ຂ້ອຍມີເລື້ອງໜື່ງ ຈະເລົ່າສູ່ຟັງເດີ້ ເພື່ອເປັນອຸທາຫອນ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Thursday, Feb 23rd

Last update06:21:01 AM GMT

You are here Eco-social Social ຂ້ອຍມີເລື້ອງໜື່ງ ຈະເລົ່າສູ່ຟັງເດີ້ ເພື່ອເປັນອຸທາຫອນ

ຂ້ອຍມີເລື້ອງໜື່ງ ຈະເລົ່າສູ່ຟັງເດີ້ ເພື່ອເປັນອຸທາຫອນ

E-mail Print PDF

ສະບາຍດີໝູ່ຄູ່ໝົດທຸກຄົນ, ມື້ນີ້ ຂ້ອຍມີເລື້ອງໜື່ງຈະເລົ່າສູ່ຟັງເດີ້ ເພື່ອເປັນອຸທາຫອນ ຫຼື ເຮັດໃຫ້ຜູ້ອື່ນມີຄວາມລະມັດລະວັງຕື່ມອີກ. ຕອນແລງເວລາ 10 ໂມງ 15 ນາທີ ຂອງວັນທີ 21 ມັງກອນ 2012, ຂ້ອຍອອກຈາກຮ້ານອາຫານ North korean Restaurant (ຮ້ານອາຫານເກົາຫຼີ ຕັ້ງຢູ່ບ້ານທາດຫຼວງ), ມີຜູ້ຊາຍ 2 ຄົນ ຂີ່ລົດຈັກເວບໄທ ຂີ່ກາຍໜ້າຮ້ານອານຫານໄປ ພໍດີກົງກັບເວລາຂ້ອຍຈະໄຂກະແຈລົດກັບບ້ານ, ມີຜູ້ຊາຍຄົນນື່ງຍ່າງມາຫາຂ້ອຍດ້ວຍຄວາມໝັ້ນໃຈ ຫຼື ຍ່າງເຂົ້າມາແບບຄົນຍ່າງກາຍທໍາມະດາ, ແລ້ວລາວກໍ່ຍ່າງເຂົ້າມາຫາຂ້ອຍ ແລ້ວເວົ້າວ່າ: ເອົາມາ, ເອົາມາໆ (ມືຂອງຂ້ອຍມີກະເປົາ) ພ້ອມກັບເອົາປືນຈີ້ໜ້າຜາກຂ້ອຍ. ລາວດຶງກະເປົາຂອງຂ້ອຍ ແຮງແທ້ແຮງວ່າ ແລ້ວເອົາປືນເຄາະໜ້າຜາກຂ້ອຍນໍາ (ໜ້າຜາກເຈັບໜ້ອຍນື່ງ) ແລ້ວ ຂ້ອຍກໍ່ແລ່ນໄປທາງໜ້າກະບະທີ່ຈອດຢູ່ທາງຂ້າງລົດຂອງຂ້ອຍ ແລະ ຂ້ອຍກໍ່ໄດ້ໂຍນກະເປົາຂ້ອຍຂື້ນເທິງຫຼັງລົດໃຫຍ່ຄັນນີ້ ແລ້ວຊາຍຄົນໜື່ງທີ່ຖ້າຢູ່ລົດ ກໍ່ໄດ້ຍິງປຶນອອກມານັດໜື່ງ.

ຫຼັງຈາກນັ້ນ, ຜູ້ຊາຍທີ່ຈີ້ໜ້າຂ້ອຍຫຼຽວໄປເບີ່ງໝູ່ຂອງລາວ ເມື່ອຂ້ອຍເຫັນແນວນັ້ນ, ຂ້ອຍກໍ່ແລ່ນເຂົ້າຮ້ານອາຫານຄືນ ແລະ ຜູ້ຊາຍທີ່ເອົາປືນຈີ້ຂ້ອຍໄດ້ກໍ່ໄດ້ຍິງປືນ ມາທາງຂ້ອຍ (ດີແຕ່ບໍ່ຖືກຂ້ອຍ). ຫຼັງຈາກນັ້ນຜູ້ນີ້ກໍ່ແລ່ນໄປຫາໝູ່ທີ່ຖ້າຢູລົດຈັກ ແລ້ວ ພວກເຂົາກໍ່ຂີ່ໜີໄປ. ປະມານ 3 ນາທີຕໍ່ມາ, ກອງຫຼອນບາງທາງຫຼວງກໍ່ໄດ້ຂີ່ລົດເຂົ້າມາຫາຂ້ອຍທີ່ຮ້ານອາຫານເກົາຫຼີ, ແລ້ວຖາມສະພາບການທີ່ເກີດຂື້ນກັບຂ້ອຍ.

ຂ້ອຍກໍ່ເລົ່າເຫດການໃຫ້ເຂົາເຈົ້າຟັງ ແລ້ວ ຫັ້ງຈາກນັ້ນ, ທາງກອງຫຼອນບ້ານກໍ່ໄດ້ເບີ່ງກ້ອງວົງຈອນປິດຢູ່ຮ້ານອາຫານ. ຫຼັງຈາກເບີ່ງກ້ອງວົງຈອນປິດແລ້ວ, ເຂົາເຈົ້າເຫັນເຫດການທຸກຍ່າງທີ່ເກີດກັບຂ້ອຍ ແລະ ໄດ້ບັນທືກຄໍາເວົ້າ ຫຼື ເຫດການຕ່າງໆລົງໃນປື້ມບັນທືກຂອງບ້ານ ແລະ ຂ້ອຍກໍ່ໄດ້ເຊັນລົງປື້ມບັນທຶກພ້ອມ. ຫຼັງຈາກເບິ່ງກ້ອງວົງຈອນປິດຢ່າງລະອຽດແລ້ວ.

ກອງຫຼອງບ້ານກໍ່ໄດ້ເວົ້າວ່າ ມີຜູ້ຊາຍ 4 ຄົນທີ່ມາພ້ອມກັນ, ແຕ່ ອີກ 2 ຄົນ, ໄດ້ຂີ່ລົດຖ້າຢູ່ເບື້ອງກົງກັນຂ້າມ ຂອງຮ້ານອາຫານ ແລະ ອີກ 2 ຄົນມາຂີ່ແລ້ວມາຫາຂ້ອຍ (ຂ້ອຍໄດ້ຍິນແນວນັ້ນ, ຂ້ອຍຄິດວ່າຕາຍໆໆໆໆ ບໍ່ແມ່ນມັນເຝົ້າເບີ່ງຂ້ອຍຢູ່ບໍ່ ຫຼື ມັນຂີ່ລົດກາຍທາງມາ ແຕ່ສວຍໂອກທີ່ຂ້ອຍບໍ່ໄດ້ລະວັງຕົວ ແລະ ອືນໆອີກ....ຄິດຕ່າງໆ ຄິດແທ້ ຄິດວ່າ....ຢ້ານຫຼາຍ *_*).

ແຕ່ສຸດທ້າຍກໍ່ບໍ່ໄດ້ເສຍກະເປົາຂອງຂ້ອຍໄປ ແລະ ກໍ່ບໍ່ໄດ້ຖືກຍິງອີກ.... ໂຊກດີສໍາລັບຂ້ອຍຫຼາຍມື້ນີ້. ແຕ່ກໍ່ເຈັບໜ້າຜາກ ແລະ ມືໜ້ອຍນື່ງ. ຂໍຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນມາຍັງກອງຫຼອງບ້ານ ແລະ ອໍານາດການປົກຄອງບ້ານທີ່ໃຫ້ການຊ່ວຍເຫຼືອ ແລະ ເອົາໃຈໃສ່ຕໍ່ກັບຂ້ອຍໃນມື້ນີ້ ພ້ອມກັບຂໍສະແດງຄວາມຂອບໃຈມາຍັງຮ້ານອາຫານທີ່ໃຫ້ການຮ່ວມມືຕໍ່ກັບອໍານາດການປົກຄອງ.

ຂ້ອຍພະວານາວ່າ ເຫດການນີ້ຈະບໍ່ເກີດນໍາຂ້ອຍອີກ ແລະ ຜູ້ອື່ນຄືກັນ. ຂໍອຸທອນ ຫຼື ຟາກຄວາມນີ້ຫາຕໍາຫຼວດ ຫຼື ອໍານາດການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງວ່າ ເປັນຫຍັງບ້ານເມືອງຂອງເຮົາຄືມີເຫດການແບບນີ້ເກີດຂື້ນກັບປະຊາຊົນແບບນີ້ ແລະ ພວກເຮົາຈະເຮັດແນວໃດເພື່ອບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກ. ຂໍຂອບໃຈນໍາໝູ່ຄູ່ທີ່ອ່ານຂໍ້ຄວາມນີ້ ແລະ ກະລຸນາບອກເລົ່າຫາໝູ່ຄູ່ຜູ້ອື່ນຕໍ່ໄປໃຫ້ມີຄວາມຕື່ນຕົວ ແລະ ມີຄວາມລະວັງເພີ້ມຂື້ນ.... ຂອບໃຈ.

ທີ່ມາ ຈາກຜົນລະເມືອງລາວໃນ Facebook ຄົນຫນຶ່ງທີ່ຫວັງດີຕໍ່ສັງຄົມ

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: