ເປີດຢ່າງ ເປັນທາງການ ງານມະຫະກໍາ ສີມືຫັດຖະກໍາລາວ ຄັ້ງທີ 10 | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Eco-social Social ເປີດຢ່າງ ເປັນທາງການ ງານມະຫະກໍາ ສີມືຫັດຖະກໍາລາວ ຄັ້ງທີ 10

ເປີດຢ່າງ ເປັນທາງການ ງານມະຫະກໍາ ສີມືຫັດຖະກໍາລາວ ຄັ້ງທີ 10

E-mail Print PDF
ງານ​ມະ​ຫະ​ກຳ​ສີ­ມື​ຫັດ­ຖະກຳ​ລາວ​ຄັ້ງ​ທີ 10 ໄດ້​ເປີດ​ຢ່າງເປັນ​ທາງ​ການ ໃນ​ມື້­ວານ​ນີ້ ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນະ­ຄອນ­ຫລວງ​ວຽງ​ຈັນ, ໂດຍການ​ເຂົ້າ​ຮ່ວມ​ຂອງ ທ່ານ ນາງ ປາ­ນີ ຢາ​ທໍ່​ຕູ້ ກຳ­ມະ­ການ​ກົມການ­ເມືອງ​ສູນ​ກາງ​ພັກປະ­ທານ ສະ­ພາ​ແຫ່ງ​ຊາດ​ລາວ ພ້ອມ​ດ້ວຍເຈົ້າ­ແຂວງ, ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າການ, ປະ­ທານ ສຄອ, ປະ­ທານສະ­ມາ­ຄົມ​ຫັດ­ຖະ­ກຳ​ລາວ, ບັນ ດາ​ທຸ​ຕາ​ນຸ​ທູດ ແລະ ນັກ­ທຸ­ລະ­ກິດທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດເຂົ້າ​ຮ່ວມ.

ທ່ານ ນາງ ຈິນ­ດາ ພົມ​ມະ​ສະຖິດ ປະ­ທານ​ສະ­ມາ­ຄົມ​ຫັດ­ຖະກຳ​ລາວ ລາຍ​ງານ​ວ່າ: ງານ​ມະຫະ​ກຳ​ສີ­ມື​ຫັດ­ຖະ­ກຳ​ແມ່ນ​ບຸນປາງ​ໃຫຍ່​ຂອງ​ຊາວ​ຊ່າງ​ຫັດ­ຖະກຳ​ລາວ​ໃນ​ທົ່ວ​ປະ­ເທດ​ເພື່ອ​ໃຫ້ຊາວ​ຊ່າງ​ຫັດ­ຖະ­ກຳ​ຢູ່​ເຂດ​ຊົນນະ​ບົດ​ມີ​ໂອ­ກາດ​ໄດ້​ພົບ​ປະ​ລູກຄ້າ​ພາຍ​ໃນ ແລະ ຕ່າງ­ປະ­ເທດ, ທີ່​ສຳ­ຄັນ​ເປັນ​ການ​ເສີມ​ພັດ​ທະນາ​ຜະ­ລິດ​ຕະ​ພັນ​ທີ່​ເປັນ​ເອ­ກະ­ລັກຂອງ​ລາວ​ອອກ​ສູ່​ສາຍ­ຕາ​ມະ­ຫາຊົນ​ຜູ້​ຊົມ­ໃຊ້. ງານ​ວາງ­ສະ­ແດງ​ສິນ­ຄ້າ​ຫັດຖະ​ກຳ​ປີ​ນີ້​ມີ​ຫ້ອງ​ວາງ​ຂາຍ​ສິນຄ້າ​ຫັດ­ຖະ­ກຳ​ທັງ​ຫມົດ 170 ຮ້ານ ແລະ ສິນ­ຄ້າ​ອຸ­ປະ­ໂພກ, ບໍລິ​ໂພກ​ອີກ 100 ກວ່າ​ຫ້ອງ.

ສິນຄ້າ​ສ່ວນ​ໃຫຍ່​ທີ່​ນຳ​ມາ​ວາງ​ສະແດງ​ແມ່ນ​ຜະ­ລິດ​ຕະ​ພັນ​ແຜ່ນ­ແພ ແລະ ຝ້າຍ; ຜະ­ລິດ​ຕະ​ພັນ​ເຄື່ອງປ່າ​ຂອງ​ດົງ​ທີ່​ຂຸດ​ຄົ້ນ​ແບບ​ອະ­ນຸຮັກສິ່ງ­ແວ­ດລ້ອມ​ເຊັ່ນ: ຫວາຍ, ໄມ້­ໄຜ່, ໄຍ​ພືດ​ຕ່າງໆ; ຜະ­ລິດ​ຕະພັນ​ຈາກ​ວັດ­ຖຸ​ເສດ​ເຫລືອ​ເຊັ່ນ: ໄມ້​ເສດ, ໂລ­ຫະ​ສິນ, ຜະ­ລິດ​ຕະພັນ​ເຄື່ອງ​ເງິນ ແລະ ວັດ­ຖຸ​ມີ­ຄ່າ ເຊັ່ນ: ຄຳ​ຮູບ​ປະ­ພັນ, ເຄື່ອງ​ປະດັບ, ເຄື່ອງ​ທີ່​ລະ­ນຶກ; ຜະ­ລິດ​ຕະພັນ​ວັດ­ທະ­ນະ­ທຳ​ເຊັ່ນ: ແກະ​ສະຫລັກ​ໄມ້; ຜະ­ລິດ​ຕະ​ພັນ​ເຄື່ອງປັ້ນ­ດິນ­ເຜົາ... ງານ​ມະ­ຫະກຳ​ສີ­ມື​ຫັດ­ຖະ­ກຳຄັ້ງ​ນີ້​ຈະ​ມີ​ການ​ຈັດ​ກິດ­ຈະ­ກຳ 6 ກິດ­ຈະ­ກຳ​ໃຫຍ່​ຄື: ການ​ຈັດ​ວາງ ແລະ ຂາຍ​ສິນ­ຄ້າ​ຫັດ­ຖະ­ກຳລາວ; ກິດ­ຈະ­ກຳ​ປະ​ກວດ​ແຂ່ງຂັນ​ຜະ­ລິດ​ຕະ​ພັນ​ດີ­ເດັ່ນ; ກິດ​ຈະກຳ​ສາ­ທິດ​ການ​ຜະ­ລິດ; ການ​ສຳມະ​ນາ; ກິດ­ຈະ­ກຳ​ເດີນ​ແບບ​ເສື້ອຜ້າ​ອາ­ພອນ ແລະ ເຄື່ອງ​ປະ­ດັບລາວ; ກິດ­ຈະ­ກຳ​ງານ​ເດີນ​ແບບເສື້ອ​ຜ້າ​ອາ­ພອນ​ລາວ.

ທ່ານ ກິດ­ສະ­ຫນາ ວົງ​ໄຊ ປະທານ​ສະ­ພາ​ການ​ຄ້າ ແລະ ອຸດ​ສາຫະ​ກຳ​ແຫ່ງ​ຊາດ​ລາວ ກ່າວ​ວ່າ: ການ​ຈັດ​ງານ​ໃນ​ລັກ­ສະ­ນະ​ນີ້ ​ບໍ່ພຽວ​ແຕ່​ເປັນ​ການ​ຂາຍ​ສິນ­ຄ້າຫັດ­ຖະ­ກຳ ແຕ່​ຍັງ​ເປັນ​ເວ­ທີ​ເປີດໂອ­ກາດ​ໃຫ້​ຜູ້​ປະ­ກອບ​ການ​ປຶກສາ​ຫາ­ລື​ແລກ­ປ່ຽນ​ບົດ­ຮຽນ ​ເພື່ອສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ຜະ­ລິດ​ຕະ​ພັນຫັດ­ຖະ­ກຳ​ທີ່​ເປັນ​ສິນ­ຄ້າ​ມີ​ເອ­ກະລັກ​ສະ­ຫນອງ​ຜູ້​ຊົມ­ໃຊ້​ທັງ​ພາຍໃນ ແລະ ເປັນ​ສິນ­ ຄ້າ​ສົ່ງ​ອອກເອກ­ອ້າງ​ສີ­ມື​ຄວາມ​ປາ­ນີດ​ຂອງຄົນ​ລາວ​ບັນ­ດາ­ເຜົ່າ. ພັກŒລັດ­ຖະ­ບານ​ພວກ​ເຮົາ​ໄດ້ມີ​ກົນ​ໄກ​ສະ­ຫນັບ­ສະ­ຫນູນ​ຢ່າງຖືກ­ຕ້ອງ ຈິ່ງ​ເຮັດ​ໃຫ້​ພູມ​ປັນ­ຍາຊາວ­ບ້ານ​ພົ້ນ​ເດັ່ນ​ຂຶ້ນ​ກາຍ­ເປັນສິນ­ຄ້າ​ສະ­ຫນອງ​ສູ່​ຕະ­ຫລາດ ແລະ ສາ­ມາດ​ເວົ້າ​ໄດ້​ວ່າ​ວິ­ຊາ​ຊີບຫັດ­ຖະ­ກຳ ເຊິ່ງ​ແຕ່​ກ່ອນ​ເປັນ​ອາຊີບ​ເສີມ​ເທົ່າ​ນັ້ນ ແຕ່​ມາ​ປະ­ຈຸ​ບັນໄດ້​ກາຍ­ເປັນ​ອາ­ຊີບ​ຫລັກ​ສາມາດ​ຂາຍ​ເປັນ​ສິນ­ຄ້າ ແລະ ສ້າງຄວາມ​ສົນ­ໃຈ​ແກ່​ນັກ​ທ່ອງ​ທ່ຽວ, ພໍ່­ຄ້າ​ຊາວ​ຂາຍ​ຕ່າງ­ປະ­ ເທດ​ທີ່​ມາຢ້ຽມ­ຢາມ​ລາວ​ໄດ້​ຢ່າງ​ກວ້າງຂວາງ.

ດັ່ງ­ນັ້ນ ການ​ຈັດ​ງານ​ວາງ​ສະແດງ​ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ​ຈະຊ່ວຍ​ກະ​ຕຸ້ນ​ໃຫ້​ຊາວ​ຊ່າງ​ຫັດ­ຖະກຳ​ລາວ​ໄດ້​ຕື່ນ​ຕົວ​ສູງ​ຕໍ່​ການ​ພັດທະ​ນາ​ສີ­ມື​ຂອງ​ຕົນ. ສະ­ນັ້ນ ຢາກໃຫ້​ມະ­ຫາ​ພາກ​ເພີ່ມ​ຄວາມ​ສຳຄັນ​ໃນ​ການ​ສົ່ງ­ເສີມ, ປົກ​ປັກ​ຮັກສາ ແລະ ຟື້ນ​ຟູ​ສີ­ໄມ້­ລາຍ­ມື​ອັນໂດດ​ເດັ່ນ​ຂອງ​ຊາວ​ຊ່າງ​ຫັດ­ຖະກຳ​ໃຫ້​ເປັນ​ມໍ­ລະ­ດົກ​ຢູ່​ຄຽງ​ຄູ່​ກັບຊາດ​ລາວ​ຕະ­ຫລອດ​ໄປ. (ທ່ານ ກິດ­ສະ­ຫນາ​ກ່າວ); ງານ​ຄັ້ງ​ນີ້ ຈະ​ດຳ­ເນີນ​ໄປ​ຮອດ​ວັນ​ທີ 23 ຕຸ­ລາ 2011 ນີ້.

ພາບແລະເນື້ອຂ່າວຈາກ
 

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: