ຄວາມອຶດອັດ ຈາກຜົນກະທົບ ຂອງລະເບີດ ທີ່ຍັງບໍ່ທັນແຕກ ຈາກບ້ານແສນອຸດົມ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Eco-social Social ຄວາມອຶດອັດ ຈາກຜົນກະທົບ ຂອງລະເບີດ ທີ່ຍັງບໍ່ທັນແຕກ ຈາກບ້ານແສນອຸດົມ

ຄວາມອຶດອັດ ຈາກຜົນກະທົບ ຂອງລະເບີດ ທີ່ຍັງບໍ່ທັນແຕກ ຈາກບ້ານແສນອຸດົມ

E-mail Print PDF

ຮູບພາບຂ້າງເທິງ ເປັນຮູບພາບປະກອບຈາກຫນັງສືພິມວຽງຈັນທາມສ໌ ເປັນເດັກນ້ອຍແຂວງສະຫວັນນະເຂດຖືກລະເບີດທີ່ຍັງບໍ່ທັນແຕກ ແຕກໃສ່

ຢ້ອນຄືນຫຼັງໄປເມື່ອຫຼາຍກວ່າ 3 ທົດສະວັດທີ່ຜ່ານມາ, ຈະດ້ວຍເຫດຜົນອັນໃດກໍຕາມ ທີ່ສະຫະລັດອາເມລິກາທຸ່ມເທງົບປະມານມະຫາສານ ຂ້າມນໍ້າຂ້າມທະເລມາຍັງແຫຼມອິນດູຈິນເພື່ອໃຊ້ອາວຸດຍຸດໂທປະກອນເສິກສົງຄາມມາທຳລາຍລ້າງໃນດິນແດນສາມປະເທດລາວ-ຫວຽດນາມ-ກຳປູເຈຍ. ມາຮອດມື້ນີ້ ມື້ທີ່ເຫດການຂອງເສິກສົງຄາມເຕັມຮູບແບບໄດ້ຜ່ານໄປແລ້ວຫຼາຍກວ່າ 30 ປີ ແຕ່ຮ່ອງຮອຍຂອງສົງຄາມອັນ ປ່າເຖື່ອນນັ້ນຍັງຄົງສະແດງໃຫ້ປະຊາຊົນທີ່ເກີດໃໝ່ໃຫຍ່ລຸນໃນສາມຊາດ ໄດ້ຮູ້ສຶກເຖິງບັນຍາກາດຂອງສົງຄາມອາເມລິກາປານໂຕເອງໄດ້ປະສົບມາໂດຍກົງ. ແລະເຖິງເວລາຜ່ານໄປດົນຂະໜາດນັ້ນ ແຕ່ປະຊາຊົນໃນຂົງເຂດນີ້ຍັງສືບຕໍ່ບາດເຈັບ ແລະລົ້ມຕາຍໄປໃນແຕ່ລະປີນັບເປັນພັນຊີວິດ.

ອີງຕາມຂໍ້ມູນຈາກໂຄງການເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດລາວໃຫ້ຮູ້ວ່າ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ເປັນປະເທດທີ່ຖືກຖິ້ມລະເບີດສະເລ່ຍຕໍ່ຫົວຄົນຫຼາຍທີ່ສຸດໃນປະຫວັດສາດຂອງໂລກ. 25% ຂອງບັນດາບ້ານປະຊາຊົນ ໃນປະເທດລາວມີລະເບີດບໍ່ທັນແຕກຕົກຄ້າງຢູ່. ໃນລະຫວ່າງປີ 1964-1973 ຍົນຖິ້ມລະເບີດຂອງກອງທັບສະຫະລັດໄດ້ຂົນລະເບີດຈຳນວນຫຼາຍກວ່າ 2 ລ້ານໂຕນ, ດ້ວຍຖ້ຽວບິນຖິ້ມລະເບີດຫຼາຍກວ່າ 580,000 ຖ້ຽວ ໃສ່ດິນແດນຂອງລາວ.

ມີລະເບີດຈຳນວນຫຼາຍກວ່າ 270 ລ້ານໜ່ວຍຖືກຖອກເທລົງເທິງແຜ່ນດິນລາວ ແລະໃນນັ້ນປະມານ 30% ຫຼື ຫຼາຍກວ່າ 81 ລ້ານໜ່ວຍ (ຫຼາຍກວ່າ 81,000,000 ໜ່ວຍ) ແມ່ນບໍ່ແຕກ ຫຼືຍັງຄົງຄ້າງຢູ່ໃນແຜ່ນດິນລາວພາຍຫຼັງສົງຄາມ. ນັບແຕ່ປີ 1964-2008 ມີປະຊາຊົນລາວຫຼາຍກວ່າ 50,000 ຄົນເສຍຊີວິດແລະໄດ້ຮັບບາດເຈັບຈາກອຸບັນເຫດຍ້ອນລະເບີດບໍ່ທັນແຕກ, ໃນນັ້ນ 20,000 ຄົນ ເສຍຊີວິດແລະບາດເຈັບພາຍຫຼັງທີ່ສົງຄາມສິ້ນສຸດລົງແລ້ວຈົນເຖິງປີ 2008.

ນັບແຕ່ຕັ້ງໂຄງການເກັບກູ້ລະເບີດບໍ່ທັນແຕກໃນ ປີ 1996 ຫາເດືອນພຶດສະພາ 2010 ໂຄງການສາມາດເກັບກູ້ໄດ້ພຽງແຕ່ 0,55% ເທົ່ານັ້ນ ສະເລ່ຍແລ້ວ 1 ປີສາມາດເກັບກູ້ແລະທຳລາຍລະເບີດບໍ່ທັນແຕກໄດ້ພຽງແຕ່ປີລະປະມານ 0,03% ຫຼືປະມານ 29,160 ໜ່ວຍຕໍ່ປີ. ດັ່ງນັ້ນ, ຖ້າການເກັບກູ້ລະເບີດຍັງດຳເນີນໄປຄືກັນກັບໄລຍະ 1996-2010 ກໍໝາຍຄວາມວ່າຕ້ອງໃຊ້ເວລາຕື່ມອີກນັບຈາກນີ້ໄປປະມານ 2,762 ປີຈຶ່ງຈະສາມາດເກັບກູ້ລະເບີດບໍ່ທັນແຕກໃນດິນແດນລາວໄດ້ໝົດ 100%.

ວັນທີ 3 ມັງກອນ 2012 ທ່າມກາງບັນຍາກາດທີ່ຜູ້ຄົນທົ່ວໂລກກຳລັງສະເຫຼີມສະຫຼອງປີໃໝ່ຢ່າງຄຶກຄື້ນມ່ວນຊື່ນນັ້ນ ປະຊາຊົນຫຼາຍກວ່າ 900 ຫຼັງຄາເຮືອນ ຂອງບ້ານແສນອຸດົມ, ພະສົງໃນວັດແສນອຸດົມ, ສຳນັກງານ, ອົງການ, ໂຮງແຮມ, ຮ້ານອາຫານ, ໂຮງຮຽນ...ໝົດບ້ານ ຕ້ອງໄດ້ປິດແລະຍ້າຍອອກຈາກບ້ານເຮືອນໃນບໍລິເວນລັດສະໝີ 2 ກິໂລແມັດ ທ່າມກາງຄວາມໜາວເຢັນຂອງອາກາດໃນເຂດພູດອຍ ເພື່ອໃຫ້ຫຼຸດພົ້ນຈາກຄວາມຕາຍເຊິ່ງອາດຈະເກີດຂຶ້ນເມື່ອໃດກໍໄດ້ ເມື່ອພະນັກງານຂົວທາງໃຊ້ລົດຈົກຂຸດພົບລະເບີດໜ່ວຍໜຶ່ງຂຶ້ນຈາກພື້ນດິນແຄມທາງ ບ້ານແສນອຸດົມ, ເມືອງຄຳເກີດ, ແຂວງບໍລິຄຳໄຊ.

ໜັງສືພິມປະເທດລາວລາຍງານວ່າ ລະເບີດລູກດັ່ງກ່າວມີນ້ຳໜັກ 250 ກິໂລ(Bomb GP 500 Lbs USA made), ຍາວ 2.2 ແມັດ. ພາຍຫຼັງທີ່ພົບລະເບີດແລ້ວຜູ້ຊ່ຽວຊານຈາກໂຄງການໂຊດີ 2 ທ່ານຄື: ທ່ານ ຣອບບີ ດີຮົນ ແລະທ່ານ ຢອກ ອີມບຣາຮຳ ໄດ້ກວດສອບແລ້ວພົບວ່າເປັນລະເບີດເວລາຟິວ (ແກັບຫົວ) M103 ແລະຟິວ (ແກັບຫົວ) M123, ລະບົບທຳງານກົນໄກເວລາໂດຍໃຊ້ສານເຄມີເປັນຕົວເຊື່ອມໃນການເຜົາໄຫມ້ພາຍຫລັງ ທີ່ຖືກກະທົບ. ລະເບີດດັ່ງກ່າວຫາກມີການ ລົບກວນໂດຍການເຄື່ອນຍ້າຍທີ່ມີການກະທົບຈະເກີດການຫ້າງ ໂດຍທັນທີ ແລະຖ້າຫາກບໍ່ຖືກທຳລາຍຢ່າງຖືກວິທີ ລະເບີດໜ່ວຍດັ່ງກ່າວນັ້ນສາມາດທຳລາຍຊີວິດແລະຊັບສິນໄດ້ໄກໃນລັດສະໝີ 2 ກິໂລແມັດ.

ນັບແຕ່ວັນທີ 3 ມັງກອນ - ວັນທີ 15 ມັງກອນ ເປັນເວລາ 2 ອາທິດ ທີ່ຜູ້ຄົນໃນບ້ານແສນອຸດົມບໍ່ໄດ້ຢູ່ເຮືອນແລະບໍ່ໄດ້ດຳລົງຊີວິດແບບປົກກະຕິ. ແລະມາຮອດຕອນເຊົ້າຂອງວັນທີ 15 ມັງກອນ 2012 ລະເບີດໜ່ວຍດັ່ງກ່າວກໍຖືກທຳລາຍ ໂດຍມີການປ້ອງກັນຢ່າງແໜ້ນໜາດ້ວຍເປົາຂີ້ຊາຍຈຳນວນ 7,000 ເປົາ ໄປວາງກັ້ນເປັນກຳແພງ. ເຖິງປານນັ້ນການລະເບີດກໍຍັງໄດ້ທຳລາຍວັດໃຫ້ມີຄວາມເສຍຫຼາຍເລັກໜ້ອຍຫາປານກາງເຖິງ 4 ຫຼັງ, ສ້າງຄວາມເສຍຫາຍແກ່ໂຮງຮຽນ, ຫ້ອງການ ແລະບ້ານເຮືອນປະຊາຊົນອີກຈຳນວນໜຶ່ງ.

ຈາກເຫດການພົບເຫັນລະເບີດໜ່ວຍໃຫຍ່ຢູ່ກາງເມືອງຄືດັ່ງກ່າວຂ້າງເທິງນັ້ນມັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງອີກຄັ້ງໜຶ່ງວ່າ ເສດເຫຼືອຂອງສົງຄາມທີ່ອາເມລິກາກໍ່ຂຶ້ນນັ້ນໄດ້ສືບຕໍ່ສ້າງຄວາມທຸກແລະຄວາມອັນຕະລາຍໃຫ້ແກ່ປະຊາຊົນລາວບັນດາເຜົ່າຜູ້ທີ່ບໍ່ມີສ່ວນກ່ຽວຂ້ອງຫຍັງ ກັບສົງຄາມຕ້ອງມາເສຍຊີວິດ, ແຄ່ງກຸດ, ຂາຂາດ, ຕາບອດ, ພິການຮ້າຍແຮງ ແລະຢ້ານກົວຕະຫຼອດ ການດຳລົງຊີວິດຕາມທົ່ງໄຮ່ທົ່ງນາ ຫຼືແມ່ນແຕ່ຕິນຂັ້ນໄດເຮືອນຂອງຕົນເອງ.


ທີ່ມາ: ຈາກປະຊາຊົນບ້ານແສນອຸດົມ, ເມືອງຄຳເກີດ, ແຂວງບໍລິຄຳໄຊ (ເປັນຄວາມຄິດເຫັນຈາກປະຊາຊົນທີ່ມີຜົນກະທົບໂດຍກົງຈາກລະເບີດທີ່ຍັງບໍ່ທັນແຕກ)

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: