ງານວາງສະແດງຮູບພາບຜົນສຳເລັດຂອງອົງການແນວລາວສ້າງຊາດຕະຫລອດໄລຍະ 60 ປີ ຖືກເປີດຂຶ້ນໃນຕອນບ່າຍຂອງວັນ 11 ສິງຫາ 2010 ທີ່ສູນການຄ້າລາວ-ໄອເຕັກໂດຍມີທ່ານສີສະຫວາດ ແກ້ວບຸນພັນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູງກາງເປັນປະທານ, ມີບັນດາຕົວແທນອົງການຈັດຕັ້ງແນວໂຮມທົ່ວ ປະເທດເຂົ້າຮ່ວມ.
Read More
Hits: 668


Movie


ຖືວ່າເປັນມິນິດຫມາຍອັນດີຂອງວົງການຮູບເງົາບ້ານເຮົາ ທີ່ຈະກ້າວພັດທະນາເພື່ອຍົກລະດັບ ຄຸນນະພາບໃຫ້ດີຍິ່ງໆຂຶ້ນ ເພື່ອທຽບ ເທົ່າກັບສາກົນໃນຕໍ່ຫນ້າໃນ ງານມະໂຫລານຮູບເງົາຫລວງພະບາງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-11 ທັນວາ 2010 ທີ່ແຂວງຫລວງ ພະບາງ (ເດີ່ນທາດຫລວງ ແລະ ຕະຫລາດຊົນເຜົ່າ) ເຊິ່ງເປັນການລວບລວມເອົາ ຜູ້ສ້າງຮູບເງົາສີມືດີມາລວມຕົວກັນທີ່ງານດຽວ ເພື່ອ ແລກປ່ຽນແນວຄວາມຄິດຜ່ານທາງຮູບເງົາເປັນຕົວສື່.

(VH) ໂປ໋ຍ ສັກຊາຍ ດີນານ ເຈົ້າຂອງຜົນງານ ສະບາຍດີຫລວງພະບາງ


