ເຈົ້າໜ້າທີ່ຂັ້ນສູງໃນສູນຕ້ານໂລກເອດສ໌ແຫ່ງຊາດລາວ ໄດ້ເປິດເຜີຍໃຫ້ຮູ້ວ່າ ລາວເປັນ
ປະເທດນຶ່ງທີ່ມີປະຊາກອນເພດຍິງຕິດເຊື້ອໂລກ HIV-AIDS ເພີ່ມຂຶ້ນຢ່າງໄວວາທີ່ສຸດໃນ
ຂົງເຂດອາຊີ-ປາຊີຟິກ ເຊິ່ງກໍຄືອັດຕາສະເລ່ຍການຕິດເຊື້ອໂລກ HIV-AIDS ຂອງປະຊາ
ກອນເພດຍິງລາວໄດ້ເພີ່ມຂຶ້ນຈາກ 18% ຂອງຈໍານວນຜູ້ຕິດເຊື້ອທັງໝົດໃນປີ 1990 ມາ
ເປັນເຖິງ 45% ຂອງຈໍານວນຜູ້ຕິດເຊື້ອໂລກທັງໝົດ ຢູ່ໃນລາວໃນປະຈຸບັນ.
ເຖິງແມ່ນວ່າ ອັດຕາການຕິດເຊື້ອ HIV-AIDS ຂອງຄົນລາວໃນປັດຈຸບັນນີ້ ຍັງຄົງຢູ່ໃນ
ລະດັບທີ່ຕໍ່າເມື່ອທຽບໃສ່ກັບປະເທດອື່ນໆ ໃນພູມີພາກດຽວກັນ. ຈາກການສຸ່ມກວດເລືອດ
ຂອງປະຊາຊົນລາວຈໍານວນ 230 ພັນກວ່າຄົນໃນ 17 ແຂວງທົ່ວປະເທດໃນຊ່ວງປີ 1990
ເປັນຕົ້ນມານັ້ນ ກໍພົບວ່າມີຄົນລາວຕິດເຊື້ອຈໍານວນ 4,272 ຄົນ ຫລືຄິດເປັນອັດຕາສະເລ່ຍ
ການຕິດເຊື້ອໂຣກດັ່ງກ່າວພຽງແຕ່ 1.6% ເທົ່ານັ້ນກໍຕາມ. ຫາກແຕ່ກໍ່ປະກົດວ່າ ມີຄົນທີ່
ເປັນໂຣກເອດສ໌ແລ້ວຫຼາຍກວ່າ 2,400 ຄົນແລະເສຍຊີວິດໄປແລ້ວເຖິງ 1,1000 ກວ່າຄົນ.
ທັງນີ້ກຸ່ມປະຊາກອນລາວ ທີ່ມີຄວາມສຸ່ມສ່ຽງຕໍ່ການຕິດເຊື້ອໂຣກ HIV-AIDS ຫລາຍທີ່ສຸດ, ກໍຄືກຸ່ມແມ່ຍິງທີ່ປະກອບອາຊີບຢູ່ໃນພາກບໍລິການ, ກຸ່ມແຮງງານເຄື່ອນຍ້າຍ, ກຸ່ມທີ່ຊົມໃຊ້ຢາ ເສບຕິດ, ກຸ່ມແຮງງານອຸດສາຫະກໍາ, ກຸ່ມນັກຮຽນນັກສຶກສາທີ່ຢູ່ຕາມຫໍພັກ ແລະກຸ່ມຮັກ ຮ່ວມເພດຕາມລໍາດັບ.
ຍິ່ງໄປກວ່ານັ້ນ, ກໍຍັງປະກົດດ້ວຍວ່າໃນຈໍານວນຜູ້ຕິດເຊື້ອທັງໝົດດັ່ງກ່າວກໍມີເດັກນ້ອຍລວມ ຢູ່ນໍາເກືອບ 200 ຄົນ ແລະມີຄູ່ຜົວ-ເມຍເຖິງ 744 ຄູ່ທີ່ຕິດເຊື້ອຍ້ອນການມີເພດສໍາພັນ ໂດຍບໍ່ປ້ອງກັນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ມີຄວາມສ່ຽງຫຼາຍຂຶ້ນທີ່ເຊື້ອ HIV-AIDS ຈະຕິດຕໍ່ ໄປເຖິງລູກໄດ້ ຈຶ່ງເຮັດໃຫ້ມີຄວາມຈໍາເປັນ ທີ່ຈະຕ້ອງດໍາເນີນໂຄງການໂຄສະນາເຜີຍແຜ່ເພື່ອ ປ້ອງກັນບັນຫາດັ່ງກ່າວນີ້ຢ່າງຮີບດ່ວນ ດັ່ງທີ່ເຈົ້າໜ້າ ທີ່ລາວໄດ້ໃຫ້ການຊີ້ແຈງໃນຕອນວ່າ: “ເປົ້າໝາຍຫຼັກຂອງເຮົາກໍຄືການກວດເລືອດເພື່ອເຮັດແນວໃດໃນການຊອກຫາ ເຊື້ອ HIV ໃນກຸ່ມແມ່ມານ ໃຫ້ໄດ້ປະສິດທິພາບ ແລະປະສິດທິຜົນ ເພື່ອຫລີກ ເວັ້ນອັດຕາການຕິດເຊື້ອໃໝ່ໃນກໍລະນີ ເດັກນ້ອຍເກີດໃໝ່ຫັ້ນ.
ສໍາລັບຈໍານວນ ຜູ້ເສຍຊີວິດນີ້ແມ່ນເປັນຈໍານວນລວມ ໃນທົ່ວປະເທດພັນກວ່າ ຄົນເພາະວ່າ ອັດຕາການ ຕິດເຊື້ອໃນທົ່ວປະເທດແມ່ນປະຈຸບັນສີ່ພັນກວ່າຄົນ.” ລາຍງານຂອງກະຊວງສາທາລະນະສຸກລາວໄດ້ລະບຸວ່າສາເຫດສໍາຄັນທີ່ເຮັດໃຫ້ຄົນລາວຕິດເຊື້ອໂຣກ HIV-AIDS ຫລາຍຂຶ້ນທີ່ສຸດນັ້ນ ກໍຄືການມີເພດສໍາພັນໂດຍບໍ່ມີການປ້ອງກັນດ້ວຍຖົງຢາງອະນາໄມ ໂດຍສະເພາະແມ່ນການຕິດເຊື້ອໃນກຸ່ມຜູ້ຍິງທີີ່ຂາຍບໍລິການທາງເພດ ແລະໃນກຸ່ມທີ່ຮັກຮ່ວມເພດດຽວກັນນັ້ນ ກໍຍັງນັບເປັນພາຫະນະທີ່ເຮັດໃຫ້ມີການແຜ່ ລະບາດຂອງເຊື້ອໂຣກຢ່າງໄວວາອີກດ້ວຍ. ນອກຈາກນັ້ນ ກຸ່ມແຮງງານລາວທີ່ໄດ້ພາກັນລັກລອບທໍາງານໂດຍຜິດກົດໝາຍຢູ່ໃນປະເທດເພື່ອນບ້ານ ກໍນັບເປັນອີກກຸ່ມ ທີ່ມີຄວາມສ່ຽງຢ່າງສູງທັງໃນຖານະທີ່ເປັນຜູ້ຮັບເຊື້ອ ແລະຜູ້ນໍາເອົາເຊື້ອໂຣກໄປຕິດຕໍ່ເຖິງຄົນຮັກ ໂດຍສະເພາະແມ່ນກຸ່ມແຮງງານລາວເພດຍິງທີ່ລັກ ລອບທໍາງານຢູ່ໃນໄທ ໂດຍຜິດກົດໝາຍນັ້ນ ກໍຍັງມີໂອກາດທີ່ຈະຖືກບັງຄັບໃຫ້ຕ້ອງຂາຍບໍລິການທາງເພດໂດຍຂາດການປ້ອງກັນຕົນເອງອີກດ້ວຍ.
source: http://www.voanews.com/lao/
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2817 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







