ຈຳປາສັກ ກຽມສ້າງເຂດ ຕົວເມືອງ ທ່ອງທ່ຽວ ດອນໂຂງ-ຄອນພະເພັງ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Eco-social Travel ຈຳປາສັກ ກຽມສ້າງເຂດ ຕົວເມືອງ ທ່ອງທ່ຽວ ດອນໂຂງ-ຄອນພະເພັງ

ຈຳປາສັກ ກຽມສ້າງເຂດ ຕົວເມືອງ ທ່ອງທ່ຽວ ດອນໂຂງ-ຄອນພະເພັງ

E-mail Print PDF
ທ່ານເຈົ້າແຂວງຈຳປາສັກເປີດເຜີຍວ່າ ປະຈຸບັນແຂວງຈຳປາສັກ ພວມຂຸ້ນຂ້ຽວໃນການພັດທະນາເຂດເສດຖະກິດມະຫານະທີ ສີພັນ ດອນ ໂດຍໄດ້ມີການສ້າງຕັ້ງຄະນະຮັບຜິດຊອບຊີ້ນຳ ເພື່ອສະເຫນີສ້າງຕັ້ງເປັນເຂດຕົວເມືອງທ່ອງທ່ຽວດອນໂຂງŒຄອນພະເພັງ ຫລືເຂດ ເສດຖະກິດພິເສດທີ່ເມືອງໂຂງ ແຂວງຈຳປາສັກ; ຂະນະທີ່ພູສາເຫລົ້າŒບາຈຽງກໍ່ກຳລັງດຳເນີນການສຳຫລວດເພື່ອພັດທະນາເປັນອີກປາຍ ທາງການທ່ອງທ່ຽວທີ່ສຳຄັນຂອງແຂວງ.

ທ່ານ ສອນໄຊ ສີພັນດອນ ເຈົ້າແຂວງໆຈຳປາສັກ ເປີດເຜີຍຕໍ່ທີມຂ່າວເສດຖະກິດຕື່ມວ່າ: ປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະ ມົນຕີວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳການສ້າງຕັ້ງເຂດເມືອງທ່ອງທ່ຽວດອນໂຂງŒຄອນພະເພັງທີ່ແຂວງຈຳປາສັກ, ພວກເຮົາ ກໍ່ໄດ້ເປີດກອງປະຊຸມໂດຍຜ່ານຮ່າງດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕົວເມືອງທ່ອງທ່ຽວດອນໂຂງŒຄອນພະເພັງ (ມະຫາ ນະທີສີພັນດອນ) ທີ່ແຂວງຈຳປາສັກ.

ພ້ອມນັ້ນ ໄດ້ປະກອບພະນັກງານປະຈຳເປັນກອງເລຂາຄົ້ນຄວ້າຊ່ວຍຄະນະຊີ້ນຳເຊິ່ງມີພະນັກງານຈາກ 5 ຂະແຫນງການເຂົ້າຮ່ວມ. ຄະນະກອງເລຂາໄດ້ລົງເກັບກຳຂໍ້ມູນຂອງເຂດດັ່ງກ່າວ ໂດຍໄດ້ຂຽນເປັນແຜນງານໂຄງການກະກຽມສະເຫນີງົບປະມານຕໍ່ຂັ້ນເທິງ ແລະ ສະເຫນີບົດໂຄງການຂໍຊ່ວຍເຫລືອລ້າ ພ້ອມນັ້ນ ກໍ່ສົມທົບກັບເມືອງໂຂງລົງເກັບກຳຂໍ້ມູນກ່ຽວກັບການນຳໃຊ້ທີ່ດິນ, ທ່ານເຈົ້າແຂວງກ່າວ.

ທ່ານ ກ່າວອີກວ່າ: ສຳລັບທິດທາງຕໍ່ຫນ້າແມ່ນຈະສຸມໃສ່ນຳສະເຫນີເພື່ອສ້າງຕັ້ງເຂດຕົວເມືອງທ່ອງທ່ຽວດອນໂຂງŒຄອນພະເພັງ ຫລື ເຂດເສດຖະກິດພິເສດທີ່ຕ້ອງໄດ້ຜ່ານຕາມເອກະສານ. ພ້ອມນັ້ນ ກໍ່ຈະກຳນົດເຂດດິນຂອງທີ່ຈະສະເຫນີຢ່າງສົມບູນ ໂດຍເລັງໃສ່ທິດໃຕ້ ຕາມເສັ້ນທາງເຂົ້າເວີນຄຳ ແລະ ທິດເຫນືອພຽງບ້ານຂີ້ນາກ; ສົມທົບກະຊວງໂຍທາທິການŒຂົນສົ່ງ ເພື່ອກະກຽມຂຶ້ນແຜນການສຳຫລວດ ຂອບເຂດດັ່ງກ່າວ ທັງກຽມອອກແບບຜັງເມືອງໃຫມ່. ພ້ອມນັ້ນ ກໍ່ດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນເຂດ ນີ້.

ຜ່ານການເກັບກຳການນຳໃຊ້ທີ່ດິນໃນເຂດດັ່ງກ່າວ ໄດ້ມີການກະກຽມເນື້ອທີ່ສຳລັບໂຄງການຈຳນວນ 39.093 ເຮັກຕາໂດຍໄດ້ແບ່ງ ອອກເປັນ 4 ເຂດຄື: ເຂດພັດທະນາການທ່ອງທ່ຽວທຳມະຊາດ 9.400 ເຮັກຕາ, ເຂດປ້ອງກັນແຫລ່ງທ່ອງທ່ຽວທຳມະຊາດແລະວັດທະ ນຳທຳ 9.200 ເຮັກຕາ; ນອກນັ້ນ ກໍ່ມີເຂດກັນຊົນ ແລະ ເຂດປົກປັກຮັກສາອານຸຮັກຊີວະນາໆພັນ.

ສ່ວນໂຄງການພັດທະນາແຫລ່ງທ່ອງທ່ຽວພູສາເຫລົ້າ ສາມາດເກັບກຳຂໍ້ມູນເບື້ອງຕົ້ນກ່ຽວກັບເສັ້ນທາງຍ່າງປ່າ ແລະສຳເລັດການສຳ ຫລວດພູມສາດ 50.000 ເຮັກຕາ ໃນຈຳນວນ 170.000 ເຮັກຕາ; ສຳເລັດການສ້າງສາລາຊົມທິວທັດແລະຫ້ອງນ້ຳເທິງພູຢ່າງລະຫນຶ່ງ ຫລັງ.

ພາບແລະເນື້ອຂ່າວຈາກ

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: