ຄວາມຈິງຄຸນລັກສະນະຂອງ Xperia X8 ກໍ່ຫນ້າສົນໃຈຢູ່ຄືກັນ ໂດຍມັນມາພ້ອມກັບຫນ້າຈໍສຳຜັດ capacitive (ແບບໄອໂຟນ) ຂະຫນາດ 480x320 ພິກເຊລ, ໂພຣເຊັດເຊີເຮັດວຽກທີ່ຄວາມໄວ 600MHz, ກ້ອງ 3,2 ລ້ານພິກເຊລສາມາດບັນທຶກວິດີໂອໄດ້, ວິ ທະຍຸເອຟເອັມ ແລະແຈັກເຊື່ອມຕໍ່ຫູຟັງ 3,5 ມີລີແມັດ; ໃນວັນເປີດຕົວທາງໂຊນີຍັງໄດ້ສາທິດການເຮັດວຽກຂອງ Wisepilot ລະບົບ ເນວິເກລເຊິນແລະ Neoreader ສະແກນເນີບາໂຄ໊ດຂອງມືຖືຮຸ່ນນີ້, ນອກຈາກນີ້ຍັງມີແອບພລິເຄເຊິນສຳລັບການໃຊ້ເນັດ ແລະ ເຄືອ ຂ່າຍສັງຄົມເຊັ່ນທະວິດເຕີ (Twitter) ແລະເຟຊບຸ໊ກ (Facebook).
Xperia X8 ມາພ້ອມກັບກ໊າດຫນ່ວຍຄວາມຈຳ microSD 2GB ໂດຍຈະວາງຕະຫລາດໃນຊ່ວງໄຕມາດທີສາມຂອງປີ 2010 ເຊິ່ງກໍ່ຄືເລີ່ມຈຳຫນ່າຍຕັ້ງແຕ່ຕົ້ນເດືອນນີ້ ທາງໂຊນີເປີດເຜີຍວ່າ X8 ຈະມີໃຫ້ເລືອກ 5 ສີດ້ວຍກັນໄດ້ແກ່ຂາວ, ຟ້າເຂັ້ມ, ຟ້ານ້ຳທະ ເລ, ສີບົວແລະເງິນຫນ້າແປກໃຈທີ່ບໍ່ມີສີດຳໃຫ້ເລືອກ, ຢ່າງໃດກໍ່ຕາມ ຄາດວ່າທາງໂຊນີຈະອັບເດດໂອເອສທາງ X8 ເປັນ Android 2.1 ໃນທີ່ສຸດ.
| ພາບແລະເນື້ອຂ່າວຈາກ |
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2817 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







