ເມື່ອວັນເສົາທີ່ຜ່ານມາ Google ຕັດສິນໃຈສະຫລອງມື້ວັນເກີດຄົບຮອບ 30 ປີ ໃຫ້ເກມຕູ້ຍອດນິຍົມຈາກແດນປາດິບ ຢ່າງ Pac-Man ດ້ວຍການປ່ຽນໂລໂກ້ຂອງເວັບໄຊຕ໌ໃຫ້ກາຍເປັນເກມ Pac-Man ສະບັບຫຍໍ້ ຊຶ່ງເປັນໂລໂກ້ interactive ຊິ້ນແຮກຂອງ Google ສ້າງກະແສຮືຮາແລະແບ່ງປັນລິງຄ໌ກັນຫລິ້ນເກມ Pac-Man ຢ່າງສະໜຸກສະໜານ
Video title: Google Pac -...
ເວັບໄຊຕ໌ Mashable ກໍເລີຍຕັ້ງຄຳຖາມວ່າ ໃນວັນທີ່ Google ປ່ຽນໂລໂກ້ໃຫ້ກາຍເປັນເກມມິນິ Pac-Man ນັ້ນ ສົ່ງຜົນກະທົບຢ່າງໃດຕໍ່ຜົນຜະລິດຂອງໂລກ ເນື່ອງຈາກຄົນທີ່ເຂົ້າມາໃຊ້ Google ຢ່າງນ້ອຍ ໆ ກໍຕ້ອງລອງຫລິ້ນເຈົ້າເກມ Pac-Man ນີ້ ດີບໍ່ດີຫລິ້ນແລ້ວກໍຕິດໄປດົນຫລາຍນາທີ Mashable ກໍເລີຍສະຫຼຸບສະຖິຕິອອກມາວ່າ ພາຍໃນເວລາໜຶ່ງວັນທີ່ມີເກມນີ້ຢູ່ເທິງເວັບໄຊຕ໌ Google ເຮັດໃຫ້ພາກການຜະລິດຂອງໂລກເສຍເງີນໄປເປັນມູນຄ່າ 120,483,800 ດອນລາລ໌ສະຫລັດ ຯ
ຕົວເລກນີ້ກໍເອົາມາຈາກສະຖິຕິ ທີ່ Google ລະບຸເອົາໄວ້ວ່າຍູດເຊີລ໌ເຂົ້າມາຫລິ້ນເກມຢູ່ເທິງໜ້າເວັບນີ້ດົນປານໃດ ຊຶ່ງກໍເທົ່າກັບ 4,819,352 ຊົ່ວໂມງ ໂດຍມີຄ່າເລ່ຍວ່າໃນມື້ທຳອິດທີ່ປ່ຽນໂລໂກ້ ຄົນໜຶ່ງຄົນຈະໃຊ້ເວລາປະມານ 48 ວິນາທີໃນການຫລິ້ນເກມ
ຖ້າເຈົ້າພາດເກມ Pac-Man ສະບັບຈິ໋ວຂອງ Google ກໍບໍ່ຕ້ອງເສຍດາຍ ເພາະມັນໄດ້ຮັບຄວາມນິຍົມຈົນ Google ຕ້ອງແຍກອອກໄປເປັນໜ້າອີກຕ່າງຫາກ ຊຶ່ງສາມາດຕາມເຂົ້າໄປຫລິ້ນໄດ້ທີ່ www.google.com/pacman ແຖມຍັງດາວນ໌ໂຫລດມາເກັບໄວ້ໄດ້ອີກດ້ວຍ
ທີ່ມາ voicetv.co.th
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2817 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







