ທ້າວສຸໄນ ໂພທິສານໄດ້ຖືກຮັບເຊີນເປັນກຽດຈາກສະຖານທູດອາເມລິກາ ປະຈຳວຽງຈັນ ໃຫ້ເປັນຜູ້ບັນຍາຍເລື່ອງໃນຫົວຂໍ້ "ການປົດປ່ອຍອຳນາດ (Unlock the Power)" ເຊິ່ງລາວຈະມາເວົ້າການໃຊ້ເວັບໄຊທ໌ ແລະສື່ສັງຄົມຕ່າງໆຢ່າງສ້າງສັນ ແລະ ມີປະໂຫຍດຕໍ່ຕົນເອງ ນອກຈາກນີ້ ສຸໄນ ຈະແນະນຳເວັບ Joomla ເປັນເວັບແບບລະບົບການຈັດການເນື້ອຫາ ເຊິ່ງສາມາດປະຍຸກໃຊ້ເຂົ້າກັບທຸລະກິດຂອງທ່ານຢ່າງມີປະສິດທິພາບ ແລະ ສາມາດເຮັດໃຫ້ລູກຄ້າ ແລະ ການຂາຍຂອງທ່ານເພີ່ມຂຶ້ນດ້ວຍຕົ້ນທຶນຕ່ຳໆ
ສາມາດສະມັກເຂົ້າຮ່ວມໄດ້ໂດຍບໍ່ຕ້ອງເສຍຄ່າໃດໆ ຕາມລາຍລະອຽດຂ້າງເທິງ ໃນວັນອັງຄານ ເດືອນ ມັງກອນ ທີ 31 ປີ 2010 ເວລາ 7 ໂມງແລງ ທີ່ສະຖານທູດອາເມລິກາ
RSVP: email to This e-mail address is being protected from spambots. You need JavaScript enabled to view it or This e-mail address is being protected from spambots. You need JavaScript enabled to view it or call: 55526201


Education






ບົນເສັ້ນທາງແຫ່ງການ ພັດທະນາຊັບພະຍາກອນມະນຸດ ແລະ ການປະຕິຮູບການສຶກສາໃນໄລຍະໃຫມ່ໃຫ້ມີຄວາມທັນສະໄຫມ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະ ບານ, ຄະນະພັກຄະນະຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ຍາມໃດກໍ່ໄດ້ໃຫ້ຄວາມສຳຄັນໃນການກໍ່ສ້າງບຸກຄະລາກອນໃຫ້ພຽບພ້ອມ ໄປດ້ວຍຄວາມຮູ້
ນະຄອນຫລວງເຜີຍ ມ.7 ຈະເປັນເສັ້ນທາງສູ່ຄຸນນະພາບທີ່ດີໃຫ້ແກ່ການສຶກສາ ຄາດສົກປີນີ້ຈະມີນັກຮຽນປະມານ 12 ພັນກວ່າ ຄົນ ຫລັງມື້ອື່ນເປີດສົກຮຽນໃຫມ່ຢ່າງເປັນທາງການທົ່ວປະເທດ.
ອີກບໍ່ດົນ ວິທະຍາໄລ ບຸດວິເສດຈະສ້າງ ນັກຕະຫລາດ ການເງິນ, ການລົງທຶນສະຫນອງ 3 ຮ້ອຍຄົນຕໍ່ປີ ຫວັງຮອງຮັບ ຕະຫລາດຫລັກ ຊັບຂອງລາວ ທີ່ຈະເປີດໃນມໍ່ໆນີ້.
ນັບແຕ່ປີ ຫນ້າເປັນ ຕົ້ນໄປລັດ ຖະບານແຫ່ງ ສປ ຈີນ ມີແຜນຈະເພີ່ມ ອັດຕາການໃຫ້ທຶນນັກສຶກສາລາວໄປຮຽນຕໍ່ບັນລຸ 300 ທຶນຕໍ່ ປີ ຂະນະທີ່ຜ່ານມາ ມີພຽງ 200 ກວ່າທຶນ.


