ຈາກກໍລະນີສຶກສາທີ່ເປັນຂ່າວ ໂນດບຸກຂອງຜູ້ຜະລິດລາຍຫນຶ່ງທີ່ນອກຈາກຈະຕົກລົງພື້ນແລ້ວ ຍັງຖືກລົດຢຽບອີກ ແຕ່ຜັດຍັງ ສາມາດເປີດຂຶ້ນໃຊ້ວຽກໄດ້ ແລະ ຂໍ້ມູນຍັງຢູ່ຄົບ ຫລື ກໍລະນີທີ່ມັນຈົມນ້ຳ ແລ້ວຍັງສາມາດກູ້ກັບມາໃຊ້ວຽກໄດ້ອີກໂດຍທີ່ຂໍ້ມູນກໍ່ບໍ່ ສູນເສຍໄປໃສ ທ່ານອາດຈະຄິດວ່າ ເຫດການຮຸນແຮງຂະຫນາດນີ້ບໍ່ຫນ້າຈະເກີດຂຶ້ນ, ແມ່ນຢູ່ວ່າມັນອາດບໍ່ເກີດຂຶ້ນກັບທ່ານໃນລັກ ສະນະທີ່ຮຸນແຮງເທົ່າ ແຕ່ຫາກໂນດບຸກຂອງທ່ານໂດຍະສະເພາະເຄື່ອງທີ່ໃຊ້ເຮັດວຽກສຳຄັນໆ ທັງການສຶກສາ ແລະ ທຸລະກິດ ບໍ່ໄດ້ ຮັບການອອກແບບໃຫ້ທົນຕໍ່ສະຖານະການເຫລົ່ານີ້ ກໍ່ບໍ່ຕ້ອງເວົ້າເຖິງມູນຄ່າຄວາມເສຍຫາຍທີ່ເກີດຂຶ້ນ ເພາະຄິດຈັງໃດກໍ່ບໍ່ກຸ້ມຄ່າຢູ່ດີ.
Lenovo ໃນບໍລິສັດຜູ້ຜະລິດໂນດບຸກທີ່ນອກຈາກຈະເນັ້ນເລື່ອງປະສິດທິພາບການເຮັດວຽກຂອງເຄື່ອງແລ້ວ ຄວາມທົນທານຍັງ ເປັນປັດໄຈສຳຄັນຂອງການອອກແບບນຳ ຫລ້າສຸດ Lenovo ThinkPad T410 ໂນດບຸກຫນ້າຈໍ 14,1 ເຮັດວຽກດ້ວຍໂພຣເຊັດເຊີ Intel Core i5 ທີ່ຕອບໂຈດເລື່ອງພະລັງປະມວນຜົນໄດ້ຢ່າງບໍ່ຕ້ອງສົງໄສແລ້ວ ຍັງສະຫນັບສະຫນູນຫນ່ວຍຄວາມຈຳ DDR3 ໄດ້ສູງ ສຸດເຖິງ 8GB ແລະ ເມື່ອເຮັດວຽກຮ່ວມກັບ Windows 7 Professional ເຊິ່ງເປັນວິນໂດທີ່ສະຖຽນລະພາບການເຮັດວຽກດີທີ່ສຸດໃນ ປະຈຸບັນ ເຮັດໃຫ້ຜູ້ໃຊ້ໄດ້ຮັບປະສົບການໃນການໃຊ້ວຽກທີ່ດີເລີດ ໂດຍຫາກເພີ່ມຫນ້າທີ່ຂອງແບັດເຕີຣີເປັນ 9 ເຊລ ທ່ານຈະສາ ມາດໃຊ້ວຽກໂນດບຸກໄດ້ດົນເຖິງ 1518 ຊົ່ວໂມງ ແລະ ດ້ວຍການອອກແບບທີ່ບາງລົງ ແຕ່ຍັງແຝງດ້ວຍຄວາມທົນທານເຫມືອນ ເດີມ ຍິ່ງເຮັດໃຫ້ T410 ເປັນໂນດບຸກທີ່ຫນ້າຫລິ້ນທີ່ສຸດ.
| ພາບແລະເນື້ອຂ່າວຈາກ |
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2817 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







