ເພີ່ມຄວາມ ຮູ້ການລົງທຶນ ໃນທຸລະກິດຫລັກຊັບ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Eco-social Education ເພີ່ມຄວາມ ຮູ້ການລົງທຶນ ໃນທຸລະກິດຫລັກຊັບ

ເພີ່ມຄວາມ ຮູ້ການລົງທຶນ ໃນທຸລະກິດຫລັກຊັບ

E-mail Print PDF


ບໍ­ລິ­ສັດ ຫລັກ​ຊັບ ທະ​ນາຄານ​ການ​ຄ້າ​ຕ່າ​ປະ­ເທດ​ລາວ-ກຸງ​ໄທ ຫລື ທຄຕລ-ກທ ໄດ້​ຈັດ​ສຳ​ມະ​ນາ​ໃນ​ຫົວ­ຂໍ້​ສັບ­ປະ­ດາ​ໃຫ້​ຄວາມ​ຮູ້​ແກ່​ບັນ­ດາ​ນັກ​ ລົງ­ທຶນ ເພື່ອ​ເປັນ​ການ​ເພີ່ມ​ຄວາມ​ເຂົ້າ­ໃຈ​ຕື່ມ​ກ່ຽວ​ກັບການ​ລົງ­ທຶນ​ໃນ​ທຸ­ລະ​ກິດ ​ຫລັກ​ຊັບ.

ທ່ານ ເທບ​ສະ­ຫວັນ ກິ​ຕິ​ຍາ​ວົງ ຫົວ­ຫນ້າ​ພະ​ແນກ​ນາຍ​ຫນ້າ​ຊື້-ຂາຍ​ຫລັກ​ຊັບບໍ­ລິ­ສັດ​ຫລັກ​ຊັບ ທຄຕລ-ກທ​ກ່າວ​ວ່າ: ການຈັດ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ເປັນ​ການ​ເຜີຍ­ແຜ່​ຄວາມ​ຮູ້​ພື້ນ ຖານ​ກ່ຽວ​ກັບ​ການ​ລົງ­ທຶນ​ໃນ​ທຸລະ​ກິດ​ຫລັກ​ຊັບ (ຮຸ້ນ) ໃຫ້​ແກ່​ບັນ­ດາ​ນັກ​ລົງ­ທຶນ​ກໍ່​ຄື​ພໍ່​ແມ່​ປະ­ຊາ­ຊົນ​ທົ່ວ​ໄປ​ທີ່​ເຂົ້າ​ ຮ່ວມ.

ທ່ານ​ກ່າວ​ອີ​ກວ່າ: ການ​ຈັດ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້​ ບັນ­ຍາຍ​ໂດຍ​ນັກ​ວິ­ທະ­ຍາ­ກອນ​ທີ່​ມີ​ປະ­ສົບ​ການ​ໃນ​ທຸ­ລະ​ກິດ​ຫລັກ​ຊັບ​ຈາກ ​ປະ­ເທດ​ໄທ ແລະ ພະ­ນັກ­ງານ​ອາ­ວຸ­ໂສ​ຂອງ​ບໍ­ລິ­ສັດ ເຊິ່ງ​ນັກ​ລົງ­ ທຶນ ແລະ ປະ­ຊາ­ຊົນ​ບຸກ­ຄົນ​ໃດ​ຫາກ​ມີ​ຄວາມ​ສົນ­ໃຈ​ກໍ່​ສາ­ມາດ​ເຂົ້າມາ​ຮ່ວມ​ຮັບ​ຟັງ​ ການ​ສຳ​ມະ​ນາ ໄດ້​ນັບ​ແຕ່​ວັນ​ທີ 14-17 ມິ­ຖຸ­ນາເວ­ລາ 13:00 ໂມງ​ຫາ 16:00 ໂມງ ແລະ ວັນ​ທີ 25 ມິ­ ຖຸ­ນາ 2011 ເວ­ລາ 8.30 ໂມງ​ຫາ 11:30 ໂມງ ໂດຍ​ບໍ່​ເສຍ​ຄ່າ.

ພິ­ທີ​ເປີດ​ສຳ​ມະ​ນາ​ຈັດ​ຂຶ້ນ ວານ​ນີ້​ທີ່​ຫ້ອງ­ການ​ບໍ­ລິ­ສັດ​ດັ່ງ ກ່າວ​ຊັ້ນ 7 ຕຶກ​ຕະ­ຫລາດ​ຫລັກ ຊັບ​ລາວ ນະ­ຄອນ­ຫລວງ​ວຽງຈັນ ເຂົ້າ​ຮ່ວມ​ມີ​ທ່ານ​ນາງ ວະລະ​ພອນ ວິ­ບູນ​ກະ​ນາ​ຣັກ ຜູ້​ອຳນວຍ​ການ​ບໍ­ລິ­ສັດ​ຫລັກ​ຊັບ ທຄຕລ-ກທ ຈຳ­ກັດ, ໂດຍ​ມີ​ນັກ​ວິ­ທະ­ຍາ­ກອນ ແລະ ສຳ​ມະ​ນາກອນ​ເຂົ້າ​ຮ່ວມ.

ພາບແລະເນື້ອຂ່າວຈາກ
 

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: