ນັບແຕ່ມື້ນີ້ເປັນຕົ້ນໄປ ຮູບປັ້ນເຈົ້າອານຸວົງທີ່ຫລໍ່ດ້ວຍທອງຫມົດອົງ ແລະ ເປັນຮູບປັ້ນອົງທຳອິດທີ່ມີຂະຫນາດໃຫຍ່ກວ່າຮູບປັ້ນອົງ ອື່ນໆໃນປະເທດລາວ ໄດ້ປະດິດສະຖານເທິງແທ່ນຢ່າງສະຫງ່າຜ່າເຜີຍແລ້ວຢູ່ ສວນສາທາລະນະເຈົ້າອານຸວົງ ເມື່ອໄດ້ມີພິທີປະດິດສະ ຖານ ແລະ ສົມໂພດອະນຸສາວະລີ ເຈົ້າອານຸວົງຂຶ້ນໃນຕອນຄ່ຳວານນີ້ຢ່າງຍິ່ງໃຫຍ່. ເຊິ່ງເປັນກຽດຕີຄ້ອງເກົ້າບາດ ແລະ ເປີດທີ່ມີຢ່າງ ເປັນທາງການຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ມີບັນດາກົມການເມືອງ, ນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການ, ຊ່ວຍວ່າການ, ອົງການຈັດຕັ້ງກົງຈັກລັດ ພ້ອມດ້ວຍມວນຊົນທົ່ວນະຄອນຫລວງວຽງຈັນເຂົ້າຮ່ວມຢ່າງຄັບຄາຫນາແຫນ້ນ.
ໃນໂອກາດນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ປະຈຳການລັດຖະ ບານ, ປະທານຄະນະກຳມະການ ສະເຫລີມສະຫລອງວຽງຈັນ ເປັນນະຄອນຫລວງຄົບຮອບ 450 ປີ ໄດ້ກ່າວວ່າ: ໂຄງການປັ້ນຫລໍ່ ແລະກໍ່ສ້າງອະນຸສາວະລີເຈົ້າອານຸວົງ ແມ່ນຫນຶ່ງໃນ 21 ໂຄງການທີ່ມີຄວາມຫມາຍຄວາມສຳຄັນອັນເລິກເຊິ່ງທາງປະຫວັດສາດທີ່ຢຶດຫມັ້ນໃນຄວາມຈົງຮັກພັກດີຕໍ່ປະເທດຊາດ ບ້ານເມືອງ.
ໂຄງການດັ່ງກ່າວ ໄດ້ເລີ່ມຕົ້ນມາແຕ່ຕົ້ນປີ 2010 ແລະ ມາຮອດປະຈຸບັນໂຄງການດັ່ງກ່າວ ໄດ້ສຳເລັດແລ້ວ 100% ສ່ວນອະນຸສາ ວະລີຂອງເຈົ້າອານຸວົງ ປະກອບດ້ວຍ 2 ພາກສ່ວນໃຫຍ່ ຄື: ຮູບປັ້ນຫລໍ່ພ້ອມແທ່ນຮັບຮອງ ແລະບໍລິເວນແທ່ນອະນຸສາວະລີທີ່ມີລວງສູງ 14,99 ແມັດ ຖ້າເວົ້າສະເພາະຮູບປັ້ນມີລວງສູງ 8,29 ແມັດ ແທ່ນຮັບຮອງສູງ 5,50 ແມັດ ແລະ ກວ້າງ 5,50 ແມັດ ທີ່ໃຊ້ເວລາພຽງ ແຕ່ 4 ເດືອນເທົ່ານັ້ນໃນການປັ້ນຫລໍ່ກໍ່ສ້າງເສັດຢ່າງສະຫງ່າງາມ.
ໃນຕອນແລງກໍ່ໄດ້ມີການຄົບງັນ ແລະພິທີສົມໂພດຕະຫລອດທັງຄືນ ແລະໃນຕອນເຊົ້າມື້ນີ້ ເປັນການເປີດພະເນດເຈົ້າອານຸວົງ ແລະ ພິທີຕັກບາດ-ຖວາຍສັງຄະທານຕາມປະເພນີ.
Video title: ສະດຸດີເຈ...
All photos credit to: c_p_lew (Flickr.com)
| ພາບແລະເນື້ອຂ່າວຈາກ |
Comments:
- Related News
- Related News:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)ທະນາຄານ ພັດທະນາລາວ ເປີດນຳ ໃຊ້ຕູ້ເອທີເອັມ (1629 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







