ພິດສະໄຫມ ຈັນທະສອນ ຄອງຕໍາແຫນ່ງ ສາວງາມຈໍາປາສັກ 2012 | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Thursday, Feb 23rd

Last update06:21:01 AM GMT

You are here Eco-social Social ພິດສະໄຫມ ຈັນທະສອນ ຄອງຕໍາແຫນ່ງ ສາວງາມຈໍາປາສັກ 2012

ພິດສະໄຫມ ຈັນທະສອນ ຄອງຕໍາແຫນ່ງ ສາວງາມຈໍາປາສັກ 2012

E-mail Print PDF
IMG_0335
ນາງ​ສາວ ພິດ­ສະ­ໄຫມ ຈັນ­ທະ​ສອນ ມາ​ຈາກ​ວິ­ທະ­ຍາ­ໄລ ການ​ເງິນ​ພາກ​ໃຕ້​ໄດ້​ຄອງ​ຕຳແຫນ່ງ​ນາງ​ສາວ​ຈຳ­ປາ​ສັກ ປະຈຳ­ປີ 2012 ໃນ​ພິ­ທີ​ປະ​ກວດ ນາງ​ສາວ​ຈຳ­ປາ​ສັກ​ທີ່​ໄດ້​ຈັດ​ຂຶ້ນ ໃນ​ວັນ​ທີ 31 ທັນ­ວາ 2011 ນີ້ ທີ່ໂຮງ­ແຮມ​ຈຳ­ປາ​ແກຣນ ເຊິ່ງ​ໃຫ້ກຽດ​ເປັນ​ປະ­ທານ ແລະ ມອບມຸງ­ກຸດ, ສາຍ​ສະ­ພາຍ​ຂອງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ເລ­ຂາ​ພັກ ແຂວງເຈົ້າ­ແຂວງໆ​ຈຳ­ປາ​ສັກ ພ້ອມ​ພັນ​ລະ​ຍາ ແລະ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ເຈືອງ ສົມ­ບູນ​ຂັນ ຄະ­ນະເລ­ຂາ­ທິ­ການ​ສູນ​ກາງ​ພັກ, ຫົວຫນ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ ສູນ​ກາງ​ພັກ, ມີ​ການ​ນຳ​ຂັ້ນ​ສູງ ຂອງ​ແຂວງ, ນັກ­ທຸ­ລະ­ກິດ​ທັງພາກ​ລັດ ແລະ ເອ­ກະ​ຊົນ, ພໍ່​ແມ່ປະ­ຊາ­ຊົນ​ເຂົ້າ​ຮ່ວມ.
IMG_5486
ສຳ­ລັບ​ງານ​ປະ​ກວດ​ນາງສາວ​ຈຳ­ປາ​ສັກ​ປະ­ຈຳ​ປີ 2012 ນີ້ ມີ​ຜູ້​ເຂົ້າ​ຮ່ວມ​ປະ​ກວດ​ທັງ​ຫມົດ 20 ນາງ​ສາວ ເຊິ່ງ​ໃນ​ການ​ປະກວດ​ປະ­ກອບ​ມີ​ການ​ປະ​ກວດນາງ​ສາວ​ໃນ​ຊຸດ​ລາ­ຕີ, ຊຸດ​ກີ­ລາ ແລະ ຊຸດ​ແຕ່ງ­ງານ ເຊິ່ງ​ຜ່ານການ​ຄັດ​ເລືອກ​ຈາກ​ຄະ­ນະ​ກຳມະ​ການ​ທີ່​ມີ​ປະ­ສົບ​ການ​ພາຍ​ໃນແຂວງ ແລະ ຜົນ​ຂອງ​ການ​ປະກວດ​ອັນ​ດັບ​ຫນຶ່ງ​ໄດ້­ແກ່ ນາງ ພິດ­ສະ­ໄຫມ ຈັນ­ທະ​ສອນ M7 ມາ​ຈາກ​ວິ­ທະ­ຍາ­ໄລ​ການ​ເງິນພາກ​ໃຕ້, ອາ­ຍຸ 20 ປີ, ພອນ​ສະຫວັນ​ພິ­ເສດ​ມັກ​ຟ້ອນ, ສູງ 1,66 ແມັດ, ຄອງ​ຕຳ­ແຫນ່ງ​ນາງ​ສາວຈຳ­ປາ​ສັກ​ປະ­ຈຳ​ປີ 2012 ໄດ້ຮັບ​ມຸງ­ກຸດ, ສາຍ​ສະ­ພາຍ​ພ້ອມດ້ວຍ​ເງິນ­ສົດ 20 ລ້ານ​ກີບ, ສ່ວນ​ອັນ​ດັບ​ສອງ​ໄດ້­ແກ່​ນາງ ອຳ​ພາ​ພອນ ບົວ​ອາ­ສາ M13 ມາ​ຈາກ​ໂຮງ­ຮຽນ ມສ ໂພນ​ໄຊ ລວງ​ສູງ 1,60 ແມັດ ໄດ້​ຮັບລາ­ງວັນ​ເງິນ­ສົດ 12 ລ້ານ​ກີບ ພ້ອມ​ດ້ວຍ​ສາຍ​ສະ­ພາຍທັງ​ໄດ້ຮັບ​ລາ­ງວັນ​ຂວັນ​ໃຈ​ປະ­ຊາ­ຊົນຕື່ມ​ອີກ ແລະ ອັນ​ດັບ​ສາມ​ໄດ້­ແກ່ ນາງ ສຸ​ໃດ ນະ­ວະ​ພົນ M16 ມາຈາກ​ວິ­ທະ­ຍາ­ໄລ​ການ​ເງິນ​ພາກໃຕ້ ພ້ອມ​ທັງ​ໄດ້​ຮັບ​ລາ­ງວັນ​ຂວັນໃຈ​ຊ່າງ​ພາບ, ຮັບ​ລາ­ງວັນ​ເງິນສົດ 10 ລ້ານ​ກີບ​ພ້ອມ​ດ້ວຍ​ສາຍສະ­ພາຍ ພ້ອມ​ດ້ວຍ​ຮອງ​ອັນ​ດັບ ສາມ​ຈຳ­ນວນ 4 ນາງ​ສາວ​ໄດ້ຮັບ​ລາ­ງວັນ 5 ລ້ານ​ກີບ. ພ້ອມ​ນັ້ນ ໃນ​ພິ­ທີ ທ່ານ ສອນໄຊ ສີ​ພັນ​ດອນ ກໍ່​ໄດ້​ໃຫ້​ກຽດ​ຂຶ້ນກ່າວ​ອວຍ­ພອນ​ອັນ​ປະ­ເສີດ​ມາຍັງ​ການ​ນຳ​ພັກ-ລັດ, ພະ­ນັກ­ງານລັດ­ຖະ­ກອນ, ນັກ­ທຸ­ລະ­ກິດ, ພໍ່­ຄ້າຊາວ​ຂາຍ, ພໍ່​ແມ່​ປະ­ ຊາ­ຊົນ​ບັນດາ​ເຜົ່າ​ພາຍ​ໃນ​ແຂວງ​ຈຳ­ປາ​ສັກ ເນື່ອງ​ໃນ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ, ຕ້ອນ­ຮັບ​ປີ​ໃຫມ່​ສາ­ກົນ ຄ.ສ 2012 ຕື່ມ​ອີກ.

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: