ເພື່ອເຮັດໃຫ້ບັນຍາກາດການສະເຫລີມສະຫລອງວັນສ້າງຕັ້ງແນວລາວອິດສະຫລະແນວລາວ ຮັກຊາດແນວລາວສ້າງຊາດ ໃນປະ ຈຸບັນ ຄົບຮອບ 60 ປີໃຫ້ມີເນື້ອໃນຄວາມຫມາຍເລິກເຊິ່ງ ແລະ ໂຄສະນາໃຫ້ທົ່ວປວງຊົນລາວບັນດາເຜົ່າໄດ້ຮັບຮູ້ເຖິງຄຸນງາມຄວາມ ດີຂອງອົງການແນວໂຮມໃນໄລຍະຜ່ານມາ, ເປັນການເຜີຍແຜ່ຜົນສຳເລັດຂອງແນວໂຮມໃນແຕ່ລະໄລຍະເພື່ອສ້າງຂະບວນການສຶກສາ ອົບຮົມນ້ຳໃຈບຸກບືນຫ້າວຫັນປະຕິບັດນະໂຍບາຍຕ່າງໆຂອງພັກລັດ ພ້ອມທັງເສີມຂະຫຍາຍມູນເຊື້ອມັກຄີເປັນປຶກແຜ່ນຂອງທຸກເຜົ່າ, ທຸກສາສະຫນາ, ເພດໄວ ແລະ ຊັ້ນຄົນ. ໃຫ້ເຂົ້າໃຈມູນເຊື້ອອັນດີງາມ.
ການວາງສະແດງຮູບພາບຄັ້ງ ນີ້ປະກອບດ້ວຍຮູບຖ່າຍ ແລະການສາຍວິດີໂອ ໄປພ້ອມກັນ, ສຳລັບຮູບພາບແມ່ນມີທັງຫມົດ 150 ຮູບແບ່ງເປັນ IV ພາກໃຫຍ່ຄື: ພາກ I ແມ່ນສະເຫນີກ່ຽວກັບປະເທດລາວ ແລະ ຄົນລາວ, ພາກ II ສະເຫນີກ່ຽວກັບການເຄື່ອນໄຫວ ຂອງອົງການຈັດຕັ້ງແນວໂຮມສະໄຫມປຸກລະດົມປະຊາຊົນຕໍ່ຕ້ານຈັກກະພັດຜູ້ຮຸກຮານ, ພາກ III ສະເຫນີກ່ຽວກັບອົງການຈັດຕັ້ງແນວ ໂຮມພາຍໃຕ້ຄັນທຸງຂອງພັກໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ພາລະກິດປ່ຽນແປງໃຫມ່ ແລະ ພາກ IV ພາກສຸດທ້າຍແມ່ນສະເຫນີກ່ຽວກັບອົງການຈັດຕັ້ງແນວໂຮມກັບເພື່ອນມິດສາກົນ.
ນອກຈາກນີ້ ໃນຕອນເຊົ້າຂອງວັນດຽວກັນທີ່ສູນກາງແນວລາວສ້າງຊາດ ກໍ່ໄດ້ຈັດພິທີປະດັບຫລຽນກາທີ່ລະນຶກ 60 ປີ ແນວລາວ ສ້າງຊາດໃຫ້ແກ່ຜູ້ມີຜົນງານດີເດັ່ນປະເພດບຸກຄົນ 189 ທ່ານ ມອບຫລຽນໄຊອິດສະຫລະຊັ້ນ1 ໃຫ້ແກ່ 2 ກົມກອງ, ຫລຽນໄຊອິດສະ ຫລະຊັ້ນ II ໃຫ້ແກ່ 2 ກົມກອງ ແລະ ຊັ້ນ III ໃຫ້ແກ່ 1 ກົມກອງໃຫ້ກຽດປະດັບຫລຽນໃນຄັ້ງນີ້ ໂດຍແມ່ນທ່ານ ສີສະຫວາດ ແກ້ວ ບຸນພັນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ.
ສຳລັບງານວາງສະແດງຮູບພາບໃນຄັ້ງນີ້ ແມ່ນຈະໄດ້ຈັດຂຶ້ນແຕ່ວັນທີ 11-13 ສິງຫາ 2010 ຖ້າຫາກທ່ານໃດສົນໃຈກໍ່ສາມາດ ໄປຊົມໄດ້ທີ່ສູນການຄ້າລາວ-ໄອເຕັກ.
| ພາບແລະເນື້ອຂ່າວຈາກ |
Comments:
- Related News
- Related News:ອຸທິດແກ່ວຽງຈັນ 450 ປີ (982 Hits)1 ສີງຫາ 2010 ເປັນວັນຄົບຮອບ 450 ປີ (1105 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2817 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1097 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (522 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (757 Hits)Yom Jai Orn (979 Hits)







