ຄະນະພັກ Œຄະນະຜູ້ວ່າການ ທຫລ ສຸມໃສ່ສ້າງ ສະຖາບັນການ ທະນາຄານ ໃຫ້ເປັນສູນກາງ ແຫ່ງການສຶກສາ ທີ່ທັນສະໄຫມ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Eco-social Education ຄະນະພັກ Œຄະນະຜູ້ວ່າການ ທຫລ ສຸມໃສ່ສ້າງ ສະຖາບັນການ ທະນາຄານ ໃຫ້ເປັນສູນກາງ ແຫ່ງການສຶກສາ ທີ່ທັນສະໄຫມ

ຄະນະພັກ Œຄະນະຜູ້ວ່າການ ທຫລ ສຸມໃສ່ສ້າງ ສະຖາບັນການ ທະນາຄານ ໃຫ້ເປັນສູນກາງ ແຫ່ງການສຶກສາ ທີ່ທັນສະໄຫມ

E-mail Print PDF
ບົນ​ເສັ້ນ­ທາງ​ແຫ່ງ​ການ ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະນຸດ ແລະ ການ​ປະ­ຕິ​ຮູບ​ການສຶກ​ສາ​ໃນ​ໄລ­ຍະ​ໃຫມ່​ໃຫ້​ມີຄວາມ​ທັນ​ສະ­ໄຫມ ຕາມ​ແນວທາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ ລັດ­ຖະ­ ບານ, ຄະ­ນະພັກŒຄະ­ນະ​ຜູ້​ວ່າ­ການ​ທະ​ນາຄານ​ແຫ່ງ ສປປ ລາວ (ທຫລ) ຍາມ​ໃດ​ກໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ໃນ​ການ​ກໍ່­ສ້າງ​ບຸກ​ຄະ­ລາກອນ​ໃຫ້​ພຽບ​ພ້ອມ​ ໄປ​ດ້ວຍຄວາມ​ຮູ້  ມີ​ຄວາມ​ຊ່ຽວ­ຊານ​ດ້ານ​ການ​ທະນາ​ຄານ ເພື່ອ​ເຮັດ​ຫລ້ອນ​ຫນ້າ­ທີ່ ທີ່​ພັກ ແລະ ປະ­ເທດ​ຊາດ​ມອບຫມາຍ​ໃຫ້, ທ່ານ ສົມ​ພາວ ໄຟ​ສິດ ຮອງ​ເລ­ຂາ​ຄະ­ນະ​ພັກ, ຮອງ​ຜູ້​ວ່າການ​ທະ­ນາ­ຄານ​ໄດ້​ເນັ້ນ​ວ່າ: "ສືບຕໍ່​ສ້າງ​ໃຫ້​ສະ​ຖາ​ບັນ​ການ​ທະ​ນາຄານ (ສທຄ) ກາຍ­ເປັນ​ສູນ​ກາງແຫ່ງ​ການ​ສຶກ​ສາ ແລະ ຄົ້ນ­ຄວ້າດ້ານ​ວິ­ຊາ​ການ​ການ​ເງິນŒການທະ­ນາ­ຄານ​ໃນ ສປປ ລາວ.

ໃນ​ຕະ­ຫລອດ​ໄລ­ຍະ​ແຫ່ງ​ການກຳ­ເນີດ ແລະ ພັດ­ທະ­ນາ ສທຄ ໃນ​ຜ່ານ​ມາ, ຄະ­ນະ​ພັກŒຄະ­ນະ​ຜູ້ວ່າ­ການ ທຫລ ໄດ້​ສຸມ​ທຶນ­ຮອນຢ່າງ​ຫລວງ­ຫລາຍ ເພື່ອ​ກໍ່­ສ້າງ​ພື້ນຖານ​ໂຄງ​ລ່າງໂດຍ​ສະ­ເພາະ​ສ້າງຕຶກ​ອາ­ຄານ​ຮຽນ​ໃຫ້​ເປັນ​ ລະ­ບົບຄົບ​ຊຸດ ແລະ ມາດ­ຕະ­ຖານ, ປະຈຸ​ບັນ ​ພວມ​ເລ່ງ​ກໍ່­ສ້າງ​ໂຄງ­ການຕຶກ​ທະ­ນາ­ຄານ​ຈຳ­ລອງ, ນອກ​ນີ້ ຍັງ​ໄດ້​ເອົາ­ໃຈ­ໃສ່​ກໍ່­ສ້າງ​ຖັນ​ແຖວ ການ​ນຳ​ຂອງ ສທຄ, ຄູŒອາ­ຈານທາງ​ດ້ານ​ການ­ເມືອງ​ແນວ​ຄິດ  ແລະ ການ­ຈັດ­ຕັ້ງ​ຍົກ​ລະ­ດັບ​ຄວາມຮູ້​ວິ­ຊາ​ການ ເພື່ອ​ແນ­ໃສ່​ເຮັດ​ໃຫ້ການ​ຮຽນŒການ​ສອນ​ມີ​ຄຸນ​ນະພາບ, ຮັບ­ປະ­ກັນ​ວິ​ໃສ​ທັດ​ຄວາມ ເປັນ​ເລີດ​ໃນ​ດ້ານ​ຕ່າງໆ​ຂອງ ສທຄທ່ານ ນາງ ຄຳ​ພາ ປານ​ມະ​ໄລ​ທອງ ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ ຫົວ­ຫນ້າ​ອຳ­ນວຍ​ການ ສທຄ ໄດ້ຢືນ­ຢັນ​ຫມາກ­ຜົນ​ແຫ່ງ​ການ​ນຳພາ​ຂອງ​ຄະ­ນະ​ພັກ​ຮາກ​ຖານ​ໃນການ​ກໍ່­ສ້າງ​ ຊັບ­ພະ­ຍາ­ກອນ​ມະ­ນຸດໂດຍ​ໄດ້​ສຳ­ເລັດ​ໃນ​ການ​ສ້າງ​ແຜນຍຸດ​ທະ​ສາດ (2010-Œ2020), ສຳ­ເລັດ​ການ​ສຶກ​ສາ​ລະ­ດັບ​ປະ​ລິນຍາ​ໂທ ຊຸດ​ທີ I ຕາມ​ໂຄງ­ການຮ່ວມ​ມື​ລະ ­ຫວ່າງ ສທຄ ລາວ ແລະ ສທຄ ຫວຽດ­ນາມ, ນອກ​ນີ້  ກໍ່​ໄດ້​ຈັດ​ຕັ້ງ​ການ​ຮຽນŒການ​ສອນຕາມ​ປະ­ຕິ­ທິນ​ການ​ສຶກ​ສາ, ສາມາດ​ສ້າງ​ໄດ້​ບຸກ​ຄະ­ລາ​ກອນ​ຮັບໃຊ້​ສັງ­ຄົມ​ເປັນ​ຈຳ­ນວນ 2.500 ຄົນ.

ໃນ​ສົກ­ຮຽນ​ປີ 2010Œ-2011 ນີ້, ຍັງ​ຈະ​ສືບ­ຕໍ່​ການ​ຮຽນŒການສອນ​ລະ­ດັບ​ຊັ້ນ​ສູງ ແລະ ປະ​ລິນຍາ​ຕີ​ໃນ​ທຸກ​ລະ­ບົບ, ສືບ­ຕໍ່​ໂຄງການ​ສອນ​ຫລັກ­ສູດ​ຕໍ່​ເນື່ອງ​ປະ​ລິນຍາ​ຕີ, ກະ­ກຽມ​ເງື່ອນ­ໄຂ ແລະ ຄວາມ​ພ້ອມ​ໃນ​ໂຄງ­ການ​ສຶກ​ສາໃນ​ລະ­ດັບ​ປະ­ລິນ­ຍາ​ເອກ ໂດຍການ​ຮ່ວມ​ມື​ກັບ ສທຄ ຫວຽດນາມ, ເອົາ­ໃຈ­ໃສ່​ສ້າງ​ຫລັກ­ສູດ​ພິເສດ​ສະ­ເພາະ​ດ້ານ ເພື່ອ​ຝຶກ​ອົບຮົມ​ພະ­ນັກ­ງານ​ທະ­ນາ­ ຄານ​ທີ່​ຮຽນວິ­ຊາ​ອື່ນ, ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຂໍ້ຕົກ­ລົງ​ຮ່ວມ​ມື​ການ​ສຶກ​ສາ​ລະ­ດັບປະ­ລິນ­ຍາ ​ໂທ​ກັບ ສທຄ ຫວຽດນາມ, ສູ້​ຊົນ​ສ້າງ​ຫລັກ­ສູດ​ການ​ກໍ່ສ້າງ​ວິ­ຊາ​ການ​ດ້ານ​ຕະ­ຫລາດຫລັກ​ຊັບ ແລະ ປັບ­ປຸງ​ພື້ນ­ຖານໂຄງ​ລ່າງ​ຂອງ ສທຄ, ປັບ­ປຸງຫລັກ­ສູດ ແລະ ສ້າງ​ແບບ­ແຜນການ​ຮຽນŒການ​ສອນ​ຄວບ​ຄູ່​ກັບການ​ນຳ​ໃຊ້​ເຄື່ອງ­ມື​ທີ່​ທັນ​ ສະ­ໄຫມ ທັງ​ນີ້​ ກໍ່​ເພື່ອ​ຕອບ​ສະ­ຫນອງ​ກັບຫນ້າ­ທີ່​ການ­ ເມືອງ​ຂອງ​ພັກ ແລະ ລັດ​ໃນ​ການ​ຫັນ​ໄປ​ສູ່​ຄວາມ​ທັນ​ສະໄຫມ​ໃນ​ດ້ານ​ທະ­ນາ­ຄານ.

 

ພາບແລະເນື້ອຂ່າວຈາກ

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: