ພາບພະຍົນ ໄມ່ມີຄຳ ຕອບຈາກ ປາກເຊ “From Pakse With Love” | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Entertainment Movie ພາບພະຍົນ ໄມ່ມີຄຳ ຕອບຈາກ ປາກເຊ “From Pakse With Love”

ພາບພະຍົນ ໄມ່ມີຄຳ ຕອບຈາກ ປາກເຊ “From Pakse With Love”

E-mail Print PDF
ໄມ່ມີຄຳຕອບຈາກປາກເຊ “From Pakse With Love” (VH) ໂປ໋ຍ ສັກ​ຊາຍ ດີນານ ເຈົ້າ​ຂອງ​ຜົນ​ງານ ສະບາຍ​ດີ​ຫລວງ​ພະ​ບາງ ທີ່​ຮ່ວມ​ສ້າງ​ກັບ​ປະເທດ​ລາວ​ໃນ​ປີ 2551 ໄດ້​ກັບ​ໄປ​ຖ່າຍ​ເຮັດ​ໜັງ​ທີ່​ລາວ​ອີກ​ຄັ້ງ ໃນ​ເລື່ອງ ​ໄມ່ມີ​ຄຳ​ຕອບ​ຈາກ​ປາກ​ເຊ “From Pakse With Love” ໂດຍ​ໃນ​ເທື່ອ​ນີ້​ໄດ້ “ເລ ແມັກ​ໂດ​ນັນດ໌” ສະແດງ​ນຳ ຮ່ວມ​ກັບ “ຄຳ​ລີ່ ພິ​ລາວົງ” ນາງ​ເອກ​ສາວ​ຈາກ​ປະເທດ​ລາວ ທີ່​ເຄີຍ​ຮ່ວມ​ງານ​ກັບ ອະ​ນັນ​ດາ ເອ​ເວີ​ລິ່ງ​ແຮມ ມາ​ແລ້ວ​ໃນ ສະບາຍ​ດີ​ຫລວງ​ພະ​ບາງ

ພາ​ບພະ​ຍົນ​ເລື່ອງ ບໍ່​ມີ​ຄຳ​ຕອບ​ຈາກ​ປາກ​ເຊ ເປັນ​ໜັງ​ໂລ​ແມນ​ຕິກ​ຄອມ​ມິ​ດີ້ ຂຽນ​ບົດ/ກຳ​ກັບ​ແລະ​ອຳ​ນວຍ​ການສ້າງ​ໂດຍ ສັກ​​ຊາຍ ດີ​ນານ ສ້າງ​ໂດຍ ບໍລິສັດ​ເອດ​ແອນ​ຟິລ໌​ມ ບໍລິສັດ​ໜັງ​ແຫ່ງ​ໃໝ່

ໂປ໋ຍ ​ໄດ້ເລົ່າ​ເຖິງ​ໜັງ​ເລື່ອງ​ນີ້​ວ່າ “ຂະນະ​ນີ້​ຂ້ອຍ​ກຳ​ລັງ​ຖ່າຍທໍາ​ເຮັດ​ເລື່ອງ ​ໄມ່​ມີ​ຄຳ​ຕອບ​ຈາກ​ປາກ​ເຊ ຊຶ່ງ​ເປັນ​ເລື່ອງ​ຂອງ​ຜູ້​ກຳ​ກັບ​ໜັງ​ຕົກ​ອັບ​ຈາກ​ເມືອງ​ໄທ​ທີ່​ເດິນທາງ​ເຂົ້າ​ມາ​ຖ່າຍ​ຮູບ​ງານ​ແຕ່ງ​ງານ​ທີ່​ລາວ​ແລະ​ພົບ​ວ່າ​ເມືອງ​ນ້ອຍ​ໆ ນີ້​ເປັນ​ແຮງ​ບັນ​ດານ​ໃຈ​ໃຫ້​ພວກເຂົາ​ກັບ​ໄປ​ເຮັດ​ໜັງ​ອີກ​ເທື່ອໜຶ່ງ ເລື່ອງ​ນີ້​ສະແດງ​ໂດຍ “ເລ ແມັກ​ໂດ​ນັນດ໌” ກັບ “ຄຳ​ລີ່ ພິ​ລາວົງ” ເຮົາ​ເຂົ້າ​ມາ​ຖ່າຍ​ຊ່ວງ​ປາຍ​ເດືອນ​ສິງ​ຫາ ກໍ່​ເຈິ​ຝົນ​ຢູ່​ນຳ ແຕ່​ກໍ່​ພໍ​ເຮັດວຽກ​ໄດ້ ຕອນ​ນີ້​ຖ່າຍ​ເຮັດ​ໄປ​ໄດ້ 50% ແລ້​ວ ແລະ​ຈະ​ປິດ​ກ້ອງ​ໃນ​ເດືອນ​ໜ້າ ວາງ​ແຜນ​ໜັງ​ໄວ້​ວ່າ​ຈະ​ອອກ​ສາຍ​ໃນ​ຊ່ວງ​ຕົ້ນ​ປີ 2553” 

ກັບ​ກໍລະນີ​ທີ່​ມີ​ຂ່າວ​ວ່າ ມີ​ການ​ຖ່າຍ​ເຮັດ​ໜັງ​ເລື່ອງ ສະບາຍ​ດີ​ພາກ​ສອງ ທີ່​ມີ “ເປ້ ອາ​ລັກສ໌” ສະແດງ​ນຳ ໂປ໋ຍ ​ໄດ້​ບອກ​ວ່າ “ແທ້ໆ ແລ້ວ​ບໍ່​ເຄີຍ​ມີ ໂປ​ເຈັກ ສະບາຍ​ດີ​ພາກ​ສອງ ແຕ່​ໂປ​ເຈັກ​ທີ່​ຈະ​ເຮັດ ບໍ່​ມີ​ການ​ຕັ້ງຊື່​ເລື່ອງ ທີມ​ງານ​ກໍ​ເລີຍ​​ເອີ້ນ​ກັນ​ເປັນຫຼິ້ນໆ ວ່າ ສະບາຍ​ດີ​ພາກ​ສອງ ໂດຍ​ທີ່​ໂປ​ເຈັກ​ນີ້​ບໍ່​ມີ​ເນື້ອ​ຫາ​ກ່ຽວ​ຂ້ອງ​ຫຼື​ຕໍ່​ຈາກ​ພາກ​ທໍາ​ອິດ ​ແຕ່​ຢ່າງ​ໃດກໍ່ຕາມ ໂປ​ເຈັກ​ນີ້​ຈະ​ມີ “ເປ້ ອາ​ລັກສ໌” ມາ​ຫຼິ້ນ ໂດຍ​ວາງ​ແຜນ​ວ່າ​ຈະ​ຖ່າຍ​ຕົ້ນ​ເດືອນ​ສິງ​ຫາ ແລ້ວ​ເປ້​ກໍ​ໄດ້​ເດິນທາງ​ເຂົ້າ​ມາ​ທີ່​ລາວ ພ້ອມ​ກັບ​ທີມ​ງານ​ຖ່າຍ​ທໍາ ແຕ່​ວ່າ​ຊ່ວງ​ນັ້ນ​ບໍ່​ສາມາດ​ຖ່າຍ​ເຮັດ​ໄດ້ ເພາະ​ວ່າ​ມີ​ຝົນ​ຕົກ​ແລະ​ມີ​ພາ​ຍຸ​ເຂົ້າ​ຕະຫລອດ ແລະ​ນັກ​ສະແດງ​ນຳ​ຍິງ​ຄື ຄຳ​ລີ່ ພິ​ລາວົງ ກໍ​ບໍ່​ສະບາຍ ເຮັດໃຫ້​ກອງ​ຖ່າຍ​ຕ້ອງ​ຕົກ​ຄ້າງ​ຢູ່​ບ່ອນນີ້​ໜຶ່ງ​ອາທິດ​ໂດຍ​ທີ່​ບໍ່​ໄດ້​ຖ່າຍ​ເຮັດ​ໜັງ ຂ້ອຍ ຈຶ່ງ​ຍົກ​ກອງ​ຖ່າຍ​ແລະ​ທີມ​ງານ​ກັບ​ເມືອງ​ໄທ ເພາະ​ເບິ່ງ​ເວລາ​ແລ້ວ​ບໍ່​ສາມາດ​ເຮັດວຽກ​ໄດ້​ຕາມ​ທີ່ວ່າງ​ໄວ້ ຫລັງ​ຈາກ​ທີ່​ໂປ​ເຈັກ​ນີ້​ຄືນ​ຄິວ​ການ​ຖ່າຍທຳ​ຂອງ ​ເປ້ ເຮັດໃຫ້​ເຮົາ​ບໍ່​ສາມາດ​ດຶງ​ເປ້​ກັບ​ມາ​ເຮັດວຽກ​ໃນ​ຊ່ວງ​ຫລັງ​ຈາກ​ນີ້​ໄດ້​ອີກ ເພາະ​ຄິວ​ເຮັດວຽກ​ຂອງ​ເປ້​ທີ່​ຮັບ​ງານ​ຕ່າງໆ ໄດ້​ຖືກ​ຈອງ​ໄວ້​ແລ້ວ. ໂປ​ເຈັກ​ໜັງ​ທີ່​ຈະ​ມີ​ເປ້​ຫລິ້ນ​ຈຶ່ງ​ຖືກ​ເລື່ອນ​ໄປ​ຖ່າຍ​ເຮັດ​ໃນ​ປີ​ໜ້າ ສ່ວນ​ກໍລະນີ​ທີ່​ມີ​ຂ່າວ​ລື​ກ່ຽວກັບ​ເປ້​ທີ່​ລາວ​ນັ້ນ ແທ້  ໆ ກໍ​ມີ​ສະເພາະ​ໃນ​ອິນ​ເຕີລ໌​ເນັດ​ທີ່​ມີ​ຄົນ​ລື ​ວ່າ ຄົນ​​ໃນທີ່ນີ້​ບໍ່​ມັກ​ເປ້ ແຕ່​ວ່າ​ຕົວ​ເປ້​ເອງ​ກໍ​ໄດ້​ອອກ​ມາ​ຂໍ​ໂທດ ຖ້າ​ຈະ​ເຮັດໃຫ້​ຄົນ​ເຂົ້າໃຈ​ຜິດ​ຫລື​ບໍ່​ມັກ​ໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ເຄີຍ​ເວົ້າ ຊຶ່ງ​ກໍ່​ໄດ້​ເຂົ້າໃຈກັນ​ແລ້ວ ເປ້​ເອງ​ກໍ​ໄດ້​ໄປ​ທ່ຽວ​ໃນ​ຕະ​ຫລາດ​ແລະ​ທ່ຽວ​ໃນ​ເມືອງ​ປາກ​ເຊ ກໍ​ມີ​ແຟນ ໆ​ໃຫ້​ຄວາມ​ສົນ​ໃຈ ມາ​ຂໍ​ຖ່າຍ​ຮູບ​ແລະ​ທັກ​ທາຍ​ກັນເປັນ​ປົກກະຕິ ຊຶ່ງ​ຕົວ​ເປ້​ເອງ​ກໍ​ເຄີຍ​ມາ​ທ່ຽວ​ໃນ​ລາວ​ແລະ​ມີ​ຄວາມ​​ມັກ​ໃນ​ປະເທດ​ລາວ ແລະ​ຢາກ​ຈະ​ກັບ​ມາ​ບ່ອນນີ້​ອີກ”

ໄມ່ມີຄຳ ຕອບຈາກ ປາກເຊ “From Pakse With Love”

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: