ADB ສະໜອງອຸປະກອນ ການຮຽນ-ການສອນ 532 ລ້ານກ່ວາກີບ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Eco-social Education ADB ສະໜອງອຸປະກອນ ການຮຽນ-ການສອນ 532 ລ້ານກ່ວາກີບ

ADB ສະໜອງອຸປະກອນ ການຮຽນ-ການສອນ 532 ລ້ານກ່ວາກີບ

E-mail Print PDF


ພິ­ທີ​ມອບ-ຮັບ​ເຄື່ອງ​ຊ່ວຍ­ເຫຼືອ​ລ້າ​ຈາກ​ທະ­ນາ­ຄານ​ພັດ­ທະ­ນາ​ອາ­ຊີ ADB ໃນ​ໂຄງ­ການ​ແຜນ​ງານ​ພັດ­ທະ­ນາ​ລະ­ບົບ​ສາ­ທາ­ລະ­ນະ​ສຸກ (ADB Grant NO 0173) ໃຫ້​ແກ່​ມະ­ຫາ­ວິ­ທະ­ຍາ­ໄລ​ວິ­ທະ­ຍາ­ສາດ ແລະ ສຸ­ຂະ­ພາບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ກັນ­ຍາ 2011 ນີ້ ທີ່​ມະ­ຫາ­ວິ­ທະ­ຍາ­ໄລ​ວິ­ທະ­ຍາ­ສາດ ແລະ ສຸ­ຂະ­ພາບ.

ການ​ມອບ-ຮັບ​ມີ​ຂຶ້ນ​ລະ­ຫວ່າງ ທ່ານ ດຣ.ປະ­ສົງ​ສິດ ບຸບ­ຜາ ຮອງ​ຫົວ­ໜ້າ​ກົມ​ແຜນ­ການ ຫົວ­ໜ້າ​ໂຄງ­ການ​ແຜນ​ງານ​ພັດ­ທະ­ນາ​ລະ­ບົບ​ສາ­ທາ­ລະ­ນະ​ສຸກ ADB ເປັນ​ຜູ້​ກ່າວ​ມອບ ທ່ານ ຮສ ດຣ.ສິງ ເມ​ໂນ​ລາດ ຮອງ​ອະ­ທິ­ການ​ບໍ­ດີ ມວ​ສ ເປັນ​ຜູ້​ກ່າວ​ຮັບ ໂດຍ​ຊ້ອງ​ໜ້າ​ທ່ານ ຮສ ດຣ.ສົມ​ອົກ ກິ່ງ​ສະ​ດາ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ພ້ອມ​ດ້ວຍ​ບັນ­ດາ​ຄະ­ນະ­ບໍ­ດີ​ຄູ-ອາ­ຈານ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. 

ໃນ​ສົກ​ປີ 2011-2012 ໂຄງ­ການ ADB Grant NO 0173 ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ທາງ​ດ້ານ​ງົບ­ປະ­ມານ​ໃຫ້​ແກ່ ມວ​ສ ໃນ​ການ​ຍົກ​ລະ­ດັບ​ວິ­ຊາ​ການ ການ​ຮຽນ-ການ​ສອນ ເປັນ­ຕົ້ນ​ແມ່ນ​ກິດ­ຈະ­ກຳ​ປັບ­ປຸງ​ຫຼັກ­ສູດ ແລະ ສ້າງ​ຫຼັກ­ສູດ​ໃໝ່​ຂອງ 7 ຄະ­ນະ ການ​ພັດ­ທະ­ນາ​ມາດ­ຖານ​ຄຸນ​ນະ​ພາບ​ການ​ສຶກ​ສາ ການ​ສົ່ງ​ອາ­ຈານ​ສອນ​ໄປ​ແລກ­ປ່ຽນ​ບົດ­ຮຽນ​ຢູ່​ປະ­ເທດ​ໃກ້​ຄຽງ ລວມ​ທັງ​ໝົດ 46.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 368 ລ້ານ​ກີບ ພ້ອມ​ນີ້ ທາງ​ໂຄງ­ການ​ຍັງ​ໄດ້​ສະ­ໜອງ​ອຸ­ປະ­ກອນ​ການ​ຮຽນ-ການ​ສອນ ເຊັ່ນ: ເຄື່ອງ­ສາຍ​ແສງ ເຄື່ອງ​ກະ­ຈາຍ­ສຽງ ແລະ ໂຕະ-ຕັ່ງ​ນັກ­ຮຽນ/ຄູ-ອາ­ຈານ ຫຼາຍ​ພັນ​ໜ່ວຍ ມູນ​ຄ່າ​ທັງ​ໝົດ 66.519 ໂດ​ລາ​ສະ­ຫະ­ລັດ ຫຼື​ປະ­ມານ 532 ລ້ານ​ກ່ວ​າ​ກີບ  ຊຶ່ງ​ແມ່ນ​ອົງ​ປະ­ກອບ​ໜຶ່ງ​ທີ່​ສຳ­ຄັນ ໃນ​ການ​ຍົກ​ລະ­ດັບ​ການ​ຮຽນ-ການ​ສອນ​ໃຫ້​ຖືກ­ຕ້ອງ​ຕາມ​ມາດ­ຖານ ແລະ ວິ­ທີ​ການ ຕາມ​ບາດ­ກ້າວ​ບຸກ​ທະ­ລຸ​ໃນ​ການ​ກໍ່­ສ້າງ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ເພື່ອ​ສຸ­ຂະ­ພາບ ຕາມ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ພະ­ນັກ­ງານ​ສາ­ທາ­ລະ­ນະ​ສຸກ​ເປັນ​ກ້າວໆ.

ຂໍຂອບໃຈ
 

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: