ລັ່ງ ອາດຈະອອກ Single ໃຫມ່ ໃນໄວຯນີ້ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Entertainment Artist ລັ່ງ ອາດຈະອອກ Single ໃຫມ່ ໃນໄວຯນີ້

ລັ່ງ ອາດຈະອອກ Single ໃຫມ່ ໃນໄວຯນີ້

E-mail Print PDF
ລັ່ງ ອາດຈະອອກ Single ໃຫມ່ ໃນໄວຯນີ້
(VH) ລັ່ງ ຫຼື ຊື່​ຈິງ​ ທ້າວ ສິດ​ປະ​ເສີດ ແກ້​ວຈະ​ຣັດ ເປັນ​ໜຶ່ງ​ ໃນ​ສິນລະ​ປິນ​ທີ່​ໄດ້​ຄັດ​ເລືອກ ຈາກຄ້າຍຂອງ​ປະ​ເທດ​ລາວ KPY ພວກ​ເຮົາ​ອາດ​ຍັງ​ບໍ່ທັນ​ໄດ້​ຍິນ​ຂ່າວຄາ​ວຈາກ​ສິນລະ​ປິນຄົນ​ນີ້​ເທື່ຶອຫລັງ​ຈາກ​ໄດ້​ໄປ​ອອກ​ອາ​ລະ​ບໍ້າ​​ໃນປະ​ເທດ​ໄທ​ຫຼາຍ​ປີ​ທີ່​ຜ່ານມາ​. ​ແຕ່​ມາ​ຄັ້ງ​ນີ້​ໄດ້ຍິນຂ່າວ​ລື​ວ່າ​ຜູ້​ຊາຍຄົນ​ນີ້​ກໍາລັງ​ຈະ​ອອກ Single ​ໃຫມ່ ​ເພາະວ່າ​ລັ່ງ​ໄດ້​ກ່າວ​ໄວ້​ໃນ Facebook ຂອງ​ລາວ​ວ່າ “ມື້ອື່ນເຂົ້າຫ້ອງອັດສິອັດເພງໃຫມ່ … ແບບນີ້ທຸກຄັ້ງ" 

ສະ​ນັ້ນ ພວກ​ເຮົາ​ຕ້ອງ​ໃຈ​ເຢັນຯ ​ເພື່ອ​ຈະ​ໄດ້​ຖ້າ​ຟັງ​ເພງ​ມ່ວນຯ​ຂອງ​ລັ່ງຕໍ່​ໄປ. ​​ເພື່ອ​ທຳ​ຄວາມ​ເຂົ້າ​ໃຈ​ວ່າ​ລັ່ງ​ແມ່ນ​ໃຜ​ມາ​ຈາກ​ໃສ່ ພວກ​ເຮົາ​ໄດ້​​ເອົາ​ຂໍ້​ມູນ​ມາ​ໃຫ້​ທ່ານ​ຜູ້​ອ່ານ​ໄດ້​ອ່ານ​ກັນ 

ຊື່ຈິງ : ສິດ​ປະ​ເສີດ ແກ້​ວຈະ​ຣັດ

ຊື່​ຫລິ້ນ : ລັ່ງ

ອາ​ຍຸ : 21 ປີ

ສູງ : 179

ໜັກ : 68

ການສຶກສາ :  ມັດທະ​ຍົມສຶກສາ​ສົມບູນ​ວຽງ​ຈັນ

ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ

ວິ​ຊາ​ທີ່​ມັກ :   ພາສາ​ອັງ​ກິດ

ຄວາມ​ໃຝ່ ຝັນ :      ຢາກ​ເປັນ​ນັກ​ທຸລະກິດ

ພາສາ :            ລາວ, ໄທ, ອັງກິດ

ສັດ​ທີ່​ມັກ :    ໝາ

ສິ່ງ​ທີ່​ເຄີຍ​ເຮັດ​ແລ້ວ​ປະ​ຫລາດ​ທີ່ສຸດ : ຍັງ​ບໍ່​ມີ

ຄອບຄົວ : ລູກ​ຄົນ​ດຽວ ພໍ່​ເຮັດ​ງາ​ນ​ຢູ່​ສະຫ​ນາມ​ບິນ​ໃນ​ປະ​ເທດ​ລາວ​ ແມ່​ເປີດ​ຮ້ານ​ເສີມສວຍ​ຢູ່​ເຮືອນ​ໃນ​ວຽງ​ຈັນ

ຄວາມ​ສາມາດ​ພິເສດ : ຟຸດ​ບອນ

ສາດສະຫນາ : ພຸດ

ສິນລະ​ປິນ​ທີ່​ມັກ : se7en

ສີ​ທີ່​ມັກ : ເຫລືອງ ຂາວ ຟ້າ

ສີ​ທີ່​ເຮັດໃຫ້​ຂາດ​ຄວາມຫມັ້ນ​ໃຈ : ສີ​ແດງ

ຜູ້ຍິງ​ທີ່​ມັກ : ຜິວ​ຂາວ ຕາ​ໃຫຍ່ ອາລົມ​ດີ

ສະຖານ​ທີ່​ທີ່​ຢາກ​ໄປ : ຍີ່​ປຸ່ນ

ສິນ ລະປິນ​ໄທ​ທີ່​ຢາກ​ຮ່ວມ​ງານ​ດ້ວຍ : ກອລ໌​ຟ ໄມຄ໌ - ແດນ

ຜົນ​ງານ​ທີ​ຜ່ານມາ :  -ຍ່າງ​ແບບ​ງານ ອາ​ຊ່ຽນ​ເທື່ອ​ທີ່ 10 ປີ 2005

-ຕຳແໜ່ງ​ທີ່ 3 ຍູດ​ຕາລ໌​ປີ 2005

-ດາວ​ຄະນະ ເສ​ດຖະ​ສາດ ມ. ແຫ່ງ​ຊາດ

-ເຄີຍ​ມີ​ວົງ​ດົນຕີ​ມາ​ກ່ອນ ຊື່​ວົງ The Worker ໄດ້​ອອກ​ອາລະ​ບ້ຳ​ຈິງ​ພາຍໃຕ້​ຊື່​ເຄ​ຊີ່ ກາຍ ຊຶ່ງ​ເປັນ​ຊື່​ທີ່​ ລັ່ງ​ເປັນ​ຄົນ​ຕັ້ງ​ໃຫ້​ແລະ​ເຄີຍ​ຂຶ້ນ​ຮ້ອງ​ກັບ​ວົງ​ແຄດ​ທີ່​ປະ​ເທດ​ລາວ​ມາ​ແລ້ວ

-ແລະ​ມີສະກູບ​ໃນ​ຫນັງສື ນິ​ຕິ​ສານ ມະຫາ​ຊົນ

ທ້າວ ສິດປະເສີດ ແກ້ວ ຈະຣັດ ຫລື ລັ່ງ ສີລະປິນອາຍຸ 22ປີ ເກີດທີ່ບ້ານວັດໄຕ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ປະຈຸບັນກຳລັງສຶກສາ ທີ່ມະຫາວິທະຍາໄລແຫ່ງຊາດຄະນະເສດຖະສາດປີ 5 ເປັນສິລະປິນທີ່ສັງກັດຂອງຄ້າຍເພງນ້ອງໃຫມ່ Sea-Art ຈຳກັດ ແລະ ເປັນເຈົ້າຂອງເພງດັງ "ສົງສານ ຄົນຕາດຳໆ" ເຊິ່ງເປັນຜົນງານທີ່ສ້າງຊື່ສຽງໃຫ້ກັບຫນຸ່ມຄົນນີ້ ກາຍເປັນທີ່ຮູ້ຈັກຂອງແຟນ ເພງທົ່ວປະເທດຫລ້າສຸດ "ລັ່ງ" ໄດ້ໃຫ້ສຳພາດກັບທາງວິທະຍຸ VOA ວ່າ "ອາລະບຳດ່ຽວຊຸດທຳອິດຂອງ ລັ່ງ ໃກ້ຈະສຳເລັດພ້ອມອອກ ວາງຈຳຫນ່າຍຊື່ຊຸດວ່າ "Lang Motion 1 ເຊິ່ງມີຄວາມຫມາຍວ່າການເຄື່ອນໄຫວ ດົນຕີລະດັບທີ 1 ຂອງລັ່ງ ໃນອາລະບຳຈະມີເພງທີ່ ລັ່ງແຕ່ງເອງ 3 ເພງ ແຕ່ຈະເປັນເພງໃດນັ້ນກໍ່ຕ້ອງຂໍເກັບໄວ້ເປັນຄວາມລັບກ່ອນສຳລັບແນວເພງຈະເປັນ K-POP ເປັນແນວເພງທີ່ ລັ່ງ ຖະຫນັດບໍ່ວ່າຈະເປັນການຮ້ອງເພງ ຫລື ການເຕັ້ນ".

ກ່ອນຈະມາເປັນນັກຮ້ອງລັ່ງເຄີຍຜ່ານເວທີການປະກວດຫລາຍເວທີດ້ວຍກັນເຄີຍເດີນແບບງານອາຊຽນຄັ້ງທີ 10 ໃນປີ 2005, ເຄີຍ ໄດ້ຮັບຕຳແຫນ່ງ ອັນດັບ 3 ຂອງການປະກວດ YO Star ໃນປີ2006, ເຄີຍຄວ້າອັນດັບ1 ໃນການປະກວດ "ຫນຸ່ມດີສາວເດັ່ນ" ຂອງ ຄະນະເສດຖະສາດ, ເຄີຍມີວົງດົນຕີມາກ່ອນຊື່ວົງ The worker  ແລະ ເຄີຍໄດ້ຂຶ້ນຮ້ອງເພງກັບສີລະປິນດັງວົງ “Clash" ຈາກປະ ເທດໄທທີ່ສູນການຄ້າລາວ-ໄອເຕັກ ແລະ ບົດສຳພາດຕ່າງໆຕາມວາລະສານຕ່າງໆ. ສຸດທ້າຍນີ້ ລັ່ງ "ຂໍຝາກຜົນງານອາລະບຳ Lang Motion1 ທີ່ຈະ ອອກມາໃນໄວໆນີ້ ຢາກໃຫ້ທຸກຄົນໄດ້ຕິດຕາມຊົມຜົນງານ ແລະຕ້ອງຂໍຂອບໃຈທີ່ແຟນເພງທຸກຄົນຍັງໃຫ້ການຕ້ອນຮັບ ລັ່ງ ດີສະເຫມີມາ".

ມື້ນີ້ຜູ້ຂຽນກໍ່ໄດ້ນຳເອົາຄຳສຳພາດຂອງແຟນເພງກຸ່ມຫນຶ່ງທີ່ໂຮງຮຽນ ມ.ປາຍ ສີສັດຕະນາກພວກເຂົາກໍ່ມີຄຳເວົ້າທີ່ຢາກຝາກເຖິງ ລັ່ງ ເຊັ່ນດຽວກັນວ່າ: "ພວກເຮົາເປັນແຟນເພງຂອງ ລັ່ງ ທີ່ຜ່ານມາກໍ່ໄດ້ຄອຍຕິດຕາມ ແລະ ໂທໄປຂໍຟັງເພງຕາມຄື້ນວິທະຍຸຕ່າງໆ ແລະ ເມື່ອໃດຈິ່ງຈະໄດ້ຟັງອາລະບຳເຕັມຂອງລັ່ງ ແຕ່ພໍ ຮູ້ວ່າອາລະບຳເຕັມໃກ້ຈະສຳເລັດພວກເຮົາດີໃຈ ແລະ ຢາກໃຫ້ອາລະບຳອອກມາວາງ ຈຳຫນ່າຍໄວໆ ຈະໄດ້ພາກັນໄປອຸດຫນູນພວກເຮົາຂໍເປັນກຳລັງໃຈໃຫ້ກັບ ລັ່ງ ຕະຫລອດໄປ.

ດ້ວຍ​ປະສົບການ​ກວ່າ 10 ປີ ຂອງ​ປະ​ທານ​ບໍລິສັດ Sea ​ Art ເຈົ້າ​ອັ໋ນ ລືດ​ທິ​ລົງຄ໌ ໄດ້ຮັບ​ປະສົບການ ຄວາມ​ຮັກ ຄວາມ​ເມດຕາ ແລະ​ໄດ້​ສ້າງ​ຄວາມ​ສຳພັນ​ແບບ​ແໜ້ນ​ແຟ້ນ ຈາກ​ປະເທດ​ເພື່ອນ​ເຮືອນ​ທີ່​ເຂົ້າໄປ​ດຳ​ເນີນ​ທຸລະກິດ ເຈົ້າ​ອັ໋ນ​ໄດ້​ເລັງ​ເຫັນ​ຄວາມ​ສາມາດ​ຂອງ​ເຍົາ​ວະ​ຊົນ​ປະເທດ​ເຫລົ່າ​ນັ້ນ ວ່າ​ມີ​ຄວາມ​ສາມາດ​ສູງ​ຫລາຍ ແຕ່​ຍັງ​ຂາດ​ໂອ​ກາດ ແລະ​ຜູ້​ສະໜັບ-ສະໜູນ ເຈົ້າ​ອັ໋ນ​ຈຶ່ງ​ສ້າງ​ຄອນ​ເຊັບ​ຂອງ​ບໍລິສັດ Sea ​ Art ເພື່ອ​ສ້າງ​ໂອ​ກາດ​ໃຫ້​ກັບ​ເຍົາ​ວະ​ຊົນ ຂອງ​ປະເທດ​ເພື່ອນ​ເຮືອນ​ໃຫ້​ມີ​ໂອ​ກາດ​ສູງ​ຂຶ້ນ ຈຶ່ງ​ໄດ້​ເກີດ​ຜົນ​ງານ​ຄຸນນະພາບ​ຂອງ​ບໍລິສັດ Sea ​ Art ຊິ້ນ​ແຮກ​ຄື ອັນ​ບ້ຳ  Lang Motion I

ຂອບ​ໃຈ: ecomlao.org.la

Scoop Lang
 

Valentines Day 

ສຳພາດ

MV ສົງສານຄົນຕາດໍາຯ ເປັນ Single ທຳອິດຂອງລັ່ງ

Video title: Bor man kon jai ngye

 

Video title: Lang -...

Video title: Lang Motion1...

Annita Thivaphone

ສິດປະເສີດ ແກ້ວຈະຣັດ หรั่ง สิทธิ์ประเสริฐ แก้วจรัส

ສິດປະເສີດ ແກ້ວຈະຣັດ หรั่ง สิทธิ์ประเสริฐ แก้วจรัส

ສິດປະເສີດ ແກ້ວຈະຣັດ หรั่ง สิทธิ์ประเสริฐ แก้วจรัส

ສິດປະເສີດ ແກ້ວຈະຣັດ หรั่ง สิทธิ์ประเสริฐ แก้วจรัส

ສິດປະເສີດ ແກ້ວຈະຣັດ หรั่ง สิทธิ์ประเสริฐ แก้วจรัส

ສິດປະເສີດ ແກ້ວຈະຣັດ หรั่ง สิทธิ์ประเสริฐ แก้วจรัส

ສິດປະເສີດ ແກ້ວຈະຣັດ หรั่ง สิทธิ์ประเสริฐ แก้วจรัส

ສິດປະເສີດ ແກ້ວຈະຣັດ หรั่ง สิทธิ์ประเสริฐ แก้วจรัส

ສິດປະເສີດ ແກ້ວຈະຣັດ หรั่ง สิทธิ์ประเสริฐ แก้วจรัส

ສິດປະເສີດ ແກ້ວຈະຣັດ หรั่ง สิทธิ์ประเสริฐ แก้วจรัส

ສິດປະເສີດ ແກ້ວຈະຣັດ หรั่ง สิทธิ์ประเสริฐ แก้วจรัส

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: