ງານຕະຫລາດນັດຮັບສະຫມັກ ງານທີ່ບັນດາຫົວຫນ່ວຍທຸລະກິດ, ບໍລິສັດ, ຫ້າງຮ້ານຕ່າງໆ ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັນຈັດຂຶ້ນເພື່ອຈະຄັດເລືອກເອົາບຸກຄະລາ ກອນບັນຈຸເຂົ້າໃນຕຳແຫນ່ງງານຂອງຕົນເຕັມໄປດ້ວຍບັນຍາກາດອັນ ຄຶກຄັກ ເພາະນັກສຶກສາແລະ ມວນຊົນທົ່ວໄປໃຫ້ຄວາມ ສົນໃຈຄາດສອງວັນທີ່ດຳເນີນງານເປີດຕະຫລາດບໍ່ຕ່ຳກວ່າ 6.445 ຄົນ.
ທ່ານ ສົນທະນີ ຫລວງໄຊຊະນະ ຫົວຫນ້າຫ້ອງການຄຸ້ມຄອງນັກສຶກສາມະຫາວິທະຍາໄລແຫ່ງຊາດ (ມຊ) ກ່າວວ່າ: ງານຕະຫລາດນັດຮັບສະຫມັກງານ ແມ່ນຈັດຂຶ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາສຳນັກງານ, ອົງການ, ບໍລິສັດ, ຫ້າງຮ້ານທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມສະດວກໃນການຄັດເລືອກເອົາບຸກຄະລາກອນບັນຈຸເຂົ້າໃນວຽກ ງານຂອງຕົນທັງເປັນການສ້າງຄວາມສະດວກໃຫ້ແກ່ບັນດານັກສຶກສາ ຕະຫລອດຮອດມວນຊົນທົ່ວໄປທີ່ກຳລັງຊອກຫາວຽກເຮັດງານທຳໃນຕຳແຫນ່ງ ທີ່ຖືກກັບວິຊາທີ່ຕົນໄດ້ຮຽນມາ.
ງານດັ່ງກ່າວໄດ້ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດເປັນເວລາ 2 ວັນຄື: ວັນທີ 2930 ກໍລະກົດ 2011 ໂດຍມີຜູ້ຕາງຫນ້າບໍລິສັດ, ອົງການຕ່າງໆທີ່ມີຄວາມຕ້ອງການຮັບສະຫມັກພະນັກງານເຂົ້າຮ່ວມທັງ ຫມົດ 17 ພາກສ່ວນ. ເຊິ່ງ ຄາດວ່າ ຕະຫລອດ 2 ວັນທີ່ເປີດ ຕະຫລາດຮັບສະຫມັກງານຈະມີນັກສຶກສາມວນຊົນທົ່ວໄປເຂົ້າມາສະຫມັກ ງານບໍ່ຕ່ຳກວ່າ 6.445 ຄົນໃນຈຳນວນ 55 ສາຂາວິຊາ.
ທ່ານຜູ້ຕາງຫນ້າບໍລິສັດລາວ ອີເທລດທີ່ປຶກສາການລົງທຶນ ຈຳກັດ ກ່າວວ່າ: ບໍລິສັດລາວອີເທລດ ທີ່ປຶກສາການລົງທຶນ ຈຳກັດ ຕ້ອງການພະນັກງານເປັນຈຳນວນຫລວງຫລາຍເນື່ອງຈາກວ່າ ບໍລິສັດຈະມີການຂະຫຍາຍກິດຈະການ ແລະ ຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດຫ້າວຫັນຕໍ່ວຽກງານ ເພື່ອມາຮ່ວມທີມງານຂອງພວກເຮົາໃນຫລາຍຕຳແຫນ່ງ ເຊິ່ງເປົ້າ ຫມາຍທີ່ຈະສະຫມັກພະນັກງານແມ່ນເລີ່ມແຕ່ຜູ້ທີ່ຈົບຊັ້ນກາງ ຂຶ້ນໄປ ໂດຍສະເພາະແມ່ນນັກສຶກສາທີ່ກຳລັງຈະຈົບໃຫມ່ໃນສົກຮຽນນີ້.
ນາງ ມະສອນ ພົມມະສານນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດມະຫາວິທະຍາໄລແຫ່ງຊາດ (ມຊ) ກ່າວວ່າ: ການທີ່ມາຈັດງານຕະຫລາດນັດຮັບສະຫມັກງານກໍ່ ເປັນການດີອີກຢ່າງຫນຶ່ງ ເພາະມັນສ້າງຄວາມສະດວກໃຫ້ແກ່ບັນດານັກສຶກສາຕະຫລອດຮອດ ເຖິງບຸກຄົນທົ່ວໄປທີ່ກຳລັງຕ້ອງການຊອກຫາວຽກເຮັດງານທຳບໍ່ ຈຳເປັນຕ້ອງໄປຊອກຫາຢູ່ ບ່ອນອື່ນໄກທີ່ສຳຄັນຄືເປັນການບົ່ງບອກໃຫ້ຮູ້ວ່າ ນັກສຶກສາທີ່ຈົບໃນແຕ່ລະປີຍັງມີບັນດາບໍລິສັດ, ຫ້າງຮ້ານ ແລະ ອົງການຈັດຕັ້ງຕ້ອງການ ເພື່ອບັນຈຸເຂົ້າໃນຕຳແຫນ່ງຕ່າງໆຢູ່.
| ພາບແລະເນື້ອຂ່າວຈາກ |
Comments:
- Related News
- Related News:ສົ່ງເສີມ ຄວາມສົນໃຈ ໃນດອກເບ້ຍ ເງິນຝາກ (291 Hits)
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2816 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (813 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







