ເຜີຍ! ຄວາມຄືບ ຫນ້າແຜນລາວ-ໄທ ສ້າງຂົວຂ້າມ ສະເພາະລົດໄຟ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Eco-social Development ເຜີຍ! ຄວາມຄືບ ຫນ້າແຜນລາວ-ໄທ ສ້າງຂົວຂ້າມ ສະເພາະລົດໄຟ

ເຜີຍ! ຄວາມຄືບ ຫນ້າແຜນລາວ-ໄທ ສ້າງຂົວຂ້າມ ສະເພາະລົດໄຟ

E-mail Print PDF


ແຜນ​ລັດ­ຖະ­ບານ​ລາວ-ໄທ​ທີ່ຢາກ​ສ້າງ​ຂົວ​ສະ­ເພາະ​ລົດ­ໄຟ ຂ້າມໄດ້​ມີ​ແນວ​ຄິດ​ລິ​ເລີ່ມ​ຫລັງເປີດ​ນຳ​ໃຊ້​ລົດ­ໄຟ​ລະ­ຫວ່າງລາວ-ໄທ​ຂ້າມ​ ຂົວ​ມິດ­ຕະ­ພາບ 1 ທີ່​ບໍ­ລິ­ເວນ​ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫລວງ​ວຽງ​ຈັນ​ໄດ້​ພຽງ 2 ປີ ຫລື ປະ­ມານ​ຕົ້ນ​ປີ 2011 ເຫັນ​ວ່າ​ພົບ​ຄວາມ​ຫຍຸ້ງ­ຍາກຫລາຍ ເຖິງ​ແມ່ນ​ວ່າ​ຜ່ານ​ມາ ການ​ນຳ​ໃຊ້​ລົດ­ໄຟ​ທີ່​ແລ່ນ​ຕາມລາງ​ກາງ​ຂົວ​ມິດ­ຕະ­ພາບ 1 ຈະ​ມີພຽງ 2 ຖ້ຽວ​ຕໍ່​ມື້​ກໍ່​ຕາມ.

ໂດຍ​ແຕ່​ລະ​ຖ້ຽວ​ກ່ອນ​ລົດໄຟ​ຈະ​ເຂົ້າ​ຂົວ​ຕ້ອງ​ໄດ້​ຢຸດ​ການແລ່ນ​ຂອງ​ລົດ​ ຕ່າງໆ​ຢູ່​ສົ້ນ​ຂົວ​ທັງສອງ​ເບື້ອງ​ໄວ້​ຈົນ​ກວ່າ​ລົດ­ໄຟ​ຈະແລ່ນ​ຜ່ານ​ໃຊ້​ ເວ­ລາ​ຢ່າງ​ຊ້າ​ປະມານ 15 ນາ­ທີ​ຕໍ່​ຖ້ຽວອັນ​ໄດ້                  ເຮັດ​ໃຫ້​ຂະ​ບວນ​ລົດ​ຕາມ​ສົ້ນຂົວ​ແອ​ອັດ ແລະ ໃນ​ອະ­ນາ­ຄົດຫາກ​ມີ​ການ​ຂົນ­ສົ່ງ​ສິນ­ຄ້າ ຫລື ເພີ່ມ​ຖ້ຽວ​ລົດ­ໄຟ​ອອກ​ອີກ​ຍິ່ງ​ຈະພົບ​ຄວາມ​ຫຍຸ້ງ­ຍາກ​ຂຶ້ນ​ຕື່ມ.

ແນວ­ໃດ​ກໍ່​ດີ ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ ສົມ​ສະ​ນະ ລາດ​ສະ​ພົງ  ຫົວຫນ້າ​ກອງ​ຄຸ້ມ​ຄອງ​ສະ­ຖາ­ນີ​ລົດໄຟ​ທ່າ​ນາ​ແລ້ງ​ເປີດ­ເຜີຍ​ຕໍ່​ທີມຂ່າວ​ ເສດ­ຖະ­ກິດ​ວ່າ: ແຜນ​ດັ່ງກ່າວ ແມ່ນ​ນອນ​ຢູ່​ໃນ​ແຜນ​ຍຸດທະ​ສາດ​ທີ່​ທາງ​ລັດ­ຖະ­ບານ ມອບ​ໃຫ້​ກັບ​ກະ­ຊວງ​ໂຍ­ທາ​ທິການ ແລະ ຂົນ­ສົ່ງ​ເປັນ​ຜູ້​ຈັດ​ຕັ້ງປະ­ຕິ­ບັດ ໂດຍ​ມາ​ຮອດ​ປະ­ຈຸ​ບັນ ຫວັງ​ໄດ້​ມີ​ການ​ຫາ­ລື​ກັນ​ຫລາຍຄັ້ງ​ປະ­ຈຸ​ບັນ​ລັດ­ຖະ­ບານ​ລາວ-ໄທຕົກ­ລົງ​ ກັນ​ໄດ້​ແລ້ວ​ໃນ​ການ ເລືອກ​ສະ­ຖານ­ທີ່​ຂອງ​ຂົວ ໂດຍສອງ​ຝ່າຍ​ໄດ້​ກຳ­ນົດ​ເອົາ​ເບື້ອງ ໃຕ້​ຂອງ​ແລວ­ນ້ຳ­ໄຫລ​ຫ່າງ​ຈາກຂົວ​ມິດ­ຕະ­ພາບ​ປະ­ມານ 30 ແມັດ.

ສຳ­ລັບ​ວັນ​ເວ­ລາ​ທີ່​ຈະ​ລົງ­ມືກໍ່­ສ້າງ ແລະ ມູນ​ຄ່າ​ແມ່ນ​ຍັງ​ບໍ່ຈະ­ແຈ້ງ​ເທື່ອ​ເນື່ອງ​ຈາກ​ໂຄງການ​ດັ່ງ­ກ່າວ​ຕ້ອງ​ສຶກ​ ສາ​ຄົ້ນຄວ້າ ແລະ ສຳ​ຫລວດ​ອອກ​ແບບແຜນ­ຜັງ​ຢ່າງ​ລະ­ອຽດ​ເສຍ​ກ່ອນ ແຕ່​ຄາດ​ວ່າ­ການ​ລົງ­ທຶນ​ອາດຝ່າຍ​ລະ 50% ແລະ ກໍ່​ຈະ​ໃຫ້​ສຳເລັດ ພ້ອມ​ກັບ​ໂຄງ­ການ​ລົດ­ໄຟ​ຟ້າ​ຄວາມ​ໄວ​ສູງ​ລາວ-ຈີນ​ໃນ​ປີ 2015.

ສ່ວນ​ລາງ​ທີ່​ຈະ​ສ້າງ​ຂຶ້ນ​ໃຫມ່ ທ່ານ ສົມ​ສະ​ນະ ລາດ​ສະ​ພົງ ແຈ້ງ­ວ່າ: ແມ່ນ​ລາງ​ໄດ້​ມາດຖານ​ສາ­ກົນ ຫລື ລະ­ດັບ​ລົດ­ໄຟ ຟ້າ​ລາວ-ຈີນ​ມີ 2 ລະ­ບົບ (ແຕ່ໃນ​ລາງ​ດຽວ​ມີ 3 ເສັ້ນ) ຄື: ລະບົບ​ລາງ​ສອງ​ເສັ້ນ​ໃຊ້ສະ­ເພາະລົດ­ໄຟ​ທຳ​ມະ​ດາ ແລະ 3 ເສັ້ນ​ໃຊ້​ສະ­ເພາະ​ລົດ­ໄຟຟ້າ​ຄວາມ​ໄວ​ສູງ.

ຢ່າງ­ໃດ​ກໍ່​ຕາມ ອີງ​ຂ່າວ​ທີ່ໄດ້​ນຳ​ສະ­ເຫນີ​ກ່ອນ​ຫນ້າ​ນີ້ ​ລະບຸ​ວ່າ: ແຜນ­ທີ່​ຈະ​ສ້າງທາງ​ລົດໄຟ​ໄລ­ຍະ​ສອງ​ທີ່​ລັດ­ຖະ­ບານເປັນ​ຜູ້​ລົງ­ທຶນ​ກ່ອນ​ ຄວາມ​ຍາວ ປະ­ມານ 9 ກິ­ໂລ­ແມັດ ຈາກ​ສະຖາ​ນີ​ລົດ­ໄຟ​ທ່າ​ນາ​ແລ້ງ​ຫາ​ບ້ານຄຳ​ສະ­ຫວາດ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫລວງ​ວຽງ​ຈັນເຊິ່ງເປັນ​ຈຸດ​ໃຈ­ກາງ​ເມືອງ​ທີ່​ຈະ​ເອີ້ນລູກ​ຄ້າ​ເຂົ້າ​ ໃຊ້​ບໍ­ລິ­ການ​ລົດ­ໄຟໃຫ້​ເພີ່ມ​ຂຶ້ນ​ໄດ້ ແຕ່​ໂຄງ­ການ​ດັ່ງກ່າວ ​ກໍ່​ຖືກ​ສັ່ງ​ໂຈະ ໂດຍ​ຈະ​ນຳເອົາ​ແຜນ​ທຶນ​ໂຄງ­ການ​ດັ່ງ­ກ່າວ ໄປ​ສ້າງ​ສາງ​ເກັບ​ມ້ຽນ​ສິນ­ຄ້າກ່ອນ.

ຂະ­ນະ​ທີ່​ ປີ​ນີ້​ລົດ­ໄຟ​ລາວ​ເລີ່ມມີ​ບັນ­ຍາ­ກາດ​ຄຶກ­ຄື້ນ​ລູກ​ຄ້າ​ທີ່ມາ​ໃຊ້​ ບໍ­ລິ­ການ​ມີ​ລັກ​ສະ​ເພີ່ມ​ຂຶ້ນ ສະ­ເລ່ຍ​ທັງ​ຂາ​ເຂົ້າ ແລະ ອອກປະ­ມານ 70-100 ຄົນ​ຕໍ່​ວັນ.

ສະ­ເພາະ​ປີ​ກາຍ ມີ​ຜູ້​ໃຊ້​ບໍ​ລິການ​ທັງ​ຫມົດ 30 ພັນ​ກວ່າ​ຄົນ ໃນ​ນີ້ 90% ແມ່ນ​ລູກ​ຄ້າ​ຕ່າງ​ປະເທດ ແຕ່​ທຽບ­ໃສ່​ຕົວ​ເລກ​ປີ​ກ່ອນ ເພີ່ມ​ຂຶ້ນ​ເລັກ​ນ້ອຍ​ທີ່​ມີ​ບໍ່​ເຖິງ 30 ພັນ​ຄົນ ແລະ ຄາດ​ວ່າ​ຫາກ​ຂົວຂ້າມ​ສະ­ເພາະ​ລົດ­ໄຟ​ສຳ­ເລັດ​ຜູ້ໂດຍ­ສານ​ທີ່​ມາ​ໃຊ້​ ບໍ­ລິ­ການ​ຈະເພີ່ມ​ສູງ​ຂຶ້ນ​ກວ່າ​ນີ້​ແນ່­ນອນ ໂດຍສະ­ເພາະ​ແມ່ນ​ລູກ​ຄ້າ​ພາຍ​ໃນ.
 
 

ພາບແລະເນື້ອຂ່າວຈາກ

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: