີເຊັນ

ຄັນມາເວົ້າຖຶງວິຊາການຮຽນແລ້ວ ນາງຕຸກຕາມັກວິຊາຄິດໄລ່ ຫຼື ເລື່ອງການຄຳນວນ ຫຼາຍກ່ວາວິຊາເຫຼົ່າ ແລະໃນເວລາຫວ່າງ ຕຸກຕາມັກນັ່ງຄິດວາງແຜນເລື່ອງອະນາຄົດວ່າຈະເຮັດຫຍັງ ຫຼື ເປັນຫຍັງດີ ແລະນອກຈາກນີ້ແລ້ວ ຕຸກຕາຍັງມັກການຮ້ອງເພງ ເພາະມັກໄປຮ້ອງ ຄາຣາໂອເກະກັບໝູ່ຄູ່ເປັນປະຈຳ ມັກເບິ່ງໜັງກາຕູນຢີ່ປຸ່ນ ມັກອອກກຳລົງກາຍ ແລະມັກການທ່ອງທ່ຽວໄປຕາມສະຖານທີ່ຕ່າງໆ. ນອກຈາກເປັນຄົນລາວເວົ້າພາສາລາວເປັນພາສາຫຼັກ (ພາສາແມ່) ແລ້ວ ນາງຕຸກຍັງມີຄວາມສາມາດພິເສດ ສາມາດເວົ້າໄດ້ອີກ 4 ພາສາກໍ່ຄື ອັງກິດ ຈີນ ຢີ່ປຸ່ນ ແລະ ຫຽວດນາມ

ປະຫວັດເລື່ອງການສຶກສາ ຕຸກຕາຈົບມາຈາກ ມັດທະຍົມສຶກສາສົມບູນວຽງຈັນເຊິ່ງເປັນໂຮງຮຽນຂອງລັດຖະບານ ເປັນໂຮງຮຽນອັນດັບຕົ້ນໆຂອງປະເທດເລີຍກໍ່ວ່າໄດ້ ແລະ ໃນປັດຈຸບັນນີ້ ນາງດວງມະນີ ແມ່ນໄດ້ໄປສຶກສາລະດັບ ປະລິນຍາຕີຢູ່ ປະເທດ Australia ສັງກັດຢູ່ University of Queensland ເຊ່ິງເປັນມະຫາໄລອັນດັບ 3 ຂອງປະເທດ Australia. ນາງຕຸກຕາ ໄດ້ເລືອກຮຽນຄະນະ ບໍລິຫານໂຮງແຮມແລະ ການທ່ອງທ່ຽວລະຫວ່າງປະເທດ ໃນສາຂາ ການບໍລິຫານໂຮງແຮມແລະອີເວ້ນທ໌ (Bachelor of International Hotel and Tourism Managment, Majors: Events and Hotel Management)

ໃນສະໄໝນີ້ໄວລຸ້ນລາວ ຈຳນວນບໍ່ຫນ້ອຍໄດ້ໄປຕໍ່ການສຶກສາໃນຕ່າງແດນ ໂດຍສະເພາະແມ່ນປະເທດ Australia, ນາງຕຸກຕາໄດ້ເວົ້າເລື່ອງການດຳລົງຊີວິດຂອງຕົນໃຫ້ຟັງ ວ່າມີຄວາມສະດວກສະບາຍ ແລະ ມີຄວາມຫຍຸ້ງຍາກຢ່າງໃດ ດັ່ງນີ້:
"...ມີຄວາມແຕກຕ່າງຫຼາຍໂດຍສະເພາະເລື່ອງເວລາ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດ,Tecnology, ແລະກົດລະບຽບຕ່າງໆ. ແຕ່ທີ່ສຳຄັນທີ່ສຸດກໍຄື ຕົນເອງຕ້ອງເປັນທີ່ເພິ່ງຂອງຕົນ, ຕ້ອງຊອກຮູ້ດ້ວຍຕົນເອງ ເພາະທຸກສິ່ງທຸກຢ່າງໃນປະເທດນີ້ສາມາດເຂົ້າເຖິງໄດ້ ແບບ online. (ຕົວຢ່າງ: ບົດຮຽນ ຫຼືປື້້ມໃນຫ້ອງສະໝຸດທຸກຢ່າງແມ່ນຕ້ອງດາວໂຫຼດອອນລາຍກ່ອນເຂົ້າຮຽນ, ບໍ່ຈຳເປັນຕ້ອງຮູ້ເສັ້ນທາງກໍ່ໄປໄດ້ທຸກບ່ອນໂດຍເບິ່ງ google map ແລະວິທີການໄປ, ເຕີມເງິນໂທລະສັບອອນລາຍ, ອອນລາຍຊັອປປິ້ງ, ຊັ່ງອາຫານອອນລາຍ... ທຸກຢ່າງສະດວກສະບາຍທີ່ສຸດ)
ຈຸດດີ: ຝຶກຝົນໃຫ້ເຮົາຢືນໃຫ້ໄດ້ດ້ວຍຕົນເອງ ບໍ່ເພິ່ງໃຜຖ້າບໍ່ຈຳເປັນ, ຮູ້ຈັກຄວາມລຳບາກ ໃນການຮຽນແລະການເຮັດວຽກເຊິ່ງເຮັດໃຫ້ເຮົາ ມີຄວາມຮັບພິດຊອບແລະເປັນຜູ້ໃຫຍ່ຫຼາຍຂຶ້ນ, ມີອິດສະລະໃນການອອກຄວາມຄິດ ການຕັດສິນໃຈ ແລະ ອື່ນໆ.ີ
ຈຸດເສຍ: ຍ້ອນທຸກຢ່າງເຮັດໄດ້ອອນລາຍ ແລະເພິ່ງໂຕເອງຫຼາຍເກີນໄປ ຈິ່ງປິດໂອກາດໃນການມີໝູ່, ໝຸກໝົ້ນແຕ່ຢູ່ໃນບ້ານ ເຮັດໃຫ້ສຸກຂະພາບບໍ່ຄ່ອຍແຂງແຮງ, ຖືກແບ່ງແຍກເຊື້ອຊາດເປັນບາງຄັ້ງ, ເຫງົາ ແລະ ທໍ້ຖອຍ ເປັນຄັ້ງຄາວ..."
ນອກຈາກການສຶກສາຮ່ຳຮຽນ ແລະ ເປັນນັກສຶກສາທີ່ມີຄວາມດຸຫມັ່ນຂະຫຍັນພຽນແລ້ວ ນາງດວງມະນີທີ່ຜ່ານມາ ໄດ້ຮັບລາງວັນຫຼາຍໆຢ່າງໃນການເຂົ້າປະກວດການແຂ່ງຂັນໃນຫຼາຍລາຍການຕ່າງໆເຊັ່ນ:
ປີ 2006:
- ນັກຮຽນເກັ່ງເຄມີຂັ້ນກຳແພງຊັ້ນມໍ6 ແລະໄດ້ຮັບລາງວັນຊົມເຊີຍ
- ການແຂ່ງຂັນເວົ້າພາສາຍີ່ປຸ່ນລະດັບຕົ້ນ ທີ່ຈັດຂຶ້ນໂດຍສະຖານທູດຍີ່ປຸ່ນປະຈຳ ສ.ປ.ປ. ລາວ, JICA ແລະ ກະຊວງສຶກສາລາວ, ແລະໄດ້ຮັບລາງວັນທີ 1
- ການແຂ່ງຂັນເວົ້າພາສາອັງກິດ ທີ່ສະຖານທູດອາເມຣິກາປະຈຳສ.ປ.ປ. ລາວ ຈັດຂຶ້ນ, ແລະໄດ້ຮັບລາງວັນທີ 1
- ໄດ້ທຶນແລກປ່ຽນໄປອາເມຣິກາ 1ປີ (ແຕ່ສະລະສິດຍ້ອນເຫດຜົນບາງຢ່າງ ແຕ່ຕອນນີ້ ຄິດເສຍໃຈທີ່ສຸດ T T)
ປີ 2008:
- ການແຂ່ງຂັນເວົ້າພາສາຍີ່ປຸ່ນລະດັບກາງ ທີ່ຈັດຂຶ້ນໂດຍສະຖານທູດຍີ່ປຸ່ນປະຈຳ ສ.ປ.ປ. ລາວ, JICA ແລະ ກະຊວງສຶກສາລາວ, ແລະໄດ້ຮັບລາງວັນທີ 1
- ໄດ້ເປັນໂຕແທນເຂົ້າຮ່ວມງານສະແດງເວົ້າພາສາຍີ່ປຸ່ນຂອງບັນດາປະເທດອາຊຽນທີ່ໄດ້ຈັດຂຶ້ນທີ່ ໂຕກຽວ ປະເທດຍີ່ປຸ່ນ
Video title: Japanese speech contest



ໜ້າທຶ້ງອີກຢ່າງຂອງສາວຄົນນີ້ກໍ່ຄື ຕອນກຳລັງຮຽນຢູ່ມັດທະຍົມສຶກສາສົມບູນວຽງຈັນ ສາວດວງມະນີ ເຄີຍເປັນນັກດົນຕີສັງກັດຢູ່ວົງຍິງລ້ວນ ຊື່ວ່າວົງ 8teen ເຊິ່ງປະກອບໄປດ້ວຍ 6 ສະມາຊິກ ແລະ ຕຸກຕາ ເປັນມືປີແອໂນ ແລະ ໄດ້ອອກອາລະບ້ຳທຳອິດແມ່ນ 8teen ມີຢູ່ທັງຫມົດ 10 ເພງ ເຊິ່ງໄດ້ຂຶ້ນກັບຄ້າຍ Mega Band ແລະ Indee Records.
ຕຸກຕາໄດ້ເວົ້າຫຼິນໆວ່າ "...ພໍດີບັງເອີນໃນຕອນນັ້ນວົງ 8teens ຂາດມືຄີບອດ, ຕຸກຕາກໍເລີຍໄດ້ຖືກສັກຊວນ..." ແລະບອກໄດ້ເລີບຍວ່າສາວໆໃນວົງນີ້ມີແຕ່ຄົນໜ້າຕາສວຍໆ ແລະ ໜ້າຮັກ ເຊິ່ງພວກເຮົາໄດ້ມີຮູບບາງຮູບມາໃຫ້ເບິ່ງ ບາງຮູບດ້ານລຸ່ມນີ້ເປັນໝູ່ຂອງສາວດວງມະນີຢູ່ໃນໂຮງຮຽນດຽວກັນ ນັກຮ້ອງນຳມີນາມວ່າ ເປິ້ນ (Ple), ຕຸກຕາ ເປັນມືພີແອໂນ (Pianist), ມືກີຕ້າຊື່ວ່າ ຫຼິນ (Lin), Poopee ເປັນມືເບສ໌ ແລະເຫຼືອອີກສອງຄົນພວກເຮົາຍັງຫາຮູບໃຫ້ບໍ່ໄດ້ເທື່ອ




Download the song below link
ເພງ ເວລາ ໂດຍ ວົງ 8teen (3.31 MB)
ຫນ້າເສຍດາຍທີ່ພວກເຮົາ ຈະບໍ່ໄດ້ເຫັນຕຸກຕາຫຼິ້ນດົນຕີອີກແລ້ວ ເພາະວ່າໄດ້ຖາມຕຸກຕາແລ້ວ ວ່າຈະໄດ້ເຫັນໂອກາດ ອີກຄັ້ງໜຶ່ງບໍ່ໃນການຫຼິ້ນຄີບອດ ແລະ ຕຸກຕາຕອບວ່າ "...ຕໍ່ຈາກນີ້ຕຸກຕາຄົງຈະຂໍເປັນຜູ້ຮັບຊົມ ແລະຮັບຟັງ, ແລະເອົາໃຈຊ່ວຍສະໜັບສະໜຸນວົງ ການບັນເທີງລາວຫຼາຍກວ່າ ເພາະຕອນນີ້ມຸ້ງເປົ້າໄປຊ່ວຍທຸລະກິດຄອບຄົວ ແລະ ຄິດວ່າອາດຈະມີທຸດລະກິດເປັນຂອງໂຕເອງ ເຊິ່ງສິແມ່ນຫຍັງນັ້ນ ຂໍປິດລັບໄວ້ກ່ອນ ^^ ຫຼັງຈາກຮຽນຈົບ ຄິດວ່າຈະຮຽນອອກແບບເຄື່ອງປະດັບອັນຍະມະນີທີ່ປະເທດໄທຕື່ມອີກປີໜຶ່ງຈິ່ງຈະກັບລາວ ^^..." ແລະ ໄດ້ຖາມຕໍ່ວ່າ ຖ້າມີຄົນາຕິດຕໍ່ເຂົ້າວົງການບັນເທີງ ຕຸກຕາຈະມີຄວາມສົນໃຈຫຼືບໍ່? ຕຸກຕາຕອບວ່າ "...ຕ້ອງຂໍເບິ່ງກ່ອນວ່າວຽກທີ່ຕິດຕໍ່ມາ ນັ້ນເຮົາສິເຮັດໄດ້ດີຊ່ຳໃດ ບໍ່ຊັ້ນກໍປ່ອຍໃຫ້ຄົນທີ່ເໝາະສົມກວ່າເຮັດໄປ..."
ເລື່ອງແຟນ ໃຜກໍ່ຕ້ອງຄິດວ່າ ນາງດວງມະນີມີແຟນແລ້ວແນ່ນອນ... ແຕ່ໜຸ່ມໆຢ່າຟ້າວເສຍໃຈເພາະຕຸກຕາ ກຳລັງເປັນໂສດຢູ່ ເຊິ່ງຕຸກຕາໄດ້ບອກກັບພວກເຮົາວ່າ "...ຕອນນີ້ຍັງບໍ່ມີແຟນ (ເຮີ້...ເສົ້າໃຈ T T) ແລະ ກຳລັງຮັບສະມັກຢູ່ແຮະໆ..."
ສຸດທ້າຍແລ້ວຕຸກຕາໄດ້ກ່າວ ແລະໃຫ້ຄຳຕັກເຕືອນຕໍ່ໄວລຸ້ນລາວ ທີ່ກຳລັງຈະສຶກສາຕໍ່ຕ່າງປະເທດ ຫຼື ກຳລັງອອກສູ່ຫົນທາງແຫ່ງໂລກຄວາມເປັນຈິງວ່າ "...ສຸດທ້າຍນີ້ກະຢາກຝາກຄວາມເຖີງລຸ້ນນ້ອງທຸກຄົນທີ່ຢາກມາສຶກສາຕໍ່ຕ່າງປະເທດວ່າ ຢາກໃຫ້ມາດ້ວຍຄວາມມຸ່ງໝັ້ນແລະຕັ້ງໃຈອີ່ຫຼີ ເພື່ອຈະໄດ້ປະເຊີນໜ້າກັບການປ່ຽນແປງ ແລະ ຄວາມລຳບາກຕ່າງໆ ແລະ ຢາກໃຫ້ເລືອກຮຽນວິຊາທີ່ຕົນເອງມັກແທ້ໆ ແລະ ຂໍບອກໄວ້ທີ່ນີ້ເລີຍວ່າມັນບໍ່ງ່າຍ ຕຽມໃຈໄວ້ເລີຍ..."




Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3343 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2817 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1097 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (522 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (757 Hits)Yom Jai Orn (979 Hits)







