ສິລະປິນລາວ ມິວສິກອະວອດ ຖືກຖອນ 2 ລາງວັນ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Entertainment Artist ສິລະປິນລາວ ມິວສິກອະວອດ ຖືກຖອນ 2 ລາງວັນ

ສິລະປິນລາວ ມິວສິກອະວອດ ຖືກຖອນ 2 ລາງວັນ

E-mail Print PDF

ກົມ​ສິ­ລະ​ປະ​ການ­ສະ­ແດງ​ກະ­ຊວງ​ຖະແຫລງ​ ຂ່າວ ແລະ ວັດ­ທະ­ນະ­ທຳ​ໃນ​ນາມ​ປະ­ທານຜູ້​ຊີ້​ນຳ​ການ­ຈັດ­ຕັ້ງ​ງານ​ປະ­ກາດ​ລາ­ງວັນ​ລາວ ​ມິວ​ສິກ​ອະ​ວອດ 2 ປະ­ຈຳ​ປີ 2011 ສັ່ງ​ຖອນ 2 ລາງວັນ​ຈາກ​ວົງ ພູ​ລ​ທີ​ຄລັບ ທີ່​ໄດ້​ຮັບ​ລາ­ງວັນ​ເພງ​ຮິບຮ໋ອບ​ຍອດ​ນິ­ຍົມ ແລະ ລາ­ງວັນ​ນັກ​ຮ້ອງ­ເພງ​ຮິບຮ໋ອບ​ຍອດ​ນິ­ຍົມ​ໃນ​ງານ​ປະ­ກາດ​ລາ­ງວັນ​ລາວມິວ​ສິກ ​ອະ​ວອດ 2 ທີ່​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 9 ເມ­ສາ 2011 ທີ່​ຜ່ານ​ມາ ຫລັງ​ທາງ​ຄະ­ນະ​ກຳ­ມະ­ການຕັດ­ສິນ​ກວດ​ພົບ​ເປັນ​ເພງ​ທີ່​ຮຽນ​ແບບ​ຕ່າງ​ປະເທດ ແລະ ຜິດ​ຕໍ່​ກົດ​ລະ­ບຽບການ​ຕັດ­ສິນ.

ແລງ​ວັນ​ອາ­ທິດ​ທີ 27 ພຶດ​ສະ ພາ 2011 ທີ່​ໂຮງ­ແຮມ​ວັນ​ຊະນະ ຣີ​ເວີ​ຊາຍ ນະ­ຄອນ­ຫລວງວຽງ​ຈັນ ທ່ານ ໄຊ​ສະ­ຫວາດ ສິງນາມ​ວົງ ຫົວ­ຫນ້າ​ກົມ​ສິ­ລະ​ປະການ­ສະ­ແດງ​ກະ­ຊວງ​ຖະ­ ແຫລງຂ່າວ ແລະ ວັດ­ທະ­ນະ­ທຳ​ໄດ້​ຊີ້ ແຈ້ງ​ຕໍ່​ເຫດ­ການ​ດັ່ງ­ກ່າວ​ວ່າ: ການ​ປະ­ກາດ​ຖອນ​ຍ້ອນ​ນັກ​ສິ­ລະປິນ​ໄດ້​ສົ່ງ​ຜົນ­ງານ​ເພງ​ທີ່​ມີ​ການຮຽນ​ແບບ​ ເພງ​ຕ່າງ­ປະ­ເທດຮຽນ​ແບບ​ເພງ​ຜູ້​ອື່ນ​ສົ່ງ​ເຂົ້າ​ມາ ຊີງ​ລາ­ງວັນ ແຕ່​ບັງ­ເອີນ​ຜົນ­ງານເພງ​ດັ່ງ­ກ່າວ​ກໍ່​ຖືກ​ໂຫວດ​ໃຫ້​ໄດ້ຮັບ​ລາ­ງວັນ​ເປັນ​ ທີ່​ຮຽບ​ຮ້ອຍ ຫລັງ​ຈາກ​ນັ້ນ ທາງ​ກົມ​ສິ­ລະ​ປະການ­ສະ­ແດງກະ­ຊວງ​ຖະ­ແຫລງຂ່າວ ແລະ ວັດ­ທະ­ນະ­ທຳ ຄະ­ນະກຳ­ມະ­ການ​ຕັດ­ສິນ​ງານ​ປະ­ກາດ ລາ­ງວັນ​ລາວ​ມິວ​ສິກ​ອະ​ວອດ 2 ປະ­ຈຳ​ປີ ກວດ​ພົບ​ວ່າ ເພງ​ຫອມ ຂອງ​ວົງ ພູ​ລ​ທີ​ຄລັບ ເປັນ​ເພງ​ທີ່ຮຽນ​ແບບ​ເພງ​ຈາກ​ຕ່າງ­ປະ­ເທດ ທີ່​ຜິດ​ຕໍ່​ລະ­ບຽບ​ຂອງ​ການ​ສົ່ງ​ຜົນງານ​ເຂົ້າ​ຊີງ​ລາ­ງວັນ ພ້ອມ​ກັນນັ້ນ ຍັງ​ເປັນ​ການ​ຂັດ​ຕໍ່​ຈຸດ­ປະ­ສົງຄາດ­ຫມາຍ​ຂອງ​ງານ​ປະ­ກາດລາ­ງວັນ​ມິວ​ສິກ​ອະ ​ວອດ 2 ທີ່​ຈັດຂຶ້ນ​ມາ ເພື່ອ​ເປັນ​ການ​ສົ່ງ­ເສີມ ແລະ ໃຫ້​ກຳ­ລັງ​ໃຈ​ແກ່​ນັກ​ສິ­ລະປິນ​ທີ່​ໄດ້​ສ້າງ​ຜົນ­ງານ​ດີ­ເດັ່ນອອກ​ສູ່​ ສັງ­ຄົມ ແລະ ເສີມ​ຂະຫຍາຍ​ວົງ​ການ​ບັນ­ເທີງ​ຂອງລາວ​ໃຫ້​ມີ​ຄວາມ​ກ້າວ­ຫນ້າ​ສູ່​ຄຸນນະ​ພາບ​ ມາດ­ຖານ​ສາ­ກົນ​ເທື່ອລະ​ກ້າວ.

ທ່ານ ໄຊ​ສະ­ຫວາດ ສິງ​ນາມວົງ ກ່າວ​ຕື່ມ​ອີ​ກວ່າ: ການ​ຖອນຄືນ​ລາ­ງວັນ​ໃນ​ຄັ້ງ​ນີ້ ແມ່ນ​ປະ­ຕິບັດ​ຕາມ​ການ​ແນະ­ນຳ​ຂອງ​ກົມ​ສິລະ​ປະ​ການ­ສະ­ແດງກະ­ຊວງ​ຖະແຫລງ​ ຂ່າວ ແລະ ວັດ­ທະ­ ນະ­ທຳ ທັງ​ຫມົດ​ນີ້ ​ກໍ່​ເພື່ອ​ເປັນ​ມາດ­ຖານ ແລະ ບົດ­ຮຽນ​ໃຫ້​ແກ່​ນັກ​ສິ­ລະປິນ​ລາວ​ທີ່​ຈະ​ສົ່ງ​ຜົນ­ງານ​ເຂົ້າມາ​ຊີງ​ລາ­ງວັນ ລາວ​ມິວ​ສິກ​ອະວອດ ໃນ​ຄັ້ງ​ຕໍ່​ໄປ.

ສຳ­ລັບ 2 ລາ­ງວັນ​ດັ່ງ­ກ່າວ ແມ່ນ​ໄດ້​ຖືກ​ມອບ​ໃຫ້​ນັກ​ສິ­ລະ​ປິນ ແລະ ຜົນ­ງານ​ໃນ​ສາ­ຂາ​ຕ່າງໆ ທີ່ມີ​ຄະ­ແນນ​ຮອງ​ລົງ​ມາຄື​ລາ­ງວັນ ນັກ​ຮ້ອງ­ເພງ ວົງ​ຮິບ​ຮ໋ອບ​ຍອດ​ນິຍົມ ໄດ້­ແກ່​ວົງແອວ​ໂຊນ ແລະ ລາ­ງວັນ​ເພງ​ຮິບ​ຮ໋ອບ​ຍອດ​ນິ­ຍົມໄດ້­ແກ່​ວົງ Gi-BLOOZ ເປັນ ກຽດ​ມອບ​ຂອງ​ລາ­ງວັນ​ດັ່ງ­ກ່າວ ໂດຍ​ທ່ານ ໄຊ​ສະ­ຫວາດ ສິງ​ນາມວົງ.

ພາບແລະເນື້ອຂ່າວຈາກ
 

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: