1 ຄຳກັບ ທຸກ ໆ ສີ່ງ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Entertainment Music & Lyrics 1 ຄຳກັບ ທຸກ ໆ ສີ່ງ

1 ຄຳກັບ ທຸກ ໆ ສີ່ງ

E-mail Print PDF

1 ຄຳກັບ ທຸກ ສີ່ງ

A "One word with everything" song is a hit song in Laos, Aluna has put huge effort in writing the lyrics and creating a wonderful melody to this song.

The song had been vote on top charts which mostly young teens felt in love with the song. Please watch the video and you'll see how good it is!

Video title: Lao Pop Music - Aluna



ເມື່ອໄດ້ຍິນຂ່າວມາຂອງຄົນທີ່ຮູ້ຈັກ
ທີ່ເຂົາຮັກກັນ ແລະ ຜູກພັນກັນມາຕັ້ງດົນນານ
ສຸດທ້າຍກໍ່ແຍກທາງ ເບິ່ງແລ້ວມັນງ່າຍດາຍ
ໄດ້ຍິນແລ້ວຍັງເສຍໃຈແທນ ແລະ ກໍ່ຍັງເສຍດາຍແທນ

ອ່ານຈາກແວວຕາ ກໍ່ຮູ້ສຶກໄດ້ ຄຳຖາມທີ່ມີມາ
ວ່າຄວາມຮັກແທ້ທີມີຢູ່ຈິງ ​ແຕ່ຈະມີຈັກຄົນທີ່ສັດທາ
ເຈົ້າຍັງສົງໃສ ຢາກຈະໝັ້​ນໃຈ
ວ່າຮັກຂອງເຮົາຈະຍາວນານ ຈະຂົມຈະຫວານ ໄປແບບໃດ

(*)ເວລາທີ່ຄົນມັນໃຈຮ້ອນໃຈຮ້າຍ ຄ້າຍພາຍຸທຳລາຍ ທຸກສິ່ງ
​ເຢັນ​ຊາ​ຕໍ່​ກັນ​ບໍ່​ແຄບໍ່​ໃສ່​ໃຈເວົ້າ​ມາ​ແຮງໆທຳລາຍ​ຈຶດ​ໃຈ
ບໍ່ຮູ້ເຮັດໄປເພື່ອຫຍັງ ທັງທີ່ຮູ້ວ່າມັນປວດໃຈ
ເຮົາກໍ່ຮູ້ວ່າຮັກກັນຫຼາຍກວ່ານັ້ນ
ຕໍ່ຈາກນີ້ຕະຫຼອດໄປ ບໍ່ວ່າຈະຮ້າຍແຮງເທົ່າໃດ
ກໍ່ຢາກໃຫ້ເຈົ້າລອງ ເປີດໃຈ ແລະ ຢາກຈະຝາກໃຫ້ເຈົ້າໄດ້ຟັງເພງໆນີ້

(**)ເລື່ອງນ້ອຍໆ ໃຫ້ມັນຜ່ານໄປ ໃຈເຢັນໆເມື່ອຕອນຖຽງກັນ
ໃຫ້ອະໄພ ຄວາມຮັກບໍ່ງ່າຍດາຍ ແຕ່ເມື່ອພົບຮັກແທ້
ແລ້ວຢ່າຍອມແພ້ໄປງ່າຍໆ (don’t throw our love away)
ນັບ1 ໄປຈົນເຖິງ 10 ແລ້ວຕໍ່ໄປໃຫ້ສຸດຮ້ອຍ
ໃຊ້ເວລາທົບທວນດີໆ ເພື່ອເກັບຮັກສາ
ລ້ານໆນາທີທີ່ເຄີຍດີຕໍ່ກັນ

(*)ນັບ1 ​ໄປ​​ຈົນເຖີງ10 ແລ້ວຕໍ່ໄປໃຫ້ສຸດຮ້ອຍ 
ໃຊ້ເວລາທົບທວນດີໆ ເພື່ອເກັບຮັກສາ
ລ້ານໆນາທີ ທີ່ດີ ຫຼື ຈະຍອມແພ້ແລ້ວເລີກລາຕອນນີ້!
ຖາມໃຈໂຕເອງເບີ່ງວ່າ ຍັງຕ້ອງການກັນບໍ່?
ຮູ້ດີບາງທີອາດທໍ້ ພຽງຢາກຈະຂໍໃຫ້ເຈົ້າຟັງ ​ແລະ​ຢາກ​ຈະໃຫ້​ຄຶດ​ໃຫ້​ດີໆ(**) 
Don’t throw our love away 1 ຄຳກັບ ທຸກ ສີ່ງ1 ຄຳກັບ ທຸກ ຢ່າງ ທີ່ເຮົາເຄີຍມີແລະເຮົາເຄີຍດີຕໍ່ກັນ
ຢ່າໃຫ້ຄຳ 1 ຄຳ ທີ່ອອກມາຈາກຄວາມໂມໂຫພຽງ1 ວິນາທີພຽງຄຳ​ສັ້ນໆ ມາທຳລາຍລ້ານໆນາທີ ທີ່ເຄີຍດີຕໍ່ກັນ

 

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: