ພວກເຮົາທີມງານ ວາລະສານ ມະຫາຊົນ ຂໍຕ້ອນຮັບ ແລະ ຢາກແນະນຳເຖິງ ນັກຮ້ອງນ້ອງໃຫມ່ແຫ່ງ ວົງການ “ກະຕ່າຍ” ຫລື ທ້າວ ຂຸນຄຳ ສິດທິຍົມ ເຂົາເປັນອີກຫນຶ່ງຫນຸ່ມ ທີ່ຄວາມສາມາດ ແລະ ພອນສະຫວັນ ທາງດ້ານການຮ້ອງເພງ ພ້ອມທັງ ກະລັນຕີຄວາມສາມາດ ຈາກການ ສະນະເລີດການປະກວດຮ້ອງເພງ ຈາກຫລາຍໆເວທີມາແລ້ວ ກ່ອນທີ່ຈະໄດ້ເຂົ້າມາເປັນ ສິລະປິນ ຢ່າງເຕັມໂຕ.
ກະຕ່າຍ ເປັນຫນຸ່ມ ອາຍຸໄດ້ 20ປີເຕັມ ເຂົາຫລີ້ນກີຕ້າ ແລະ ຮ້ອງເພງ ເປັນຄົນອາລົມດີ, ການໄດ້ເປັນນັກຮ້ອງສັງກັດຄ້າຍເພງ KPY Entertainment ໃນຄັ້ງນີ້ ເຂົາບອກວ່າ ເປັນສິ່ງທີ່ດີທີ່ສຸດແລ້ວ ເພາະການເປັນສິລະປິນ ເປັນຄວາມຝັນອັນສູງສຸດຂອງເຂົາ. ກະຕ່າຍ ໄດ້ປ່ອຍເພງທຳອິດຂອງຊີວິດ ອອກມາ ນັ້ນກໍ່ຄືເພງ ຄົນດີທີ່ເຈົ້າບໍ່ຮັກ ຕອນນີ້ກໍ່ກຳລັງໄດ້ຮັບການຕ້ອນຮັບທີ່ດີ ຈາກຫລາຍໆຄົນ ໂດຍສະເພາະແລ້ວ ກໍ່ແມ່ນແຟນໆຂອງເຂົາ ດັ່ງນັ້ນ ທາງວາລະສານ ມະຫາຊົນ ກໍ່ຂໍອວຍພອນໃຫ້ຫນຸ່ມ ກະຕ່າຍ ຄົນນີ້ ປະສົບຜົນສຳເຫລັດໃນເສັ້ນທາງການເປັນນັກຮ້ອງເດີ້. ຄົນລາວສະຫນັບຫນູນເພງລາວນຳກັນ ຫລາຍໆເດີ້.
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2817 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)








