ຖ້ຳຜາ ສາດສະຖານ ທີ່ທຳມະຊາດ ທີ່ວຽງພູຄາ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Eco-social Travel ຖ້ຳຜາ ສາດສະຖານ ທີ່ທຳມະຊາດ ທີ່ວຽງພູຄາ

ຖ້ຳຜາ ສາດສະຖານ ທີ່ທຳມະຊາດ ທີ່ວຽງພູຄາ

E-mail Print PDF
ຖ້ຳຜາສາດ ກໍ່ແມ່ນສະຖານ ທີ່ທ່ອງທ່ຽວ ທາງທຳມະຊາດ ທີ່ຫນ້າປະທັບ ໃຈອີກແຫ່ງຫນຶ່ງ ຂອງລາວ ເຊິ່ງຕັ້ງຢູ່ຂອບ ເຂດເມືອງວຽງພູຄາ ແຂວງຫລວງນ້ຳທາ ທາງພາກເຫນືອ ຂອງລາວນີ້ເອງ ເຊິ່ງເປັນເຂດ ຫນຶ່ງທີ່ຜູ້ຄົນໃຫ້ຄວາມສົນໃຈເນື່ອງຈາກພູມິພາກທີ່ຖືກຫຸ້ມລ້ອມທ່າມ ກາງທຳມະຊາດອັນງົດງາມ ໂດຍທີ່ບໍ່ມີສະຖານທີ່ແຫ່ງໃດຄື.

ຖ້ຳຜາສາດ ຫລື ຖ້ຳພູຜາສາດເປັນທີ່ຮູ້ຈັກກັນດີໃນນາມຖ້ຳກາວຣາວ ມີຕຳນານການເຫລົ່າຂານທີ່ສືບຕໍ່ກັນມາ ແຕ່ກໍ່ບໍ່ມີຫລັກຖານ ໃດເປັນສິ່ງຢັ້ງຢືນທີ່ຊັດເຈນກ່ຽວກັບທີ່ມາຂອງຊື່ຖ້ຳແຫ່ງນີ້ ແຕ່ອາດຈະເປັນຍ້ອນລັກສະນະພູມສັນຖານ ທີ່ກາຍເປັນຕົ້ນກຳເນີດອັນແທ້ ຈິງ, ສຳລັບຂະຫນາດຄວາມກວ້າງທີ່ຊັດເຈນກໍ່ເຊັ່ນດຽວກັນ ແຕ່ທີ່ຫນ້າປະທັບໃຈຫລາຍກວ່າຫມູ່ກໍ່ຄົງແມ່ນຫນ້າຜາທີ່ສູງຊັນ ແຕ່ມີລັກ ສະນະເປັນເທີບຄ້າຍດັ່ງຜາສາດ ພ້ອມກັນນັ້ນ ພາຍໃນຖ້ຳແຫ່ງດັ່ງກ່າວກໍ່ຍັງກາຍເປັນແຫລ່ງທີ່ຢູ່ອາໄສຂອງສັດມີປີກປະເພດເຈຍເປັນ ຈຳນວນຫລາຍ ແຕ່ກໍ່ມີຂໍ້ຫ້າມທີ່ນັກທ່ອງທ່ຽວຈະຕ້ອງປະຕິບັດຢ່າງເຄັ່ງຄັດ ນັ້ນກໍ່ຄືຫ້າມບໍ່ໃຫ້ໃຊ້ມືຈັບ ຫລືບາຍຫີນຜາທີ່ຢັງຢາຍຢູ່ພາຍ ໃນຖ້ຳລວມທັງຮັກສາຄວາມສະອາດບໍ່ຄວນສົ່ງສຽງດັງ ພ້ອມກັນນັ້ນ ເພື່ອຄວາມປອດໄພຂອງຕົນເອງ ແມ່ນບໍ່ຄວນຢູ່ຫ່າງໄກຈາກນັກ ນຳທ່ຽວຂັ້ນທ້ອງຖິ່ນເດັດຂາດ ເພາະທີ່ນັ້ນມີປ່າເລິກອາດຈະພາໃຫ້ຫລົງທາງກໍ່ເປັນໄດ້ ນອກຈາກນັ້ນ ກ່ອນຈະເຂົ້າໄປພາຍໃນຖ້ຳກ່ອນ ອື່ນຄວນໃສ່ຫມວກກັນກະທົບ ເພື່ອຫລີກເວັ້ນຈາກຄວາມສ່ຽງທີ່ອາດເກີດຂຶ້ນ.

ສຳລັບການເດີນທາງພຽງແຕ່ໄປເຖິງແຂວງຫລວງນ້ຳທາແລ້ວ ມຸ່ງຫນ້າເຂົ້າສູ່ເມືອງວຽງພູຄາກໍ່ສາມາດຕິດຕໍ່ນຳພະນັກງານນຳທ່ຽວ ທີ່ຫ້ອງການທ່ອງທ່ຽວທີ່ຕັ້ງຢູ່ພາຍໃນຕົວເມືອງດັ່ງກ່າວ ຈາກນັ້ນ ກໍ່ສືບຕໍ່ອອກເດີນທາງດ້ວຍລົດແຕ໋ກໆ ເພາະສະດວກສຳລັບເສັ້ນທາງ ທີ່ຂ້ອນຂ້າງຫຍຸ້ງຍາກປະມານສາມຊົ່ວໂມງກວ່າກໍ່ມາເຖິງບ້ານທ່າຫລວງ ເຊິ່ງເປັນຫມູ່ບ້ານຂອງຊົນເຜົ່າມົ້ງພາກັນອາໄສຢູ່ ຈາກນັ້ນຈິ່ງ ເດີນທາງດ້ວຍການຍ່າງໄປສູ່ພູຜາສາດ ໂດຍຜ່ານປ່າເລິກ ເຊິ່ງສາມາດພັກເຊົາກິນເຂົ້າທ່ຽງຢູ່ກາງປ່າເລີຍຍິ່ງເປັນການດີ ໂດຍມີຊາວ ບ້ານຂອງເຜົ່າເປັນຜູ້ກະກຽມໄວ້ຄອຍຖ້າ ຈາກນັ້ນ ຈິ່ງສືບຕໍ່ເດີນທາງໄປສູ່ຈຸດທີ່ປາຖະຫນາ.

ສິ່ງທີ່ຄວນຮູ້ສຳລັບການເດີນທາງໃນຄັ້ງນີ້ແມ່ນບໍ່ຄວນເອົາເຂົ້າຫນົມ ຫລື ເງິນໃຫ້ເດັກນ້ອຍທີ່ທ່ານພົບເຫັນ ຖ້າຕ້ອງການຢາກຊ່ວຍ ເຫລືອກໍ່ຈົ່ງມອບໃຫ້ທາງອຳນາດການປົກຄອງບ້ານເປັນຜູ້ແຈກຢາຍຈະເປັນການດີ ພ້ອມກັນນັ້ນ ການແຕ່ງກາຍກໍ່ບໍ່ຄວນນຸ່ງນ້ອຍເກີນ ໄປ, ກະກຽມໄຟສາຍ ພ້ອມຖ່ານໄວ້ ເພື່ອສະດວກໃນເວລາທ່ຽວຖ້ຳ ອີກດ້ານຫນຶ່ງກໍ່ມີຢາກັນຍູງກັດໄວ້ຍິ່ງເປັນການດີ ແຕ່ ສິ່ງສຳຄັນ ຕ້ອງເຄົາລົບສິດພື້ນຖານໃນການເຊື່ອຖືຂອງປະຊາຊົນກ່ອນຈະຖ່າຍຮູບເອົາໃຜ ຫລືສະຖານທີ່ສັກສິດກໍ່ຕ້ອງໄດ້ຮັບອະນຸຍາດເສຍກ່ອນ.

ພາບແລະເນື້ອຂ່າວຈາກ

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: