5 ໜຸ່ມ Xtreme ທີ່ຖືກຖາມຫລາຍທີ່ສຸດໃນຕອນນີ້ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Entertainment Artist 5 ໜຸ່ມ Xtreme ທີ່ຖືກຖາມຫລາຍທີ່ສຸດໃນຕອນນີ້

5 ໜຸ່ມ Xtreme ທີ່ຖືກຖາມຫລາຍທີ່ສຸດໃນຕອນນີ້

E-mail Print PDF

(VH) ຫລັງຈາກທີ່ທາງ KPY Entertainment ໄປປ່ອຍເພງ “Flirt ຫລື ຫວານສະເໜ່” ເຊິ່ງເປັນຜົນງານເພງຄັ້ງທຳອິດຂອງ 5 ໜຸ່ມ Xtreme ເຊິ່ງເປັນ Boy Band ກຸ່ມທຳອິດຂອງຄ້າຍອອກມາ ກໍ່ໄດ້ຮັບການຕອບຮັບຢ່າງອົບອຸ່ນ ເຊິ່ງເພງຂອງພວກເຂົາກໍ່ໄຕອັນດັບຕິດຢູ່ໃນ Chart ຫລາຍໆຄື້ນວິທະຍຸເປັນເວລາຫລາຍອາທິດ ເບິ່ງໄດ້ຈາກການທີ່ໜຸ່ມໆກຸ່ມນີ້ມີງານເຂົ້າມາຢ່າງບໍ່ຂາດສາຍ ບໍ່ວ່າຈະເປັນງານຄອນເສີດ, ຖ່າຍແບບ ຫລື ປະກົດໂຕໃຫ້ເຫັນຕາມລາຍການໂທລະພາບຕ່າງໆ

 

ເຊິ່ງອາດເປັນເພາະທັງ 5 ໜຸ່ມ Xtreme ພວກເຂົາເປັນຄົນທີ່ມີນິໄສ ຫນ້າຮັກ ແລະ ເປັນກັນເອງ ພ້ອມທັງຕັ້ງໃຈໃນການເຮັດວຽກຫລາຍ ໂດຍການນຳສະເໜີແນວດົນຕີທີ່ແປກໃຫມ່ທີ່ບ້ານເຮົາບໍ່ທັນມີ ປະສານກັບ ການຮ້ອງປະສານສຽງທີ່ລົງໂຕ ບວກກັບການເຕັ້ນ, ການສະແດງເທິງເວທີທີ່ແຂງແຮງ ເຊິ່ງເປັນຈຸດເດັ່ນຂອງໜຸ່ມໆ Xtreme ເຮັດໃຫ້ມີຄົນຖາມເຖິງ ແລະ ຖ້າທີ່ຈະເບິ່ງ MV ຂອງພວກເຂົາວ່າຈະອອກມາໃນຮູບແບບໃດ ເຊິ່ງພວກເຮົາກໍ່ເຊື່ອແນ່ວ່າໜຸ່ມໆກຸ່ມນີ້ ຄົງຈະມີຫຍັງທີ່ແປກໃຫມ່ມານຳສະເໜີຢ່າງແນ່ນອນ, ເອົາທີມງານ ວາລະສານ ຂອງພວກເຮົາ ກໍ່ຂໍເປັນກຳລັງໃຈຊ່ວຍເດີ້

 

Video From Xtreme's Facebook page

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: