ບໍລິສັດ RIM ກຽມເຮັດ BlackBerry Tablet ອອກປີນີ້ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Eco-social Technology ບໍລິສັດ RIM ກຽມເຮັດ BlackBerry Tablet ອອກປີນີ້

ບໍລິສັດ RIM ກຽມເຮັດ BlackBerry Tablet ອອກປີນີ້

E-mail Print PDF
ລາຍງານຂ່າວ ຫລ້າສຸດ ຈາກເວັບໄຊ ຫນັງສືວໍ ສະຕຣີດເຈີນັລ(Wall Street Journal) ລະບຸວ່າ RIM (Research In Motion) ບໍລິສັດຜູ້ຜະລິດ BlackBerry  ກຳລັງທົດ ສອບແທັບເລັດ (tablet)  ທີ່ສາມາດເຮັດວຽກຮ່ວມກັບສະມາດທ໌ໂຟນ "ແບລ໊ກເບີຣີ" ໄດ້, ແຫລ່ງຂ່າວ ອ້າງວ່າ ແທັບເລັດ ແບລ໊ກເບີຣີ ກຳລັງຢູ່ໃນລະຫວ່າງການເລີ່ມຕົ້ນພັດທະນາ ແລະທົດສອບການເຮັດວຽກ ໂດຍຈະສາ ມາດເຮັດວຽກຮ່ວມກັບແບລ໊ກ ເບີຣີໂຟນໄດ້; ເມື່ອເດືອນທີ່ຜ່ານມາ ເວັບໄຊ Boy Genius ກໍ່ໄດ້ລາຍງານວ່າແທັບເລັດແບລ໊ກເບີຣີ ຈະມີຂະຫນາດຂອງຫນ້າຈໍປະມານ 8,9 ນິ້ວ ແລະ ມາພ້ອມກັບການເຊື່ອມຕໍ່ໄຮ້ສາຍ Wi-Fi ແລະ Bluetooth.

ຫລັງຈາກແອບເປິລ (Apple)  ແນະນຳໄອແພັດ (iPad)  ໃນເດືອນເມສາ ບັນດາຜູ້ຜະລິດພີຊີ ແລະສະມາດທ໌ໂຟນຕ່າງກໍ່ອອກ ມາປະກາດພ້ອມ ກັນວ່າ ພວກເຂົາກຳລັງພັດທະນາແທັບເລັດຂອງຕົນເອງຄືກັນ ເຊິ່ງຜ່ານໄປບໍ່ເຖິງ 60 ວັນແອບເປິລກໍ່ອອກມາປະ ກາດຄວາມສຳເລັດຂອງຍອດຂາຍໄອແພັດທີ່ເຖິງ 2 ລ້ານເຄື່ອງໄປຮຽບຮ້ອຍແລ້ວ ແລະ ເມື່ອຕົ້ນເດືອນນີ້ເອງ Dell ກໍ່ໄດ້ອອກມາປະ ກາດເປີດຕົວແທັບເລັດທີ່ຊື່ວ່າ Streak ເຊິ່ງມີຂະຫນາດຫນ້າຈໍ 5 ນິ້ວແລະເຮັດວຽກດ້ວຍລະບົບປະຕິບັດການແອນດຣອຍດ໌ (And- roid) ຂອງກູເກິລ (Google)ສຳລັບ Streak ຈະມາພ້ອມກັບຊິມກ໊າດອີກ ເຮັດໃຫ້ມັນໂທອອກŒຮັບສາຍໄດ້ (Tablet Smartphone hybrid) ຕົວສິນຄ້າຄາດວ່າ ຈະເລີ່ມວາງຕະຫລາດໃນສະຫະລັດ ເດືອນຫນ້າທີ່ລາຄາ 500 ໂດລາສະຫະລັດ, ສ່ວນທາງດ້ານ HP ກໍ່ຍັງຢູ່ໃນລະຫວ່າງການກຽມພ້ອມສຳລັບແທັບເລັດທີ່ຊື່ວ່າ HP Slate.

ທາງດ້ານ RIM ຫວັງ ຈະສາມາດເປີດຕົວແທັບເລັດທີ່ເຮັດວຽກຮ່ວມກັບສະມາດທ໌ໂຟນແບລ໊ກເບີຣີໄດ້ພາຍໃນປີ 2010 ເຊິ່ງແທັບ ເລັດຂອງ RIM ອາດຈະໄດ້ຮັບການຕອບຮັບທີ່ດີເພາະຈະຊ່ວຍຍົກລະດັບຂອງສະມາດທ໌ໂຟນແບລ໊ກເບີຣີໃຫ້ມີຈຸດເດັ່ນຫລາຍກວ່າສະ ມາດທ໌ໂຟນຂອງຜູ້ຜະລິດລາຍອື່ນ ໂດຍຫລັງຈາກ RIM ເປີດຕົວ BlackBerry Storm ທາງບໍລິສັດກໍ່ບໍ່ໄດ້ອອກສະມາດທ໌ໂຟນຮຸ່ນ ທີ່ມາ ພ້ອມກັບຈໍສຳຜັດອີກເລີຍ, ແທັບເລັດຂອງ RIM ຈະຊ່ວຍເປັນທາງເຊື່ອມຊ່ອງວ່າງລະຫວ່າງມືຖືທີ່ມີຄີບອດກັບການເຕີບໂຕທີ່ ວ່ອງໄວຂອງອຸປະກອນທີ່ມາພ້ອມກັບຫນ້າຈໍສຳຜັດໄດ້ຢ່າງລົງຕົວ.

ພາບແລະເນື້ອຂ່າວຈາກ

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: